ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ແຂວງ​ນຶ່ງ​ ຂອງ ອັ​ຟ​ກາ​ນິ​ສ​ຖານ ກຸ່ມ​ຕາ​ລີ​ບານ ໄດ້​ຄຸ້ມ​ກັນ ​ການ​ເລືອກ​ຕັ້ງ


ຜູ້​ອາ​ໄສ​ຢູ່​ແຂວງ ຄູ​ນາ ທ້າວ ຊາ​ເບີ ແລະ ທ້າວ ອາ​ຈມາ​ລ ແນມ​ເບິ່ງ​ຮ່ອມ​ພູ ເພ​ຈ, ເຊິ່ງ​ລວມ​ມີ​ເມືອງ ບ່ອນ​ທີ່​ກຸ່ມ​ຕາ​ລີບານ​ໄດ້​ຄຸ້ມ​ກັນ​ຜູ້​ລົງ​ຄະ​ແນນ​ສຽງ​ຈາກ​ການ​ຖ​ືກ​ພວກ IS ໂຈມ​ຕີ. ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ເຫັນ​ໜ້າ​ຍ້ອນ​ບັນ​ຫາ​ຄວາມ​ປອດ​ໄພ. (VOA/A. Tanzeem)
ຜູ້​ອາ​ໄສ​ຢູ່​ແຂວງ ຄູ​ນາ ທ້າວ ຊາ​ເບີ ແລະ ທ້າວ ອາ​ຈມາ​ລ ແນມ​ເບິ່ງ​ຮ່ອມ​ພູ ເພ​ຈ, ເຊິ່ງ​ລວມ​ມີ​ເມືອງ ບ່ອນ​ທີ່​ກຸ່ມ​ຕາ​ລີບານ​ໄດ້​ຄຸ້ມ​ກັນ​ຜູ້​ລົງ​ຄະ​ແນນ​ສຽງ​ຈາກ​ການ​ຖ​ືກ​ພວກ IS ໂຈມ​ຕີ. ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ເຫັນ​ໜ້າ​ຍ້ອນ​ບັນ​ຫາ​ຄວາມ​ປອດ​ໄພ. (VOA/A. Tanzeem)

ໃນ​ຕອນ​ເຊົ້າ ​ວັນ​ເສົາ​ທີ 29 ກັນ​ຍາ​ທີ່​ຜ່ານ​ມາ, ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ
​ດີ​ຄັ້ງ​ທີ​ສີ່​ຂອງ​ ອັ​ຟ​ກາ​ນິ​ສ​ຖານ, ທ້າວ ຊາ​ເບີ ໄດ້​ຍ່າງ​ໄປ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ຈາກ
​ບ້ານ​ຂອງ​ລາວ​ ໃນ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ ຂອງ ອັ​ຟ​ກາ​ນິ​ສ​ຖານ, ໂດຍເກືອບ​ແນ່​
ໃຈ​ວ່າ ການເຮັດ​ແນວ​ນັ້ນ​ແມ່ນບໍ່​ມີ​ປະ​ໂຫຍດ​ຫຍັງ.

ລາວ​ແມ່ນ​ນຶ່ງ​ໃນ​ພະ​ນັກ​ງານ​ຫົກ​ຄົນ​ຢູ່​ທີ່​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ເມືອງ ມານ​ຣູ
ແຂວງ ຄູ​ນາ. ບ້ານ, ວາ​ຣາ​ເດ​ຊ, ເຊິ່ງ​ແມ່ນ​ບ້ານ​ຂອງ​ລາວ ​ທີ່​ມີ​ເຮືອນ​ປະ​ມານ 300 ຫຼັງ,
ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ຜ່ານ​ບ້ານ ຄານ​ດາ​ຮາ​ໂຣ, ເປັນ​ນຶ່ງ​ໃນຫຼາຍ​ບ້ານ ທີ່​ຕັ້ງ​ຢູ່​ເມືອງ​
ທີ່​ພວກ​ລັດ​ອິ​ສ​ລາມ​ໄດ້​ຍາດ​ມາ​ຈາກ​ກຸ່ມ ຕາ​ລີ​ບານ ເກືອບຫົກ​ເດືອນ​ທີ່​ຜ່ານ​ມາ.

ລາວ​ເວົ້າ​ວ່າ “ໃນ​ຕອນ​ເຊົ້າ​ຂອງວັນ​ສຸກ, ລາວ​ໄດ້​ຮັບ​ຂໍ້​ມູນ​ວ່າ ພວກ​ ດາແອັ​ຊ໌ ຫຼື ພວກ​
ລັດ​ອິ​ສ​ລາມ ໄດ້​ເຕົ້າ​ໂຮມ​ກັນ​ໃນ​ບ້ານ ຄານ​ດາ​ຮາ​ໂຣ ແລະ ໄດ້​ວາງ​ແຜນ​ທີ່​ຈະ​ໂຈມ​ຕີ
​ພວກ​ເຮົາ​ໃນ​ວັນ​ເລືອກ​ຕັ້ງ. ເຂົາ​ເຈົ້າ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ລັກ​ເອົາ​ວັດ​ຖຸ​ການ​ເລືອກ​ຕັ້ງ​ໄປ.”

ເຖິງ​ແມ່ນຈະ​ມີ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ຂອງ​ລາວ ແລະ ຄວາມ​ເປັນ​ຫ່ວງວ່າ​ພວກ IS ອາດ​ນຳ
​ມາ​ຫາ​ພວກ​ເຂົາ​ນັ້ນ, ທ້າວ ຊາ​ເບີ ຜູ້​ທີ່ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ໄດ້​ກ່າວ​ວ່າ ລາວ ແລະ
ຊາວ​ບ້ານ​ຄົນ​ອື່ນໆ​ສອງ​ສາມ​ຄົນ ໄດ້​ພາກ​ກັນ​ອອກ​ໄປ​ເຮັດ​ວຽກ.

ລາວ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຮັດ​ວຽກ​ໃນ​ມື້​ນັ້ນ.” ລາວ​ໄດ້​ເງິນ 12 ໂດ​ລາ.

ໃນ​ບ້ານ ເລ​ຈາ​ລາມ ທີ່​ຕັ້ງ​ຢູ່​ໃກ້​ຄຽງ, ທ້າວ ອາ​ຈມາ​ລ, ຄິດ​ວ່າ​ຜູ້​ໃດ​ທີ່​ພະ​ຍາ​ຍາ​ລົງ​ຄະ
​ແນນ​ສຽງ ຈະ​ປະ​ສົບ​ອັນ​ຕະ​ລາຍ. ພວກ IS ໄດ້​ເຕືອນ​ປະ​ຊາ​ຊົນ​ບໍ່​ໃຫ້ໄປ​ຮ່ວມ​ໃນ​ການ​
ເລືອ​ຕັ້ງ. ສອງ​ອາ​ທິດ​ກ່ອນ​ການ​ປ່ອນ​ບັດ​ນັ້ນ, ສະ​ມາ​ຊິກ​ຂອງ​ກຸ່ມ IS ບາງ​ຄົນ​ໄດ້​ປະ​
ກາດ​ຢູ່​ວັດ​ອິ​ສ​ລາມ ຕັງ​ກາຍ ຂອງ​ບ້ານ​ນັ້ນ​ວ່າ ເຂົາ​ເຈົ້າ​ຈະ​ຍິງ​ຄົນ​ໃດ​ທີ່​ຖືກ​ພົບ​ເຫັນ
​ຍ່າງ​ໄປ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ. ຄຳ​ເວົ້າ​ດັ່ງ​ກ່າວ​ໄດ້​ຖືກ​ແຜ່​ອອກ​ໄປ​ຢ່າງວ່ອງ​ໄວ ແລະ
ປະ​ຊາ​ຊົນ​ກໍ​ໄດ້​ຮັບ​ຂໍ້​ຄວາມນັ້ນ.

ທ້າວ ອາ​ຈ​ມາ​ລ ໄດ້​ກ່າວ​ວ່າ “ພວກ​ສະ​ມາ​ຊິກ​ຂອງ​ກຸ່ມ ​ດາແອັ​ສ ເຄີຍ​ກິນ​ອາ​ຫານ​ກັບ
​ພວກ​ເຮົາ. ປົກ​ກະ​ຕິ​ແລ້ວ ​ພ​ວກ​ເຂົາ​ຈະ​ບໍ່​ມາ​ກວນ​ພວກ​ເຮົາ ນອກ​ຈາກວ່າ​ມີ​ຄົນ​ໃດ​ຄົນ
​ນຶ່ງ​ທີ່​ພົວ​ພັນ​ກັບ​ລັດ​ຖະ​ບານ. ແຕ່​ພວກ​ເຮົາ​ຍັງ​ຢ້ານ​ວ່າ​ພວກ​ເຂົາ​ຈະ​ຕັດ​ນິ້ວ​ມື​ຂອງ​ເຮົາ​
ອອກ ​ຖ້າ​ພວກ​ເຮົາ​ໄປ​ລົງ​ຄະ​ແນນ​ສຽງ.”

ທັງ​ທ້າວ ຊາ​ເບີ ແລະ ທ້າວ ອາ​ຈມາ​ລ ໄດ້​ໃຊ້​ຊື່​ປອມ ​ຍ້ອນ​ຢ້ານ​ຕົກ​ເປັນ​ເປົ້າ​ໝາຍ.
ເຂົາ​ເຈົ້າ​ໄດ້​ໄປ​ເມືອງ ອາ​ຊາ​ດາ​ບັດ, ເຊິ່ງ​ເປັນ​ເມືອງຫຼວງ​ຂອງ​ແຂວງ ຄູ​ນາ, ພ້ອມ​ກັບ​
ຜູ້​ຊາຍ​ຄົນ​ອື່ນ​ອີກ​ສອງ​ຄົນ​ຈາກ​ເຂດ​ຂອງ​ເຂົາ​ເຈົ້າ ເພື່ອ​ລົມ​ກັບ​ທີມ​ງານ​ຂອງ ວີ​ໂອ​ເອ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG