ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການໂຈມຕີທີ່ເພີ້ມຂຶ້ນ ໂດຍແນເປົ້າໝາຍໃສ່ເມືອງສໍາຄັນຂອງຊາວເຄີດ ໃກ້ກັບນະຄອນເອີບີລ


ແຟ້ມຮູບ—ເຈົ້າໜ້າທີ່ກອງກໍາລັງເປສເມີກາ ຊາວອີຣັກເຊື້ອສາຍເຄີດ ໃນນະຄອນເອີບີລ, ໃນຂົງເຂດປົກຄອງຕົນເອງຊາວເຄີດ ຢູ່ທາງພາກເໜືອຂອງອິຣັກ.
ແຟ້ມຮູບ—ເຈົ້າໜ້າທີ່ກອງກໍາລັງເປສເມີກາ ຊາວອີຣັກເຊື້ອສາຍເຄີດ ໃນນະຄອນເອີບີລ, ໃນຂົງເຂດປົກຄອງຕົນເອງຊາວເຄີດ ຢູ່ທາງພາກເໜືອຂອງອິຣັກ.

ໃນ​ການ​ເພີ້ມ​ທະວີ​ການ​ຮຸກ​ຮານ​ທີ່​ສຳຄັນ​ຕໍ່​ລັດຖະບານຢູ່ໃນພາກພື້ນເຄີດິສຕານ ຂອງ​ອີຣັກ, ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໄດ້ອອກມາ​ຢືນຢັນ​ວ່າ ການ​ໂຈມ​ຕີໂດຍ “ເຮືອບິນບໍ່ມີຄົນຂັບ​ສະຫຼະ​ຊີບ" ສອງ​ຄັ້ງ​ ຂອງ​ພວກ​ຫົວ​ຮຸນ​ແຮງ ຊີໄອທ໌ (Shiite) ທີ່​ສົງ​ໄສ​ວ່າ ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີຣ່ານ ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ເສົາ​ແລ້ວ ໄດ້ ຖືກສຳນັກງານ​ໃຫຍ່ ​ຂອງກອງ​ກຳລັງເປສເມີກາ (Peshmerga) ໃນເມືອງເພີມາມ (Pirmam), ນະ​ຄອນເອີບີລ (Erbil).

ເມືອງ​ດັ່ງກ່າວ ​ເປັນ​ທີ່​ໝັ້ນ​ໂດຍກົງ​ຂອງ​ຄອບ​ຄົວ ມາຊູດ ບາຊານີ (Masoud Barzani) ​ແລະ​ພັກ​ປະຊາທິປະ​ໄຕ ເຄີດິສຕານ ຫຼື KDP.

ຫຼາຍແຫຼ່ງຂ່າວທີ່ທີ່ກ່ຽວຂ້ອງກັບການໂຈມຕີຕ່າງໆເຫຼົ່ານັ້ນ, ຜູ້ທີ່ໄດ້ກ່າວຕໍ່ VOA ໂດຍຂໍ​ສະ​ຫງວນ​ຊື່ກ່າວວ່າ ການໂຈມຕີແມ່ນແນເປົ້າໝາຍ ໃສ່ສໍານັກງານໃຫຍ່ຂອງກອງກໍາລັງພິເສດ ກູລານ (Gulan), ໂດຍຕັ້ງຢູ່ຫ່າງຈາກ "ສໍານັກງານໃຫຍ່ ບາຊານີ" ບໍ່ຮອດ 5 ກິໂລແມັດ, ເຊິ່ງເປັນບ່ອນທີ່ອະດີດປະທານາທິບໍດີຊາວເຄີດອາໄສຢູ່.

ບໍ່ມີເຈົ້າໜ້າທີ່ຊາວເຄີດຄົນໃດ ທີ່ຈະໃຫ້ຄວາມຄິດເຫັນກ່ຽວກັບການໂຈມຕີໃສ່ບໍລິເວນ ທີ່ຢູ່ໃກ້ກັບສໍານັກງານໃຫຍ່, ແຕ່ຜູ້ປົກຄອງນະ​ຄອນເອີບີລ ຮ້ອງການໂຈມຕີດັ່ງກ່າວວ່າ "ເປັນການເຄື່ອນ​ໄຫວ​ທີ່ອັນຕະລາຍ."

ທ່ານໂອເມັດ ໂຄສນາວ (Omed Khoshnaw), ຜູ້ປົກຄອງ ​ນະ​ຄອນເອີບີລ ກ່າວຕໍ່ VOA ຜ່ານທາງໂທລະສັບໃນວັນອັງຄານວານນີ້ວ່າ "ກ່ອນໜ້ານີ້, ພວກຫົວຮຸນແຮງໄດ້ອ້າງວ່າ ເປົ້າໝາຍຂອງພວກເຂົາ ມີພຽງກອງກຳລັງປະສົມເທົ່ານັ້ນ. ແຕ່ປັດຈຸບັນ ພວກເຂົາຍັງໄດ້ແນເປົ້າໝາຍໃສ່ກອງກໍາລັງເປສເມີກາ ນະ​ຄອນ​ເອີ​ບິ​ລ ແລະ​ເຂດ​ເຄີ​ດິ​ສ​ຕານ ນໍາອີກດ້ວຍ.”

ທ່ານກ່າວວ່າ "ການໂຈມຕີໃສ່ກອງກໍາລັງເປສເມີກາ ແມ່ນການເຄື່ອນ​ໄຫວທີ່ເປັນອັນຕະລາຍ, ແລະພວກເຮົາຄາດວ່າ ລັດຖະບານອີຣັກຈະສະແດງທ່າທີທີ່ເດັດຂາດ. ແລະລັດຖະບານຢູ່ໃນພາກພື້ນເຄີດິສຕານ ຈະບໍ່ເຮັດຄືດັ່ງບໍ່ມີຫຍັງເກີດຂຶ້ນ."

ພວກ​ຫົວ​ຮຸນ​ແຮງຊີໄອທ໌ທີ່​ຖືກ​ສົງ​ໄສ ​ໄດ້​ທຳ​ການ​ໂຈມ​ຕີໃສ່ກຸ່ມເປົ້າໝາຍ ໃນນະ​ຄອນເອີບິລ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຫຼາຍ​ສິບ​ຄັ້ງ​ ນັບ​ຕັ້ງ​ແຕ່​ສົງຄາມ ອິສຣາແອລ ແລະ ກຸ່ມຮາມາສ ​ເລີ້ມຕົ້ນຂຶ້ນ​ໃນ​ເດືອນ​ຕຸລາ. ການ​ໂຈມ​ຕີ​ສ່ວນ​ໃຫຍ່ ​ຖືກ​ອ້າງ​ມີ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG