ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ກ່າວ​ວ່າ "ອາ​ເມ​ຣິ​ກາ ຮັກ ອິນ​ເດຍ, ອາ​ເມ​ຣິ​ກາ ເຄົາ​ລົບ​ນັບ​ຖື ອິນ​ເດຍ" ໃນ​ລະ​ຫວ່າງ ເດີນ​ທາງ​ຢ້ຽມ​ຢາມ ອິນ​ເດຍ


ເດັກ​ນ້ອຍ​ຈາກ​ໂຮງ​ຮຽນ​ສິ​ລະ​ປະ ແຕ້ມ​ຮູບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່ອນ​ການ​ຢ້ຽມ​ຢາມ ອິນ​ເດຍ. ນະ​ຄອນຫຼວງ ມຸມ​ໄບ, ອິນ​ເດຍ. 21 ກຸມ​ພາ, 2020.
ເດັກ​ນ້ອຍ​ຈາກ​ໂຮງ​ຮຽນ​ສິ​ລະ​ປະ ແຕ້ມ​ຮູບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່ອນ​ການ​ຢ້ຽມ​ຢາມ ອິນ​ເດຍ. ນະ​ຄອນຫຼວງ ມຸມ​ໄບ, ອິນ​ເດຍ. 21 ກຸມ​ພາ, 2020.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ “ອິນ​ເດຍ ຈະມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ພວກ​ເຮົາ​ຕະຫຼອດ​ໄປ” ໃນ​ຂະ​ນະ​ທີ່​ທ່ານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ໄດ້​ຍົກ​ຍ້ອງ​ກັນ​ແລະ​ກັນ ໃນ​ການກ່າວ​ຄຳ​ປາ​ໄສ​ຕໍ່​ໜ້າ​ປະ​ຊາ​ຊົນຫຼາຍກວ່າ 100,000 ຄົນ ຜູ້​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ການ​ຊຸມ​ນຸມ “ຕ້ອນ​ຮັບ ທ່ານ ທ​ຣຳ” ໃນ​ເມືອງ ອາ​ເມ​ດາ​ບັດ.

ງານ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ຢ້ຽມ​ຢາມປະ​ເທດ​ 36 ຊົ່ງ​ໂມງ​ຂອງ​ທ່ານ ທ​ຣຳ, ເຊິ່ງ​ຄຳ​ເວົ້າ​ນຶ່ງ​ທີ່​ທ່ານ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ ​ແມ່ນ​ລວມ​ມີ​ການ​ເດີນ​ທາງໄກເກືອບ 13,000 ກິ​ໂລ​ແມັດນັ້ນ.

ທ່ານປະ​ທາ​ນາ​ທິ​ບໍ​ດີ ໄດ້​ເລີ່ມ​ດ້ວຍ​ການ​ທັກ​ທາຍ​ເປັນ​ພາ​ສາ​ ອິນ​ເດຍ​ ວ່າ “ນາ​ມາ​ສ​ເຕ.”

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ” ອາ​ເມ​ຣິ​ກາ ຮັກ ອິນ​ເດຍ. ອາ​ເມ​ຣິ​ກາ ເຄົາ​ລົບ​ນັບ​ຖື ອິນ​ເດຍ. ແລະ ອາ​ເມ​ຣິ​ກາ ຈະ​ເປັນ​ເພື່ອນ​ທີ່​ຊື່​ສັດ ແລະ ຈົງ​ຮັກ​ພັກ​ດີ​ຕໍ່ປະ​ຊາ​ຊົນ ອິນ​ເດຍ ຕະຫຼອດ​ໄປ.”

ທ່ານໄດ້​ຍົກ​ຍ້ອງ ອິນ​ເດຍ ດັ່ງ​ກັບ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ, ແລະ ໄດ້​ເອີ້ນ​ປະ​ເທດ​ນັ້ນ​ວ່າ ເປັນ​ເພື່ອນທີ່​ແທ້​ຈິງ​ຂອງ ສະ​ຫະ​ລັດ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ ທ​ຣຳ ໄດ້​ເລີ່ມ​ຂຶ້ນ​ດ້ວຍ​ການ​ຕ້ອນ​ຮັບ​ດ້ວຍ​ຜ້າ​ພົມ​ແດງ​ທີ່​ສະ​ໜາມ​ບິນ​ໃນ​ເມືອງ ອາ​ເມ​ດາບັດ, ໃນ​ລັດ​ ກູ​ຈາ​ຣັດ ທີ່​ເປັນລັດ​ບ່ອນ​ທີ່​ທ່ານ ​ທ່ານ ໂມ​ດີ ອາ​ໄສ​ຢູ່. ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ໄດ້​ຮ້ອງ​ເຊຍ​ຕາມ​ເສັ້ນ​ທາງ​ຂະ​ບວນ​ລົດ​ ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ແລະ ທ່ານ ໂມ​ດີ ໄດ້​ເດີນ​ທາງ​ໃນ​ໄລ​ຍະ​ສັ້ນ​ເພື່ອ​ຢຸດ​ແວ່​ທີ່ສະ​ຖານ​ທີ່​ສອນ​ສາ​ສະ​ໜາ ຮິນ​ດູ ຂອງ​ທ່ານ ມາ​ຮັດ​ມາ ການ​ດີ.

ກອງ​ທັບ​ກຳ​ມະ​ກອນ​ຂະ​ໜາດ​ນ້ອຍ​ໄດ້​ຖືກ​ສົ່ງ​ໄປ​ທີ່​ນັ້ນ ​ກ່ອນ​ການ​ຢ້ຽມ​ຢາມ​ເມືອງ ອາ​ເມ​ດາ​ບັດ ​ຂອງ​ທ່ານ ທ​ຣຳ ເພື່ອ​ສ້າງ​ກຳ​ແພງ​ຍາວ 400 ແມັດ​ຢູ່​ຕາມ​ເສັ້ນ​ທາງ​ຂະ​ບວນ​ລົດ ເພື່ອ​ປ້ອງ​ກັນ​ທີວ​ທັດ​ບ່ອນຢູ່​ອາ​ໄສ​ຂອງ​ຄົນ​ທຸກຍາກ. ໂຄງ​ການ​ທີ່​ເລັ່ງ​ກໍ່​ສ້າງ​ດັ່ງ​ກ່າວ​ຍັງ​ລວມ​ມີ ​ການ​ຕິດ​ຕັ້ງ​ໂຖດອກ​ໄມ້​ປະ​ມານ 150,000 ໂຖ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ອິນ​ເດຍ ທ່ານ ຮາ​ຊ ວາ​ດານ ຊຣິງ​ລາ (Harsh Vardhan Shringla), ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ນິວ​ເດ​ລີ ວ່າ “ມັນ​ຈະ​ຄ້າຍ​ຄື​ກັບ​ງານ “ຮາວ​ດີ, ໂມ​ດີ” ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ຊຸມ​ຊົນ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອິນ​ເດຍ ເພື່ອ​ເປັນ​ກຽດ​ໃຫ້​ແກ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂມ​ດີ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນະ​ຄອນ ຮູ​ສ​ຕັນ ຂອງ​ທ່ານ​ໃນ​ເດືອນ​ກັນ​ຍາ​ປີ 2019, ເຊິ່ງ​ປະ​ທານ​າ​ທິ​ບໍ​ດີ ທ​ຣຳ ກໍ​ໄດ້​ເຂົ້າ​ຮ່ວມ.”

ທ່ານ ອາ​ປາ​ນາ ປານ​ເດ, ຜູ້​ອຳ​ນວຍ​ການ​ໂຄງ​ການ​ລິ​ເລີ່ມ ກ່ຽວ​ກັບ ອະ​ນາ​ຄົນ​ຂອງ ອິນ​ເດຍ ແລະ ເອ​ເຊຍ​ໃຕ້ ທີ່​ສະ​ຖາ​ບັນ ຮັດ​ສັນ ໄດ້​ກ່າວ​ວ່າ “ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ສຳ​ຄັນ​ກວ່າ​ໝູ່​ຈະ​ເປັນ​ການ​ສະ​ແດງ​ຄວາມຫຼູຫຼາ, ​ການ​ໂອ້ອວດ ແລະ ສັນ​ຍາ​ລັກ. ມັນ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ຜູ້​ນຳ​ປະ​ຊາ​ນິ​ຍົມ​ຊາດ​ນິ​ຍົມ​ນັ້ນ ທີ່​ວ່າ​ພວກ​ເພິ່ນ​ສາ​ມາດ​ສະ​ແດງ​ໃຫ້​ຜູ້​ຊົມ​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເພິ່ນ​ເຫັນ ແລະ ຕໍ່​ໂລກວ່າ ພວກ​ເພິ່ນ​ມີ​ຄູ່​ຮ່ວມ​ທີ່​ສາ​ມາດ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້ ແລະ ເປັນ​ພັນ​ທະ​ມິດ​ກັນ.”

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG