ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ນະຄອນຫຼວງສະຫະລັດ ສະຖານີວິທະຍຸ ທີ່ເປັນຂອງມະຫາວິທະຍາໄລ ອອກອາກາດເລື້ອງ ຂ່າວສານ ເພງ ແລະ ໂອກາດຕ່າງໆ


ນະຄອນຫຼວງຂອງສະຫະລັດ ສະຖານີວິທະຍຸ ທີ່ເປັນຂອງມະຫາວິທະຍາໄລ ອອກອາກາດເລື້ອງ ຂ່າວສານ ເພງ ແລະ ໂອກາດຕ່າງໆ

ໂຄສົກ ປະກາດວ່າ “76.3 WHUR. ສະບາຍດີໃນວັນຈັນ, ດີຊີ ເອັມດີ, ວີເອ ຟັງເດີ້ ຂ້ອຍວາງແຜນສຳລັບ....ເຈົ້າກໍ່ຮູ້ ຂ້ອຍໄດ້ເວົ້າກ່ຽວກັບອັນນັ້ນໄປແລ້ວ ໃນຕອນລະດູຮ້ອນ...”

ຕັ້ງແຕ່ປີ 1971 ສະຖານີ WHUR 96.3 FM ອອກອາກາດໃຫ້ຜູ້ຟັງທົ່ວພາກພື້ນວໍຊິງຕັນ ໄດ້ຮັບຟັງ. ສະຖານີວິທະຍຸແຫ່ງນີ້ ໄດ້ສ້າງຕັ້ງຂຶ້ນດ້ວຍສອງຈຸດປະສົງຄື: ນໍາສະເໜີດົນຕຣີແຈັສ ແລະ ສົ່ງເສີມບົດບາດຂອງຊາວອາເມຣິກັນຜິວດຳ.

ສະຖານີວິທະຍຸແຫ່ງນີ້ ຕັ້ງຢູ່ໃນໃຈກາງຂອງມະຫາວິທະຍາໄລ ຮາວເວີດ ຊຶ່ງເປັນມະຫາວິທະຍາໄລທີ່ເປັນປະຫວັດສາດຂອງຄົນຜິວດຳ ໂດຍໄດ້ຮັບການອະທິບາຍວ່າ “ ເປັນກິດຈະການໃໝ່ ແລະແຕກຕ່າງ ໃນການອອກອາກາດທາງວິທະຍຸທີ່ປະສົມປະສານຄວາມບັນເທີງເຂົ້າກັບການສຶກສາ.”

ສຳລັບໂຄສົກ ລາຍການຊ່ວງກາງເວນທີ່ຮູ້ຈັກກັນໃນຊື່ ຊັນນີ ແອນ ເດິຊີຕີ້ (Sunni and the City) ທີ່ກ່ຽວກັບ ປະຫວັດສາດ ແລະເນື້ອໃນທີ່ປະສົມປະສານ ເຊິ່ງເປັນຈຸດດຶງດູດທີ່ສຳຄັນຂອງສະຖານີແຫ່ງນີ້.

ໂຄສົກ ຂອງລາຍການ ຊັນນີ ແອນ ເດິຊີຕີ້ WHUR ກ່າວວ່າ

“ນີ້ເປັນສ່ວນນຶ່ງ ທີ່ດີທີ່ສຸດກ່ຽວກັບການມາຢູ່ທີ່ WHUR 96.3. ພວກເຮົາເປັນສະຖານີວິທະຍຸທີ່ບໍ່ມີວັນຕົກຍຸກເລີຍ ແມ່ນບໍ່? ດັ່ງນັ້ນເຮົາຈຶ່ງເປີດເພງປະເພດ R&B ໃນປັດຈຸບັນ ຢູ່ເລື້ອຍ ໆ. ເພງ ຮິບຮອປ ແດ່ໜ້ອຍນຶ່ງ ບາງຄັ້ງບາງຄາວ ແຕ່ກໍ່ໃຫ້ເປັນປະສົບການໃນການຟັງທີ່ດີໆ ເວລາທ່ານເຮັດວຽກຢູ່.”

ໃນຖານະອະດີດຜູ້ລີ້ໄພຈາກ ບອສເນຍ ຊັນນີ ແອນ ເດິຊີຕີ້ ຂໍໃຫ້ເຮົາໃຊ້ຊື່ລາຍການຂອງລາວເທົ່ານັ້ນ ລາວໄດ້ຍ້າຍມາສະຫະລັດ ອາເມຣິກາ ແລະຮຽນ ພາສາອັງກິດ ເມື່ອອາຍຸ 12 ປີ ແລ້ວລາວຕົກຫລຸມຮັກວິທະຍຸ ຫຼັງຈາກຮຽນຈົບມັດທະຍົມປາຍ.

ໂຄສົກ ຊັນນີ ແອນ ເດິຊີຕີ້ WHUR ກ່າວວ່າ

“ ມັນຮູ້ສຶກມີຊີວິດຊີວາຫຼາຍ ແລະຂ້ອຍຮູ້ສຶກປະຫຼາດໃຈຫຼາຍ ກັບສິ່ງທີ່ຕ້ອງເຮັດເພື່ອຈັດລາຍການວິທະຍຸ ແລະເຮັດສິ່ງນີ້ ເຮັດສິ່ງເຫຼົ່ານີ້ ຂ້ອຍຮູ້ສຶກຄືວ່າ ‘ໂອ້ ພຣະເຈົ້າເອີ້ຍ ຂ້ອຍຕ້ອງມາຢູ່ທີ່ນີ້.”

ສະຖານີຍັງທຳໜ້າທີ່ເປັນບ່ອນຮຽນຮູ້. ສ່ວນນຶ່ງຂອງໜ້າທີ່ສະຖານີ ກໍ່ແມ່ນ ການສະເໜີໃຫ້ການຝຶກງານແກ່ນັກສຶກສາທີ່ຮຽນວິຊາໃນສາຂາ ວິທະຍຸກະຈາຍສຽງ ຢູ່ທີ່ ຮາວເວີດ.

ໂຄສົກ ຊັນນີ ແອດ ເດິຊີຕີ້ WHUR ກ່າວຕື່ມວ່າ

“ ພວກເຂົາໝູນວຽນກັນໄປໃນແຕ່ລະພາກການສຶກສາ ເຂົາເຂົ້າມາ ແລະເຂົາມາຮຽນຮູ້. ດັ່ງນັ້ນແມ່ນແລ້ວ ຂ້ອຍໝາຍເຖິງ ມີພະແນກຕ່າງ ໆ ຢູ່ທີ່ນີ້.”


ຄຣິສຕີນາ ກາຍເຊໂດ ສມິທ ນັກຂ່າວວີໂອເອ ((Cristina Caicedo Smit, VOA News) ກ່າວວ່າ

“ ນຶ່ງໃນສະຖານີວິທະຍຸທາງພານິດບໍ່ພໍເທົ່າໃດແຫ່ງ ທີ່ເປັນເຈົ້າຂອງແລະດຳເນີນການໂດຍ ວິທະຍາໄລ ຫຼືມະຫາວິທະຍາໄລ ສະຖານີນີ້ ອອກອາກາດໃຫ້ກັບຜູ້ຢູ່ອາໄສໃນນະຄອນຫຼວງຂອງປະເທດ.”

ການໃຫ້ບໍລິການຊຸມຊົນເປັນຈຸດເນັ້ນໜັກຂອງ WHUR ແລະ ດົນຕຣີເປັນສ່ວນສຳຄັນຂອງສິ່ງທີ່ສະຖານີນຳສະເໜີໃຫ້ກັບຜູ້ຟັງ.

ອາລ ເພນ (Al Payne) ຜູ້ອຳນວຍການອາວຸໂສຝ່າຍການຈັດລາຍການ WHUR ກ່າວວ່າ

ດົນຕຣີແບບ Go-Go ແລະ ສິ່ງອື່ນ ໆ ເຮົາມີດີເຈໃນທ້ອງຖິ່ນທີ່ສາມາດຈັດລາຍການມິກສ໌ຂອງພວກເຂົາ ໃນຊ່ວງທ້າຍອາທິດ ດັ່ງນັ້ນ ອີກຄັ້ງ ເຮົາມີເອກະລັກສະເພາະໂຕຫຼາຍ ເຮົາຮ້ອງໂຕເຮົາເອງວ່າ ‘ເຮົາຟັງຄ້າຍຄື ວໍຊິງຕັນ’.”

ຂ່າວສານເປັນອີກປະເດັນນຶ່ງໂດຍສະຖານີຈະລາຍງານເຫດການປັດຈຸບັນແລະວິເຄາະຜ່ານລາຍການເຊັ່ນ “The Daily Drum” ແລະ ຕອນນຶ່ງຂອງລາຍການ Sunni and the City ຊື່ວ່າ “White House Wednesday.”

ໂຄສົກ ຊັນນີ ແອນເດິຊີຕີ້ WHUR ກ່າວວ່າ

“ ຂ້ອຍມີນັກຂ່າວທີ່ເກັ່ງຫຼາຍຈາກທຳນຽບຂາວ ທີ່ເຂົ້າມາ ແລະເວົ້າລົມກັນ. ລາວຊື່ ແອບໂບນີ ແມັກມໍຣິສ (Ebony McMorris) ເຮົາລົມກັນເລື້ອງການເມືອງທັງໝົດ ແລະ ມີເລື້ອງອີກຫຼາກຫຼາຍ ໃຫ້ລົມກັນໂດຍສະເພາະໃນຕອນນີ້.”

ຕັ້ງແຕ່ເລີ້ມສ້າງຕັ້ງສະຖານີວິທະຍຸຂອງມະຫາວິທະຍາໄລ ຮາວເວີດ ກໍ່ທຳໜ້າທີ່ເປັນແຫຼ່ງຂ່າວ ເພງ ແລະ ຜ່ານການຝຶກງານ ໂອກາດໃນການລາຍງານບັນຫາ ປະຫວັດສາດ ແລະ ວັດທະນາທຳຂອງຄົນຜິວດຳໃຫ້ກັບຜູ້ຟັງທັງຫຼາຍ.

ອ່ານບົດລາຍງານເປັນພາສາອັງກິດ

“76.3 WHUR. Happy Monday, DC, MD, VA, listen, I’m making plans for the... you know I’m already talking about the summertime …”

Since 1971, WHUR 96.3 FM has broadcast to listeners across the Washington region. It was founded with a dual purpose: showcase jazz and advance the role of Black Americans.

Located at the heart of Howard University — a historically Black university — it was described as ((Mandatory CG: Howard University)) “a new and different venture in radio broadcasting that combines entertainment with education.” ((end courtesy))

For mid-day host, known as Sunni and the City, the station’s history and mix of content is a big draw.

Sunni and the City, WHUR HostFemale in English

“This is such a great part about being here at WHUR 96.3. We're a timeless radio station, right? So, we do play a lot of current R&B. Somewhat hip hop here and there, but it's just such a good listening experience for if you're at work.”

As a former refugee from Bosnia, Sunni and the City asked us to only use her show name. She moved to the United States and learned English when she was 12. She fell in love with radio after leaving high school.

Sunni and the City, WHUR Host in English

“It just felt so alive, and I just was so in awe of what it takes to do a radio show and to do this, do these things. I was like, ‘Oh my God, I have to be here.’”

The station also serves as a learning ground. Part of its function is to offer internships to students majoring in radio broadcasting at Howard.

Sunni and the City, WHUR Host

“So, they kind of rotate through semesters and they come and they learn. So yeah, I mean, there's many different departments here.”

Cristina Caicedo Smit, VOA News

"One of the few commercial radio stations owned and run by a college or university, the station broadcasts to residents in the nation’s capital."

Serving the community is WHUR’s focus, and music is a big part of what the station offers its listeners.

Al Payne, WHUR Senior Director of Programing

“Go-Go music, other things, we have local DJs that are able to do their mix shows on the weekends. And so, so again, we definitely have been very unique. We call ourselves ‘We sound like Washington.’”

News is another focus, with the station covering current events and analysis with shows like “The Daily Drum” …

And Sunni and the City’s segment, “White House Wednesday.”

Sunni And the City, WHUR Host

“I have a really great correspondent from the White House [who] checks in and we talk. Her name is Ebony McMorris. We talk about all the political things, and there's endless things to talk about, especially now.”

Since its inception, the Howard University radio station has served as a source of news, music, and — through its internships — opportunity, covering issues and Black history and culture for its audiences.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG