ທະຫານຂອງກອງທັບປົດປ່ອຍປະຊາຊົນ ຈີນ ຫຼາຍສິບຄົນໄດ້ຊ່ວຍຍ້າຍສິ່ງກີດຂວາງອອກຈາກຖະໜົນໃນວັນເສົາວານນີ້, ເປັນການອອກມາຈາກຄ້າຍທະຫານຂອງເຂົາເຈົ້າເທື່ອທຳອິດ ນັບຕັ້ງແຕ່ການປະທ້ວງໄດ້ຄອບງຳເຂດແດນເຄິ່ງປົກຄອງຕົນເອງຂອງ ຈີນ 5 ເດືອນທີ່ຜ່ານມາ.
ບັນດາສະມາຊິກສະພາທີ່ສະໜັບສະໜູນປະຊາທິປະໄຕໄດ້ກ່າວປະນາມການເຄື່ອນໄຫວດັ່ງກ່າວໃນທັນທີວ່າ ເປັນການລະເມີດກົດໝາຍພື້ນຖານ, ລັດຖະທຳມະນູນນ້ອຍຂອງ ຮົງກົງ, ເຊິ່ງຫ້າມການແຊກແຂງຈາກທະຫານ ຈີນ ແຜ່ນດິນໃຫຍ່ ນອກຈາກວ່າໄດ້ຖືກຂໍຢ່າງເປັນທາງການຈາກລັດຖະບານ ຮົງກົງ.
ການຕັດສິນໃຈດັ່ງກ່າວປາກົດວ່າ ຈະເປັນການພະຍາຍາມຄັ້ງຫຼ້າສຸດໂດຍລັດຖະບານ ປັກກິ່ງ ທີ່ຈະຂະຫຍາຍ ການມີສ່ວນຮ່ວມຂອງກອງທັບ ຈີນ ໃນ ຮົງກົງ ຢ່າງປົກກະຕິໃຈທີ່ສຸດ, ເຊິ່ງໄດ້ເກີດການປະທ້ວງເພີ່ມຂຶ້ນ ໃນອາທິດທີ່ຜ່ານມາ ລຸນຫຼັງການຕາຍຂອງຜູ້ປະທ້ວງທີ່ເປັນນັກສຶກສາຄົນທຳອິດ.
ທະຫານກອງທັບປົດປ່ອຍປະຊາຊົນ ຈີນ ທີ່ຖືຟອຍ ແລະ ຄຸປະມານ 50 ຄົນ ໄດ້ແລ່ນເປັນແຖວໃນຕອນບ່າຍວັນເສົາວານນີ້ ຈາກຄ້າຍຂອງເຂົາເຈົ້າໃນໝູ່ບ້ານ ຄາວລູນ. ທະຫານທີ່ວ່ານັ້ນໄດ້ໃສ່ໂສ້ງກິລາສີດຳ ແລະ ເຊື້ອສີກາກີ, ໄດ້ເກັບກ້ອນຫີນຈີ່ອອກຈາກຖະໜົນເປັນເວລາປະມານ 30 ນາທີ.
ກ້ອນຫີນຈີ່ດັ່ງກ່າວນັ້ນໄດ້ຖືກວາງໄວ້ໂດຍຜູ້ປະທ້ວງຈາກມະຫາວິທະຍາໄລ ບັບຕິສ ຮົງກົງ, ເຊິ່ງແມ່ນນຶ່ງໃນມະຫາວິທະຍາໄລຫຼາຍແຫ່ງທົ່ວ ຮົງກົງ ບ່ອນທີ່ນັກສຶກສາໄດ້ກີດກັ້ນຖະໜົນ ແລະ ປະທະກັບຕຳຫຼວດໃນອາທິດນີ້.
ຜູ້ອາໄສຢູ່ໃນທ້ອງຖິ່ນກຸ່ມນ້ອຍກຸ່ມນຶ່ງ ແລະ ນັກການເມືອງທີ່ສະໜັບສະໜູນ ປັກກິ່ງ ໄດ້ເຂົ້າຮ່ວມກັບບັນດາທະຫານ ໃນການປະຕິບັດການອະນາໄມ, ອີງຕາມການລາຍງານຕ່າງໆ.
ນີ້ແມ່ນຄັ້ງທຳອິດທີ່ທະຫານກອງທັບປົກປ່ອຍປະຊາຊົນ ຈີນ ໄດ້ຖືກພົບເຫັນໃນຖະໜົນຂອງ ຮົງກົງ ໃນລະຫວ່າງການປະທ້ວງສະໜັບສະໜູນປະຊາທິປະໄຕຄັ້ງປັດຈຸບັນ.
ໂຄສົກລັດຖະບານ ຮົງກົງ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນບໍ່ໄດ້ຂໍການຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນ ຈີນ, ໂດຍເອີ້ນການເຄື່ອນໄຫວນັ້ນວ່າ ເປັນຄວາມສະໝັກໃຈເທົ່ານັ້ນ, ອີງຕາມວິທະຍຸ RTHK ຂອງລັດຖະບານ. ໂຄສົກກອງທັບປົດປ່ອຍປະຊາຊົນທ່ານນຶ່ງໄດ້ເວົ້າວ່າ ບັນດາທະຫານ “ແມ່ນໄດ້ມາຊ່ວຍເຫຼືອ” ຜູ້ອາໄສຢູ່ໃນທ້ອງຖິ່ນເທົ່ານັ້ນ, ອີງຕາມການກ່າວຂອງວິທະຍຸ.
ມາດຕາທີ 14 ຂອງກົດໝາຍພື້ນຖານໄດ້ອະທິບາຍວ່າ ກອງກຳລັງທະຫານ ຈີນ ແຜ່ນດິນໃຫຍ່ “ຈະບໍ່ແຊກແຊງໃນບັນຫາພາຍໃນຂອງພາກພື້ນດັ່ງກ່າວ,” ແຕ່ລັດຖະບານ ຮົງກົງ ສາມາດ, ເມື່ອມີຄວາມຈຳເປັນ, ຂໍການຊ່ວຍເຫຼືອ “ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສາທາລະນະ ແລະ ການບັນເທົາໄພພິບັດ.