ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການກ່າວຄຳປາໄສ ຕໍ່ສະພາໄອຣ໌ແລນ,​ ທ່ານ ໄບເດັນ ເນັ້ນຢ້ຳສາຍພົວພັນ ສະຫະລັດ-ໄອຣ໌ແລນ 'ຍືນຍົງ'


ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ທັກທາຍກັບ ນາຍົກລັດຖະມົນຕີ (Taoiseach) ຂອງ ໄອຣ໌ແລນ ທ່ານ ເລໂອ ວາຣາດຄາ (Leo Varadkar) ໃນຂະນະທີ່ທ່ານມາຮອດງານລຽງທີ່ຈັດຂຶ້ນເພື່ອເປັນການໃຫ້ກຽດແກ່ທ່ານ ຢູ່ທີ່ປາສາດດັບບລິນ ໃນດັບບລິນ ໄອຣ໌ແລນ ວັນທີ 13 ເມສາ 2023
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ທັກທາຍກັບ ນາຍົກລັດຖະມົນຕີ (Taoiseach) ຂອງ ໄອຣ໌ແລນ ທ່ານ ເລໂອ ວາຣາດຄາ (Leo Varadkar) ໃນຂະນະທີ່ທ່ານມາຮອດງານລຽງທີ່ຈັດຂຶ້ນເພື່ອເປັນການໃຫ້ກຽດແກ່ທ່ານ ຢູ່ທີ່ປາສາດດັບບລິນ ໃນດັບບລິນ ໄອຣ໌ແລນ ວັນທີ 13 ເມສາ 2023

ໃນ​ການສືບຕໍ່ການຢ້ຽມຢາມສາທາລະນະລັດໄອຣ໌ແລນເປັນເວລາ 3 ວັນ, ປະທາ ນາທິບໍດີໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ກ່າວ​ຄຳ​ປາ​ໄສ ​ຕໍ່ສະພາອີຣັກຕິສ (Oireachtas) ໃນນະຄອນດັບບລິນ, ເຊິ່ງໄດ້ເຮັດໃຫ້ເພິ່ນ ເປັນຜູ້ນຳອາເມຣິກາຄົນທີ 4 ຫລັງຈາກທ່ານຈອນ ແອັຟ ເຄນເນດີ (John F. Kennedy), ທ່ານ ໂຣນັລ ເຣແກນ (Ronald Reagan) ແລະທ່ານບີລ ຄລິນຕັນ (Bill Clinton) ທີ່ໄດ້ກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ຂອງລັດຖະສະພາໄອຣ໌ແລນ.

ທ່ານໄບເດັນ ໄດ້ລະນຶກເຖິງມໍລະດົກທາງມູນເຊື້ອຊາວໄອຣ໌ແລນຂອງເພິ່ນແລະ ໄດ້ເນັ້ນໜັກໃສ່ "ຄວາມເຂັ້ມແຂງທີ່ຍືນຍົງ" ຂອງຄວາມຜູກພັນກັບໄອຣ໌ແລນທີ່ເລີ່ມຕົ້ນດ້ວຍ "ການກໍ່ຕັ້ງຂອງສະຫະລັດ."

“ຫົວ​ໃຈ​ຊາວ​ໄອຣ໌​ແລນ​ທີ່​ຊ່ວຍ​ຈຸດໄຟເຍືອງທາງ​ແຫ່ງ​ເສລີ​ພາບ​ຢູ່​ໃນ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ ແລະໄດ້ຈຸດປະກາຍ ຈິດວິນຍານ ແຫ່ງການ​ປະ​ຕິ​ວັດ ຂອງປະເທດ. ເລືອດຊາວໄອຣ໌ແລນຈາກທົ່ວເກາະນີ້ ທີ່ມອບໃຫ້ດ້ວຍຄວາມເຕັມໃຈ ເພື່ອເອກະ ລາດຂອງປະເທດຂອງຂ້າພະເຈົ້າ,” ທ່ານກ່າວ.

​ໂດຍ​ເນັ້ນ​ໜັກ​ເຖິງ​ການ​ສະໜັບສະໜູນ​ຂອງ​ໄອຣ໌​ແລນ​ ໃນ​ການ​ປົກປ້ອງ​ຢູ​ເຄຣນ ​ຈາກ​ການ​ຮຸກ​ຮານ​ຂອງຣັດ​ເຊຍ, ທ່ານ​ໄດ້​ຍົກ​ໃຫ້​ເຫັນວ່າ ​ປະ​ເທດ​ນີ້ “ຢືນ​ຢູ່​ຢ່າງ​ພາກພູມ​ໃຈ” ກັບສະຫະລັດ ແລະ ບັນດາພັນທະມິດ ໃນ​ທົ່ວ​ໂລກໄດ້ແນວໃດ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG