ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣໍາ ກໍາລັງຄິດ ຈະຈັດກອງປະຊຸມ ສຸດຍອດກຸ່ມ ຈີ-7 ທີ່ຜູ້ນໍາທັງຫລາຍ ມີໜ້າເຂົ້າຮ່ວມ ດ້ວຍຕົນເອງ


ປະທານາທິບໍດີ ທຣໍາ ເປີດໃຫ້ຄົນຖາມຄໍາຖາມ ຢູ່ໃນກອງປະຊຸມຖະແຫລງຂ່າວ ຫລັງກອງປະຊຸມສຸດຍອດ G-7 ທີ່ຈັດຂຶ້ນໃນເມືອງ Biarritz ຂອງຝຣັ່ງ ໃນວັນທີ 26 ສິງຫາ, 2019.
ປະທານາທິບໍດີ ທຣໍາ ເປີດໃຫ້ຄົນຖາມຄໍາຖາມ ຢູ່ໃນກອງປະຊຸມຖະແຫລງຂ່າວ ຫລັງກອງປະຊຸມສຸດຍອດ G-7 ທີ່ຈັດຂຶ້ນໃນເມືອງ Biarritz ຂອງຝຣັ່ງ ໃນວັນທີ 26 ສິງຫາ, 2019.

ບັນດາຜູ້ນຳຂອງກຸ່ມ 7 ປະເທດທີ່ມີເສດຖະກິດກ້າວໜ້າທີ່ສຸດ ຫຼື G-7 ແມ່ນ ກຳລັງພິຈາລະນາ ຄວາມຄິດຂອງປະທານາທິບໍດີີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່ຽວກັບ ການມີໜ້າພົບປະກັນດ້ວຍຕົນເອງ ໃນກອງປະຊຸມສຸດຍອດ, ບາງເທື່ອໃນເດືອນໜ້າ, ໃນຂະນະທີ່ໂລກສືບຕໍ່ ຮັບມືກັບການລະບາດຂອງໄວ ຣັສໂຄໂຣນາ.

ທ່ານ ທຣຳ ໄດ້ອອກຄວາມຄິດໃນວັນພຸດວານນີ້ ໃນຂະນະທີ່ທ່ານຂຽນຂໍ້ຄວາມ ໃນທວິດເຕີວ່າ ສະຫະລັດ ແມ່ນ “ການລັງຫັນກັບຄືນສູ່ຄວາມຍິ່ງໃຫຍ່.”

ທ່ານ ທຣຳ ໄດ້ກ່າວວ່າ “ສະມາຊິກອື່ນໆແມ່ນກຳລັງເລີ່ມການກັບຄືນມາຂອງ ເຂົາເຈົ້າ. ມັນຈະເປັນສັນຍານທີ່ດີຫຼາຍສຳລັບທຸກປະເທດ. ໃນການກັບຄືນສູ່ປົກ ກະຕິ.”

ໂຄສົກລະດັບສູງຂອງລັດຖະບານ ຍີ່ປຸ່ນ, ທ່ານ ໂຢຊິຮິເດະ ຊູກະ ໄດ້ກ່າວໃນ ວັນພະຫັດມື້ນີ້ວ່າ ການເຂົ້າຮ່ວມຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ ແມ່ນຍັງຢູ່ພາຍໃຕ້ການພິຈາລະນາ,” ແລະ ວ່າສອງປະເທດດັ່ງກ່າວແມ່ນ “ໄດ້ ຕິດຕໍ່ກັນຢ່າງໃກ້ຊິດ.”

ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໄດ້ກ່າວວ່າ ຄວາມສົງໄສ ກ່ຽວກັບ ການເຂົ້າຮ່ວມກອງປະຊຸມດ້ວຍຕົນເອງ ຫຼື ທາງໄກຈະປະກອບມີການ ພິຈາລະນາ ໃຊ້ມາດຕະການຄວາມປອດໄພຫຍັງແດ່ ແລະ ຄຳແນະນຳຕ່າງໆ ຈາກບັນດາຜູ້ຊ່ຽວຊານ.

ຫ້ອງການຂອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວ ວ່າ ທ່ານແມ່ນເປີດກວ້າງທີ່ຈະເດີນທາງໄປຮ່ວມການເຈລະຈາ, ຖ້າ “ສະຖາ ນະການດ້ານສຸຂະພາບອຳນວຍໃຫ້,” ໃນຂະນະທີ່ນາຍົກລັດຖະມົນຕີ ເຢຍຣະ
ມັນ ທ່ານນາງ ແອນເຈີລາ ເມີໂກລ ໄດ້ກ່າວວ່າ ທ່ານນາງຈະ “ລໍຖ້າ ແລະ ເບິ່ງວ່າຈະມີ ຫຍັງເກີດຂຶ້ນ.”

ສະມາຊິກຂອງກຸ່ມ G-7 ທຸກປະເທດ ໄດ້ເລີ່ມຍົກເລີກຂໍ້ຫ້າມໃນການກັກບໍລິ ເວນຕ່າງໆ ເຊິ່ງຖືກກຳນົດຂຶ້ນເພື່ອຢຸດການແຜ່ລາມຂອງໄວຣັສ.

ລັດຖະມົນຕີເສດຖະກິດຂອງ ຍີ່ປຸ່ນ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ບັນດາຜູ້ຊ່ຽວ ຊານ ໄດ້ຮັບຮອງແຜນການຂອງລັດຖະບານ ທີ່ຈະຍົກເລີກພາວະສຸກເສີນ ໃນ ແຂວງ ໂອຊາກາ ແລະ ອີກສອງແຂວງ, ໃນຂະນະທີ່ນະຄອນຫຼວງ ໂຕກຽວ ຍັງຄົງມີຄືເກົ່າ.

ອົງການອະນາໄມໂລກໄດ້ກ່າວໃນວັນພຸດວານນີ້ວ່າ ໄວຣັສໂຄໂຣນາ 106,000 ກໍລະນີໃໝ່ ຫຼາຍເປັນປະຫວັດການ ໄດ້ຖືກລະບຸໃນທົ່ວໂລກ, ອັນເປັນຕົວເລກ ປະຈຳວັນ ທີ່ສູງທີ່ສຸດ ນັບຕັ້ງແຕ່ການລະບາດໄດ້ເລີ່ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG