ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໘ ກັນຍາ ໒໐໒໔

ໃນພຽງຢາງ, ທ່ານ ປູຕິນ ແລະ ທ່ານ ກິມ ຍົກລະດັຍສາຍພົວພັນ ແລະໃຫ້ຄໍາໝັ້ນເປັນພັນທະມິດທີ່ໃກ້ຊິດກັນ

ໃນພາບທີ່ສະໜອງໃຫ້ໂດຍອົງການຂ່າວ Sputnik ຂອງ ຣັດເຊຍ, ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ຈັບມືກັບຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງອຶນ ໃນລະຫວ່າງການພົບປະຢູ່ນະຄອນຫຼວງພຽງຢາງ, ວັນທີ 19 ມິຖຸນາ 2024. (Gavriil Grigorov/ Pool / AFP)

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ຮັບການຕ້ອນຮັບຢ່າງຍິ່ງໃຫຍ່ຢູ່ນະຄອນຫຼວງພຽງຢາງ ໃນວັນພຸດມື້ນີ້, ໂດຍພົບປະກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະ ທ່ານກໍໄດ້ໃຫ້ຄຳປະຕິຍານວ່າ ຈະດໍາເນີນການຮ່ວມມືກັນຢ່າງໃກ້ຊິດຂຶ້ນ ໃນຂະນະທີ່ປະເທດທັງສອງປະເຊີນໜ້າກັບບັນດາປະເທດຝ່າຍຕາເວັນຕົກ.

ທ່ານ ປູຕິນ ແລະ ທ່ານ ກິມ, ຍັງໄດ້ທໍາການເຊັນລົງນາມໃນເອກະສານເພື່ອຍົກລະດັບສາຍພົວພັນ, ໂດຍພາກັນເຂົ້າຮ່ວມໃນພິທີຕ້ອນຮັບຢູ່ທີ່ໃຈກາງຈັດຕຸລັດ ກິມ ອີລ ຊຸງ (Kim Il Sung), ເຊິ່ງເປັນບ່ອນທີ່ອາຄານຕ່າງໆໄດ້ຖືກປົກຄຸມດ້ວຍທຸງຊາດຂະໜາດໃຫຍ່ຂອງ ຣັດເຊຍ ແລະ ເກົາຫຼີເຫນືອ ພ້ອມທັງຮູບພາບຂອງຜູ້ນໍາທັງສອງປະເທດ.

ປະຊາຊົນຊາວເກົາຫຼີເໜືອພາກັນນຸ່ງເສື້ອສີແດງ, ສີຂາວ, ແລະ ສີຟ້າ ພ້ອມທັງແກວ່ງໄກວຊໍ່ດອກໄມ້ໄປມາຢ່າງພ້ອມພຽງກັນ ໃນຂະນະທີ່ວົງດົນຕີທອງເຫຼືອ ບັນເລງເພງຮັກຊາດອອກມາ. ທ່ານ ປູຕິນ ແລະ ທ່ານ ກິມ ຍັງໄດ້ພາກັນຍ່າງຜ່ານກອງກຽດຕິຍົດຂອງ ເກົາຫຼີເໜືອ ກ່ອນທີ່ຈະເລີ້ມຕົ້ນເຂົ້າສູ່ການເຈລະຈາຫາລື, ເຊິ່ງລວມມີການເຈລະຈາສະເພາະສອງທ່ານເອງ ເປັນເວລາສອງຊົ່ວໂມງ, ອີງຕາມສື່ມວນຊົນຂອງ ຣັດເຊຍ.

ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ, ດ້ານຫຼັງຊ້າຍສຸດ, ແລະ ທ່ານກິມ ຈົງອຶນ ຜູ້ນໍາເກົາຫຼີເໜືອ, ທັງສອງຢືນຢູ່ເທິງແທ່ນເວທີ ໃນການເຂົ້າຮ່ວມພິທີຕ້ອນຮັບຢູ່ທີ່ຈັດຕຸລັດ ກິມ ອີລ ຊຸງ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 19 ມິຖຸນາ 2024.

ໃນຕອນຕົ້ນຂອງການເຈລະຈາ, ທ່ານ ປູຕິນ ໄດ້ກ່າວຂອບໃຈ ເກົາຫຼີເໜືອ ສຳ ລັບ “ການສະໜັບສະໜູນຂອງຕົນ ທີ່ສະໝໍ່າສະເໝີ ແລະ ບໍ່ປ່ຽນແປງ” ຕໍ່ນະໂຍບາຍຂອງ ຣັດເຊຍ ລວມທັງໃນ ຢູເຄຣນ ອີກດ້ວຍ, ອີງຕາມລາຍງານ ຂອງອົງການຂ່າວ Interfax ຂອງ ຣັດເຊຍ.

ທ່ານ ກິມ ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ ແລະສະແດງ​ຄວາມ​ສາ​ມັກ​ຄີຂອງ​ຕົນຢ່າງເຕັມຮູບແບບ​ຕໍ່​ອັນ​ທີ່​ທ່ານ​ຮ້ອງວ່າ “ປະຕິບັດການພິເສດ​ທາງດ້ານ​ການ​ທະ​ຫານ​” ຂອງ ​ຣັດ​ເຊຍ ຢູ່ໃນ ​ຢູ​ເຄຣນ, ອີງ​ຕາມອົງການຂ່າວ Interfax ແລະອົງການຂ່າວດັ່ງກ່າວລາຍງານຕື່ມອີກວ່າ ຜູ້ນໍາເກົາຫຼີເໜືອຍັງໄດ້ປະຕິຍານວ່າ ຈະ “ສະໜັບສະໜຸູນຕໍ່ນະໂຍບາຍຂອງ ຣັດເຊຍ ຢ່າງບໍ່ມີເງື່ອນໄຂ.”

ສື່​ມວນ​ຊົນທາງການຂອງ ​ຣັດ​ເຊຍ ​ລາຍ​ງານ​ວ່າ ທ່ານ​ປູ​ຕິນ ຜູ້​ທີ່​ກໍາລັງຢ້ຽມຢາມ​ ເກົາຫຼີ​ເໜືອ ​ຄັ້ງ​ທຳ​ອິດ​ໃນ​ຮອບ 24 ປີ, ​ໄດ້ທໍາການ​ເຊື້ອ​ເຊີນ ​ທ່ານ​ກິມ ​ໄປ​ຍັງນະຄອນຫຼວງ ​ມົສກູ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG