ນັບເປັນເທື່ອທຳອິດ ນັບແຕ່ປະເທດມໍຣິເຕເນຍໄດ້ຮັບເອກກະລາດມາ ປະຊາຊົນໄດ້ພາກັນໄປໃຊ້ສິດໃຊ້ສຽງ ໃນວັນເສົາມື້ນີ້ ເພື່ອເລືອກເອົາຜູ້ສືບທອດຕຳແໜ່ງປະທານາທິບໍດີ ທີ່ຖືກເລືອກມາຕາມແນວທາງປະຊາທິປະໄຕ ເຖິງແມ່ນພວກຢູ່ພາຍໃນລັດຖະບານ ທີ່ໂຄສະນາ ກ່ຽວກັບການຕໍ່ເນື່ອງ ແມ່ນຄາດວ່າ ຈະເປັນຜູ້ໄດ້ຮັບໄຊຊະນະ.
ໜ່ວຍປ່ອນບັດຕ່າງໆຈະເລີ້ມຂຶ້ນໃນເວລາ 7 ໂມງເຊົ້າມື້ນີ້ ເພື່ອເລືອກເອົາຜູທີ່ຈະມາແທນປະທານາທິບໍດີ ໂມຮຳເໝັດ ອູລດ໌ ອັບແດລ ອາຊີສ ອາຍຸ 62 ປີ ທີ່ໄດ້ເຂົ້າຢຶດອຳນາດ ໃນການເຮັດລັດຖະປະຫານເມື່ອປີ 2008 ຊຶ່ງໄດ້ວາງບົດບາດຂອງທ່ານວ່າ ເປັນພັນທະມິດຂອງປະເທດຕາເວັນຕົກ ໃນການຕໍ່ສູ້ຕ້ານພວກຫົວຮຸນແຮງອິສລາມ.
ມໍຣິເຕເນຍ ຊຶ່ງຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອສຸດ ຂອງທະວີບອາຟຣິກາແລະມີຊາຍແດນທາງພາກຕາເວັນອອກຕິດກັບທະເລຊາຍຊາຮາຣານັ້ນ ໄດ້ຮັບເອກກະລາດຈາກຝຣັ່ງ ໃນປີ 1960.
ທ່ານອັບແດລ ອາຊີສ ໄດ້ລົງຈາກອຳນາດ ຫຼັງຈາກໄດ້ຮັບໜ້າທີ່ມາເຕັມສອງສະໄໝ ຄືສະໄໝລະ 5 ປີ ແລະໄດ້ປະກາດໃຫ້ການສະໜັບສະໜຸນ ຕໍ່ທ່ານໂມຮຳເໝັດ ອູລດ໌ ກາຊວານີ ອາຍຸ 62 ປີ ອະດີດນາຍພົນ ແລະລັດຖະມົນຕີກະຊວງປ້ອງກັນປະເທດ.
ທ່ານອັບແດລ ອາຊີສ ແນວໃດກໍຕາມ ອາດຍັງຈະມີອິດທິພົນທີ່ສຳຄັນຢູ່ເບື້ອງຫຼັງສາກ. ທ່ານໄດ້ກ່າວ ໃນວັນພະຫັດຜ່ານມານີ້ວ່າ ທ່ານບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ທີ່ຈະລົງສະໝັກແຂ່ງຂັນເອົາຕຳແໜ່ງອີກໃນເວລາ 5 ປີເມື່ອການຈຳກັດໃນການດຳລົງຕຳແໜ່ງສອງສະໄໝຂອງທ່ານໝົດອາຍຸລົງ.
ທ່ານກິລເລສ ຢາບີ ຜູ້ກໍ່ຕັ້ງອົງການນັກຊ່ຽວຊານໃນເຂດອາຟຣິກາຕາເວັນຕົກຫຼື WATHI ກ່າວວ່າ ທ່ານກາຊວານີ ແມ່ນຄາດວ່າຈະເປັນຜູ້ໄດ້ຮັບໄຊຊະນະແລະມີທ່າທາງວ່າຈະສືບຕໍ່ແບບສະບັບໃນການປົກຄອງຂອງທ່ານອັບແດລ ອາຊີສ ແຕ່ທ່ານກໍອາດຈະແປກໃຈ.
ທ່ານຢາບີເວົ້າວ່າ “ທ່ານກາຊວານີແມ່ນເປັນບຸກຄົນທີ່ສຸຂຸມຮອບຄອບ. ມັນອາດຈະມີການປ່ຽນແປງເກີດຂຶ້ນ ບໍ່ແມ່ນພຽງແຕ່ແບບຜິວເຜີນເທົ່ານັ້ນ.
ນອກນັ້ນຍັງຜູ້ສະໝັກອີກຫ້າຄົນ ເຂົ້າຮ່ວມການປ່ອນບັດເທື່ອນີ້. ອະດີດນາຍົກລັດຖະມົນຕີຊີດີ ໂມຮຳເໝັດ ອູລດ໌ ບູບາກາ ທີ່ໄດ້ຮັບການໜຸນຫຼັງຈາກພັກສາສະໜາອິສລາມທີ່ໃຫຍ່ສຸດຂອງມໍຣິເຕເນຍແມ່ນໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງຈາກປະຊາຊົນໃນເວລາໂຄສະນາຫາສຽງ ແລະຖືກັນວ່າເປັນຄູ່ແຂ່ງຄົນສຳຄັນຂອງທ່ານກາຊວານີ.