ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ໃນ​ລັດ​ຖະ​ສະ​ພາ ຊຸດ​ໃໝ່ ພັກ​ຣີ​ພັບ​ບ​ລີ​ກັນ ແລະ ພັກເດ​ໂມ​ແຄ​ຣັດ ແບ່ງກັນ​ຄວບ​ຄຸມ ຜູ້​ລະ​ສະ​ພາ


ບັນດາສະມາຊິກ ລັດຖະສະພາຊຸດໃໝ່ ລຸ້ນປີທຳອິດ ຢືນຖ່າຍຮູບຢູ່ຕໍ່ໜ້າ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 14 ພະຈິກ 2018.
ບັນດາສະມາຊິກ ລັດຖະສະພາຊຸດໃໝ່ ລຸ້ນປີທຳອິດ ຢືນຖ່າຍຮູບຢູ່ຕໍ່ໜ້າ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 14 ພະຈິກ 2018.

ລັດຖະບານທີ່ມີຄວາມແຕກແຍກກັນ ໄດ້​ກັບ​ຄືນ​ມາ​ເຮັດ​ວຽກ ໃນວັນພະຫັດມື້ນີ້ ໂດຍ
ຈະມີການສາບານໂຕເຂົ້າຮັບ​ໜ້າ​ທີ່ ​ຂອງລັດຖະສະພາຊຸດໃໝ່.

​ສອງ​ປີ ຫຼັງຈາກພັກຣີພັບບລີກັນ ໄດ້ຄວບຄຸມທັງ ທຳນຽບຂາວ ສະພາສູງ ແລະສະພາຕ່ຳ
ມາບັດນີ້ພັກເດໂມແຄຣັດ ຈະໄດ້ກຳສຽງສ່ວນຫຼາຍຢູ່ໃນສະພາຕ່ຳ.

ອັນນັ້ນ ເປັນຜົນມາຈາກການເລືອກຕັ້ງກາງສະໄໝ ເມື່ອເດືອນພະຈິກປີກາຍນີ້ ຊຶ່ງພັກ
ເດໂມແຄຣັດ ໄດ້ຮັບບ່ອນນັ່ງ ໃນສະພາຕ່ຳ ຕື່ມຫຼວງຫຼາຍ ລວມແລ້ວມີ 235 ບ່ອນນັ່ງ
ໃນສະ​ພາ​ ທີ່​ມີ​ບ່ອນ​ນັ່ງທັງໝົດ 435 ບ່ອນ ເມື່ອບັນດາສະມາຊິກສະພາໃໝ່ ເຂົ້າຮັບ
​ໜ້າ​ທີ່​ໃນ​ມື້ນີ້. ສ່ວນພັກຣີພັບບລີກັນ ໄດ້ຮັບສອງບ່ອນນັ່ງຕື່ມ ໃນສະພາສູງ ແລະມາ
ບັດນີ້ ກໍໄດ້ກຳສຽງສ່ວນຫຼາຍຢູ່ຄືເກົ່າ ຄື 53 ຕໍ່ 47 ສຽງ.

ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ ແນນຊີ ເພໂລຊີ, ຜູ້ທີ່ຈະກາຍເປັນ ປະທານສະພາຕ່ຳ ໃນວັນພະຫັດນີ້, ຍ່າງໄປຫ້ອງການໃໝ່ຂອງທ່ານນາງ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ມັງກອນ 2019.
ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ ແນນຊີ ເພໂລຊີ, ຜູ້ທີ່ຈະກາຍເປັນ ປະທານສະພາຕ່ຳ ໃນວັນພະຫັດນີ້, ຍ່າງໄປຫ້ອງການໃໝ່ຂອງທ່ານນາງ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ມັງກອນ 2019.

ສະມາຊິກສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ຈາກລັດຄາລີຟໍເນຍ ຄາດກັນວ່າ ຈະມີ
ການລົງຄະແນນສຽງ ເລືອກເອົາທ່ານນາງ ໃຫ້ເປັນປະທານສະພາຕ່ຳ ຊຶ່ງເປັນການກັບ
ຄືນສູ່ຕຳແໜ່ງ ທີ່ທ່ານນາງ ເຄີຍກຳມາແລ້ວ ໃນຊ່ວງປີ 2007 ຫາ 2011. ທ່ານນາງ ເປັນແມ່ຍິງພຽງຄົນດຽວ ທີ່ເຄີຍກຳຕຳແໜ່ງ ປະທານສະພາຕໍ່າ ແລະ ຖ້າໄດ້ຖືກເລືອກ
ອີກເທື່ອນຶ່ງ ກໍຈະເປັນບຸກຄົນຜູ້ທຳອິດ ໃນ​ໄລ​ຍະ ຫຼາຍກວ່າ 60 ປີ ທີ່ໄດ້ກັບຄືນມາກຳ
ຕຳແໜ່ງອີກ ຫຼັງຈາກພັກຂອງທ່ານນາງ ໄດ້ສູນເສຍຕຳແໜ່ງໄປ ແລະກັບຄືນມາກຳສຽງ
ສ່ວນຫຼາຍໄດ້ອີກ ໃນໄລຍະຕໍ່ມາ.

ບັນດາສະມາຊິກພັກເດໂມແຄຣັດບາງສ່ວນ ໄດ້ສະແດງຄວາມປາດຖະໜາ ຢາກໃຫ້ມີ
ຜູ້ນຳຄົນໃໝ່ໆ ໄຕ່ເຕົ້າຂຶ້ນມາພາຍໃນພັກ ແລະ ທ່ານນາງ ເພໂລຊີ ກໍໄດ້ຕົກລົງທີ່ຈະ
ປະຕິບັດໜ້າທີ່ເປັນປະທານ ບໍ່ຫຼາຍກວ່າສີ່ປີ ອັນເປັນຂໍ້ຕໍ່ລອງ ເພື່ອຈະໄດ້ຮັບການສະ
ໜັບສະໜຸນ.

ສະມາຊິກລັດຖະສະພາ ໃໝ່ ສາບານໂຕ ເຂົ້າຮັບໜ້າທີ່ ໃນວັນພະຫັດມື້ນີ້; ພົບກັບ ສະມາຊິກາສະພາສູງໃໝ່

ລັດຖະສະພາຊຸດໃໝ່ນີ້ ແມ່ນມີຫຼາກຫຼາຍຊົນຊາດທີ່ສຸດ ໃນປະຫວັດສາດ ຂອງ
ສະຫະລັດ.

ມັນປະກອບດ້ວຍ ທ່ານນາງ ອາແລັກແຊນເດຣຍ ໂອຄາຊີໂອ-ຄໍຣເຕັຊ ຈາກ ລັດ
ນິວຢອກ ຜູ້ທີ່ເປັນແມ່ຍິງໜຸ່ມນ້ອຍທີ່ສຸດ ທີ່ໄດ້ຖືກເລືອກເຂົ້າມາປະຈຳໃນລັດຖະສະພາ
ຊຶ່ງບໍ່ເຄີຍມີມາກ່ອນ. ແລ້ວກໍຍັງມີ ທ່ານນາງ ຣາຊີດາ ທະແລບ ຈາກລັດ ມິຊິແກນ ແລະ
ທ່ານນາງ ອີລຮານ ໂອມາຣ ຈາກລັດມິນເນໂຊຕາ ທັງສອງ ເປັນແມ່ຍິງຊາວມຸສລິມ ຈຸ
ທຳອິດທີ່ໄດ້ຖືກເລືອກ. ແລະພ້ອມດ້ວຍ ທ່ານນາງ ເດບ ຮາແລນ ຈາກລັດນິວເມັກຊິໂກ
ແລະ ທ່ານນາງ ຊາຣີດສ໌ ເດວິດສ໌ ຈາກລັດແຄນຊັສ ຜູ້ທີ່ເປັນແມ່ຍິງ ຊາວອາເມຣິກັນ
ອິນເດຍແດງ ຄົນທຳອິດ ທີ່ໄດ້ຖືກເລືອກ ໃຫ້ເຂົ້າມາ​ນັ່ງ​ໃນລັດຖະສະພາ. ຍັງມີສະມາຊິກ
ສະພາ ອີກ 10 ຄົນ ​ຜູ້ທີ່ລະບຸໂຕຢ່າງເປີດເຜີຍວ່າ ເປັນເພດທີສອງ ຫຼືເອີ້ນຫຍໍ້ວ່າ
LGBTQ .

ລວມທັງໝົດແລ້ວ ມີແມ່ຍິງ ທີ່ໄດ້ກຳຕຳແໜ່ງໃນສະພາຕ່ຳ 102 ບ່ອນນັ່ງ ແລະ 25
ບ່ອນນັ່ງ ໃນສະພາສູງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG