ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການຍື່ນ​ຟ້ອງ ແລະ ການຂົ່ມຂູ່ທາງອອນລາຍ ​ຕໍ່ສື່ມວນຊົນ ທີ່​ລາຍ​ງານທາງການເມືອງ ໃນປາກິສຖານ


ພາບຖ່າຍຈາກໜ້າທວິດເຕີ້ຂອງ ທ່ານວາກາ ສັດທີ ນັກຂ່າວປາກິສຖານ, ທີ່ຖືກຟ້ອງຮ້ອງໂດຍເຈົ້າໜ້າທີ່ຕໍາຫຼວດໃນນະຄອນຣາວາລພິນດີ ໃນຂໍ້ຫາກ່ຽວກັບການດູໝິ່ນສາສະໜາ ແລະການໃສ່ຮ້າຍປ້າຍສີ.
ພາບຖ່າຍຈາກໜ້າທວິດເຕີ້ຂອງ ທ່ານວາກາ ສັດທີ ນັກຂ່າວປາກິສຖານ, ທີ່ຖືກຟ້ອງຮ້ອງໂດຍເຈົ້າໜ້າທີ່ຕໍາຫຼວດໃນນະຄອນຣາວາລພິນດີ ໃນຂໍ້ຫາກ່ຽວກັບການດູໝິ່ນສາສະໜາ ແລະການໃສ່ຮ້າຍປ້າຍສີ.

ທ່ານວາກາ ສັດທີ (Waqar Satti), ສ່ວນຫຼາຍຈະເຮັດວຽກຕິດຕາມຂ່າວກ່ຽວກັບລັດຖະສະພາຂອງປາກິສຖານ, ແຕ່ເນື່ອງຈາກຂໍ້ກ່າວຫາກ່ຽວກັບການດູໝິ່ນສາສະໜາ ແລະການຂົ່ມຂູ່ສັງ​ຫານທາງອອນລາຍ ເຮັດໃຫ້ນັກຂ່າວທາງການ ເມືອງອະວຸໂສທ່ານນີ້ ຈໍາເປັນຕ້ອງໄດ້ຢຸດ​ເຊົາ​ເຮັດ​ວຽກ.

ທ່ານ ສັດທີ ກ່າວກັບ VOA ວ່າ “ຂ້ອຍບໍ່ໄດ້ປະຕິບັດໜ້າທີ່ຢູ່ໃນວຽກງານດັ່ງ ກ່າວນີ້ ນັບຕັ້ງແຕ່ບັນຫາມັນເກີດຂຶ້ນ, ຂ້ອຍຕ້ອງໄດ້ໜີອອກຈາກເມືອງຂອງຂ້ອຍ, ຄອບຄົວຂອງຂ້ອຍມີຄວາມກັງວົນ ແລະພວກເຂົາເຈົ້າກໍໄດ້ຮັບຜົນກະ ທົບຈາກເຫດການນີ້, ຂ້ອຍມີລູກຮອດ 4 ຄົນ.”

ເຈົ້າໜ້າທີ່ຕໍາຫຼວດຂອງນະ​ຄອນ ຣາວາລປິນດີ (Rawalpindi) ໄດ້ຍື່ນຟ້ອງກໍລະນີຂອງທ່ານສັດທີ ໃນທ້າຍເດືອນສິງຫາທີ່ຜ່ານມາ ກ່ຽວກັບວີດີໂອ ທີ່ນັກຂ່າວອະວຸໂສທາງການເມືອງ ຂອງ Geo ໄດ້ນຳ​ອອກເຜີຍແຜ່ ທາງທວິດເຕີ້. ລາຍງານຂໍ້ມູນຂັ້ນຕົ້ນ ຫຼື FIR ກ່ຽວກັບກໍລະນີດັ່ງກ່າວ, ເປັນຂັ້ນຕອນທໍາອິດສໍາລັບການຮ້ອງທຸກທາງອາຍາ ໂດຍລວມມີການຟ້ອງກ່ຽວກັບການດູໝິ່ນສາສະໜາ ແລະການ​ໃສ່​ຮ້າຍ​ປ້າຍ​ສີ.

ການຟ້ອງຮ້ອງທາງກົດໝາຍກ່າວວ່າ ຢູ່ໃນວີດີໂອ ທ່ານສັດທີ ມີການອ້າງຄໍາເວົ້າຂອງອະດີດນາຍົກລັດຖະມົນຕີ ທ່ານອິມຣານ ຄານ ທີ່ຕໍ່ຕ້ານສາສະໜາອິສລາມແບບບໍ່ຖືກ.

ທ່ານສັດທີ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ, ເຊິ່ງທ່ານເວົ້າວ່າ ພຽງແຕ່ “ປະ ຕິບັດຕາມ” ການສໍາພາດ ແລະຖະແຫຼງການຂອງທ່ານຄານ, ເຊິ່ງ ວີດີໂອ ກໍຖືກລຶບໄປແລ້ວຕັ້ງແຕ່ຕອນນັ້ນ.

ນັບຕັ້ງແຕ່ມີການຍື່ນຟ້ອງກ່ຽວກັບກໍລະນີດັ່ງກ່າວ, ທ່ານ ສັດທີ ໄດ້ຖືກຕອບໂຕ້ ແລະຖືກຂົ່ມຂູ່ຢູ່ໃນທວິດເຕີ້.

ທ່ານ ສັດທີ ກ່າວວ່າ “ທໍາອິດ, ພວກເຂົາໃຊ້ພາສາດ້ວຍການດ່າ ແລະເລີ້ມຕົ້ນດູຖູກຂ້ອຍຢູ່ໃນທວິດເຕີ້. ຈາກນັ້ນ ພວກເຂົາກໍຂູ່ວ່າຈະຂ້າຂ້ອຍ.” ທ່ານບອກກັບ VOA ວ່າ ລາຍຊື່ທີ່ໄດ້ຮັບຄວາມນິຍົມທາງແຮສແທັກຫຼາຍແມ່ນ ນັກຂ່າວທີ່ດູໝິ່ນສາສະໜາ ແລະຮຽກຮ້ອງໃຫ້ແຂວນຄໍຂອງທ່ານ.

ດ້ວຍຄວາມເປັນຫ່ວງກ່ຽວກັບຄວາມປອດໄພຂອງຕົນເອງ, ທ່ານ ສັດທີ ຈໍາເປັນຕ້ອງໄດ້​ຢຸດ​ເຊົາເຮັດວຽກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG