ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກູ້ໄພ ບໍ່ຍອມຢຸດເຊົາ ການຊອກຄົ້ນ ໂດຍຫວັງວ່າ ຈະພົບເຫັນ ຜູ້ລອດຊີວິດ


ລາຍຊື່ພວກທີ່ຍັງຫາຍສາບສູນ ຈາກເຫດແຜ່ນດິນໄຫວ ຢູ່ເມັກຊິໂກ.
ລາຍຊື່ພວກທີ່ຍັງຫາຍສາບສູນ ຈາກເຫດແຜ່ນດິນໄຫວ ຢູ່ເມັກຊິໂກ.

ເຈົ້າໜ້າ​ທີ່​ເມັກ​ຊິ​ໂກ ​ໄດ້​ເພີ້​ມຈຳນວນ​ຜູ້​ເສຍ​ຊີວິດ ​ຈາກ​ແຜ່ນດິນ​ໄຫວ ​ໃນ​ວັນ​ອັງຄານ​
ທີ່​ຜ່ານ​ມາຂຶ້ນ​ເປັນ 293 ຄົນ​ໃນ​ຂະນະ​ທີ່​ພວກ​ກູ້​ໄພຍັງ​ສືບ​ຕໍ່​ຊອກ​ຄົ້ນຫາ​ຢູ່​ຕາມ​ຊາກ
​ຫັກ​ພັງ ​ແລະ​ບໍ່​ຍອມ​ຢຸດ​ເຊົາ ​ໂດຍ​ຫວັງ​ວ່າອາດ​ຍັງ​ຈະ​ພົບ​ເຫັນ​ພວກທີ່​ລອດ​ຊີວິດ​ຕື່ມ​
ອີກ.

ຫົວໜ້າ​ອົງການ​ຄຸ້ມ​ຄອງ​ພົນ​ເຮືອນ​ແຫ່ງ​ຊາດ ທ່ານ Luis Felipe Puente ກ່າວ​ວ່າ
ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ພວກ​ທີ່​ເສຍ​ຊີວິດ ຄື 155 ຄົນ​ແມ່ນ​ຢູ່​ໃນ​ນະຄອນ​ຫຼວງ​ເມັກ​
ຊິ​ໂກ​ຊີ​ຕີ້. ​ໃນ​ຂໍ້ຄວາມ​ທີ່​ຂຽນ​ລົງ​ທາງ Twitter ​ໃນ​ວັນ​ສຸກ​ວານ​ນີ້ ທ່ານເວົ້າວ່າ ​ຜູ້​ເສຍ
​ຊີວິດ​ໃນເຂດ​ອື່ນໆ ຍັງ​ບໍ່​ມີ​ການ​ປ່ຽນ​ແປງ ຄື 73 ຄົນ ​ທີ່​ລັດ Morelos, 45 ຄົນ​ທີ່​ລັດ
Puebla, 13 ຄົນ​ທີ່​ລັດ Mexico, 6 ຄົນທີ່​ລັດ Guerrero ​ແລະຄົນ​ນຶ່ງ ທີ່​ລັດ Oaxaca.

Rescue Worker Describes Conditions in Searching for Survivors in Mexico
please wait

No media source currently available

0:00 0:01:40 0:00

ຄະນະ​ກູ້​ໄພ​ໃນ​ເຂດ​ພາກ​ກາງຂອງ​ເມັກ​ຊິ​ໂກ ​ໄດ້​ເຮັດ​ວຽກ​ຕະຫຼອດ 24 ຊົ່ວ​ໂມງຢູ່​ຕາມ
​ຕຶກ​ອາຄານ​ທີ່​ພັງ​ລົງ​ມາ​ ນັບ​ແຕ່ເລີ້ມມີ​ການ​ຊອກ​ຫາ​ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້​ຫລັງ​ຈາກໄດ້
​ເກີດ​ແຜ່ນດິນ​ໄຫວ​ຂະໜາດ​ແຮງ 7.1 ໃນ​ວັນ​ອັງຄານ​ຜ່ານ​ມາ.

ເຈົ້າໜ້າ​ທີ່​ກູ້​ໄພ​ເມັກ​ຊິ​ໂກ ທີ່​ໄດ້​ຮັບ​ການ​ຊ່ອຍ​ເຫລືອໂດຍ​ພວກ​ກູ້​ໄພ​ຈາກ​ທົ່ວ​ໂລກ​ຮວມ
ທັງ​ອິສຣາ​ແອລ ຍີ່​ປຸ່ນແລະ​ສະຫະລັດ ​ໄດ້​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ຢ່າງ​ໜ້ອຍ 60 ຄົນ​ທີ່
​ນະຄອນຫຼວງ​ເມັກ​ຊິ​ໂກ​ຊີຕີ້ ​ແລະ​ຫົວ​ເມືອງອ້ອ​ມ​ແອ້ມ.

ການຊອກຄົ້ນຫາ ຍັງດຳເນີນຢູ່ຕໍ່ມາ ຕາມສະຖານທີ່ຕ່າງໆ ໃນນະຄອນເມັກຊິໂກຊີຕີ້
ການຊອກຄົ້ນຫາ ຍັງດຳເນີນຢູ່ຕໍ່ມາ ຕາມສະຖານທີ່ຕ່າງໆ ໃນນະຄອນເມັກຊິໂກຊີຕີ້

ສາມມື້ກວ່າໆ​ແລ້ວ ​ນັບ​ຕັ້ງແຕ່​ໄດ້​ເກີດ​ແຜ່ນດິນ​ໄຫວ ​ເວລາ​ນີ້ ພວກ​ກູ້​ໄພ​ແມ່ນ​ພົບ​ເຫັນ
​ຊາກ​ສົບ​ຫລາຍ​ກວ່າ​ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້ ​ແຕ່​ເຈົ້າໜ້າ​ທີ່​ກ່າວ​ວ່າ ຍັງມີ​ຮ່ອງຮອຍຂອງ​
ຜູ້​ລອດ​ຊີວິດ​ຢູ່​ໃນ​ບາງ​ເຂດ ທີ່​ໝາ​ສືບ​ກິ່ນ​ ແລະ​ເຄື່ອງ​ເຊັນ​ເຊີ້ ສະ​ແດງ​ໃຫ້​ຮູ້. ກອງທັບ
​ເມັກ​ຊິ​ໂກ​ກ່າວ​ວ່າ ມີ 115 ຄົນ​ໄດ້​ຖືກ​ຊ່ອຍ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ.

ປະທານາທິບໍດີ Enrique Pena Nieto ໄດ້​ຢືນ​ຢັດ​ວ່າ ການ​ປະຕິບັດ​ງານ​ກູ້​ໄພ​ຈະ
​ດຳ​ເນີນ​ຕໍ່​ໄປ. ທ່ານ​ໄດ້​ກ່າວ​ຊົມ​ເຊີຍ ການ​ຮັບ​ມື​ຢ່າງ​ວ່ອງ​ໄວຂອງ​ຊາວ​ເມັກ​ຊິ​ໂກ​ຕໍ່
ເຫດແຜ່ນດິ​ນ​ໄຫວ ​ໃນ​ຂະນະ​ທີ່​ກ່າວ​ຢ້ຳ​ເຖິງ​ບູລິ​ມະ​ສິດ ທີ່​ຍັງ​ຂວາງ​ໜ້າ​ຢູ່ ກໍ​ຄື​ການ​
ຊ່ອຍ​ຊີວິດແລະ​ການຈັດ​ສົ່ງ​ການ​ປິ່ນປົວ​ທາງ​ການແພດ​ໄປໃຫ້​ຜູ້​ຄົນ​ທີ່​ຕ້ອງການ.

ເຈົ້າໜ້າທີ່ເມັກຊິໂກ ສັນຍາວ່າ ຈະສືບຕໍ່ ຊອກຄົ້ນຫາ ພວກທີ່ລອດຊີວິດມາໄດ້
ເຈົ້າໜ້າທີ່ເມັກຊິໂກ ສັນຍາວ່າ ຈະສືບຕໍ່ ຊອກຄົ້ນຫາ ພວກທີ່ລອດຊີວິດມາໄດ້

ທ່ານ Pena Nieto ກ່າວ​ວ່າ “ຂ້າພະ​ເຈົ້າຕ້ອງ​ໄດ້​ຮັບ​ຮູ້ ພວກ​ອາສາ​ສະໝັກ​ທີ່​ໄດ້​ໃຫ້
ການ​ຊ່ອຍ​ເຫລືອ​ແບບ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ຕໍ່​ພວກ​ທີ່​ຕ້ອງການ​ນັ້ນ.”

ທຳນຽບປະທານາທິບໍດີ ​ໃນ​ນຳ​ອອກ​ເຜີຍ​ແຜ່​ທາງ Twitter ຊຶ່ງ​ຮວມທັງ​ວີ​ດີ​ໂອທີ່​ສະ
​ແດງ​ໃຫ້​ເຫັນ​ວ່າ ມີຫຼາຍພັນ​ຄົນ​ ໄດ້​ພົວພັນ​ນຳ ​ການບັນ​ເທົາ​ທຸກ ​ແລະ​ຂຽນວ່າ “ອີກ
ເທື່ອ​ນຶ່ງ ຊາວ​ເມັກ​ຊິ​ໂກ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ເຂັ້ມ​ແຂງ​ແລະຄວາມ​ເປັນ​ພະ
ລາດອນພາບ​ທີ່​ຍິ່ງ​ໃຫຍ່.”

​ແຕ່​ກໍ​ມີ​ທ່າ​ທາງ​ວ່າ ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ຍັງ​ຈະ​ເພີ້ມຂຶ້ນຕື່ມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG