ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂຈ ໄບເດັນ ໃນຂະນະຢູ່ໂດດດ່ຽວ ເລີ້ມເຄື່ອນໄຫວ ທາງສື່ມວນຊົນ ໂຈມຕີ ທ່ານທຣຳ ກ່ຽວກັບ ໄວຣັສໂຄໂຣນາ


ຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ທີ່ນຳໜ້າໝູ່
ທ່ານໂຈ ໄບເດັນ ກ່າວໃນລະຫວ່າງ ການໂຕ້ວາທີ ຄັ້ງທີ 11 ໃນບັນດາຜູ້ສະໝັກຈາກພັກເດໂມແຄຣັດ ປີ 2020, ຈັດຂຶ້ນທີ່ ຫ້ອງບັນທຶກ ໃນວໍຊິງຕັນ ຂອງອົງການຂ່າວ CNN ໂດຍບໍມີຜູ້ຊົມເລີຍ..
ຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ທີ່ນຳໜ້າໝູ່ ທ່ານໂຈ ໄບເດັນ ກ່າວໃນລະຫວ່າງ ການໂຕ້ວາທີ ຄັ້ງທີ 11 ໃນບັນດາຜູ້ສະໝັກຈາກພັກເດໂມແຄຣັດ ປີ 2020, ຈັດຂຶ້ນທີ່ ຫ້ອງບັນທຶກ ໃນວໍຊິງຕັນ ຂອງອົງການຂ່າວ CNN ໂດຍບໍມີຜູ້ຊົມເລີຍ..

ເມື່ອບໍ່ເທົ່າມື້ຜ່ານມານີ້ ຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ທີ່ນຳໜ້າໝູ່
ທ່ານໂຈ ໄບເດັນ ບໍ່ໄດ້ອອກມາເຄື່ອນໄຫວເລີຍ ໃນຂະນະທີ່ຢູ່ຢ່າງໂດດດ່ຽວເພື່ອປ້ອງ
ກັນຕົວ ຈາກໄວຣັສໂຄໂຣນາ ໃນບ້ານພັກຂອງທ່ານ ທີ່ລັດເດລາແວ.

ຫຼັງຈາກທີ່ໄດ້ຮັບຄວາມນິຍົມກາຍຄູ່ແຂ່ງສຳຄັນໄປ ຄືສະມາຊິກສະພາສູງ ທ່ານເບີນີ
ແຊນເດີສ໌ ຈາກລັດເວີມອນ ໃນການເລືອກຕັ້ງວັນອັງຄານພິເສດ ແລະໃນການເລືອກ
ຕັ້ງຂັ້ນຕົ້ນທີ່ສຳຄັນຫຼາຍຄັ້ງ ຜ່ານມາແລ້ວນັ້ນ ທ່ານໄບເດັນ ແລະການແຂ່ງຂັນເລືອກ
ຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ ໄດ້ຖືກລົບກວນໂດຍວິກິດການ ການແຜ່ລະບາດ
ຂອງໄວຣັສໂຄໂຣນາ ທີ່ໄດ້ແຜ່ກະຈາຍໄປທົ່ວປະເທດ.

ແຕ່ໃນຂະນະທີ່ພັກເດໂມແຄຣັດ ຕຳໜິປະທານາທິບໍດີ ດໍໂນລ ທຣຳ ໃນການຮັບມື
ກັບການແຜ່ລະບາດຂອງໄວຣັສດັ່ງກ່າວ ທີ່ໄດ້ເພີ້ມຂຶ້ນນັບມື້ ທ່ານໄບເດັນ ອາຍຸ 77
ປີ ປາກົດວ່າ ໄດ້ພົບເຫັນຊ່ອງທາງເພື່ອທີ່ຈະກ່າວຖະແຫລງອອກມາຕື່ມ ເພື່ອຕ້ອງຕິ
ທ່ານປະທານາທິບໍດີ ແລະໃຫ້ຄຳອະທິບາຍວ່າ ທ່ານຈະຮັບມືກັບສະຖານະການນີ້
ຢ່າງແຕກຕ່າງກັບທ່ານທຣຳ ດ້ວຍວິທີໃດ.

ໃນຄຳປາໄສ ເມື່ອວັນຈັນຜ່ານມາ ແລະໃນການອອກມາປາກົດຕົວຕໍ່ສື່ມວນຊົນນັ້ນ
ທ່ານໄບເດັນ ໄດ້ຕຳໜິ ທ່ານທຣຳ ກ່ຽວກັບການຮັບມືກັບໄວຣັສດັ່ງກ່າວ ທີ່ມີການຊັກ
ຊ້າ ໂດຍການບໍ່ຫົວຊານຳຄຳແນະນຳ ຂອງພວກນັກຊ່ຽວຊານດ້ານການແພດ ແລະ
ການເຮັດໃຫ້ໄພຂົ່ມຂູ່ຂອງໄວຣັສນັ້ນ ບໍ່ສຳຄັນ ແມ່ນກະທັງທີ່ບັນດາເຈົ້າໜ້າທີ່ສືບລັບ
ຂອງທ່ານເອງ ກໍໄດ້ເຕືອນທ່ານ ກ່ຽວກັບໄວຣັສ ຕັ້ງແຕ່ຕົ້ນເດືອນມັງກອນພຸ້ນ.

“ໃຊ້ເວລາດົນໂພດ ສັນຍານເຕືອນຕ່າງໆ ບໍ່ໄດ້ເອົາຫົວຊາເລີຍ’ ທ່ານໄບເດັນ ໄດ້
ກ່າວໄປ ໃນລະຫວ່າງ ການກ່າວຖະແຫລງສົດ ໂດຍຜ່ານອິນເຕີເນັດຈາກຫ້ອງອັດ
ໂທລະພາບນ້ອຍໆ ທີ່ໄດ້ຈັດຕັ້ງຂຶ້ນໃນເຮືອນຂອງທ່ານ. ທ່ານໄບເດັນ ກ່າວອີກວ່າ
“ໃຊ້ເວລາດົນໂພດ ລັດຖະບານທ່ານທຣຳ ໄດ້ກ່າວວ່າ ໄພຂົ່ມຂູ່ທັງຫຼາຍ ‘ຢູ່ພາຍໃຕ້
ການຄວບຄຸມ’ ‘ກຳສະພາບໄດ້ແລ້ວ’ ‘ຄືກັນກັບໄຂ້ຫວັດ.’’

ຕໍ່ຈາກນັ້ນ ທ່ານໄບເດັນ ກໍໄດ້ເວົ້າເຖິງທ່ານທຣຳ ກ່ຽວກັບການບໍ່ໃຊ້ອຳນາດພາຍໃຕ້
ກົດໝາຍວ່າດ້ວຍການຜະລິດເພື່ອປ້ອງກັນຊາດ ທີ່ຈະສັ່ງໃຫ້ພວກບໍລິສັດຜະລິດສິນ
ຄ້າ ເພີ້ມການຜະລິດອຸປະກອນດ້ານການແພດຫຼາຍຂຶ້ນ ເຊັ່ນວ່າ ເຄື່ອງຊ່ອຍຫາຍໃຈ
ແລະໜ້າກາກຜ່າຕັດເປັນຕົ້ນ.

ທ່ານໄບເດັນ ໄດ້ກ່າວວ່າ “ທ່ານທຣຳ ເວົ້າແລ້ວເວົ້າອີກ ວ່າ ທ່ານເປັນ ‘ປະທານາທິບໍດີ
ໃນຍາມສົງຄາມ’ ຄັນຊັ້ນແລ້ວ ກໍເລີ້ມປະຕິບັດໃຫ້ຄືແດ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG