ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ທີ່​​ກາ​ນາ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ 'ຕື່ນ​ເຕັ້ນ ກ່ຽວ​ກັບ​ອະ​ນາ​ຄົດ ຂອງ​ອາ​ຟ​ຣິ​ກາ'


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ຖາມ​ສະ​ບາຍ​ດີ​ພວກ​ນັກ​ຮຽນ​ໃນ​ພິ​ທີ​ຕ້ອນ​ຮັບ​ເວ​ລາ​ທ່ານ​ນາງ​ເດີ​ນ​ທາງ​ໄປ​ເຖິງ ທີ່​ສະ​ໜາມ​ບິນ​ສາ​ກົນ​ໂກ​ຕ​ກາ ໃນ​ນະ​ຄອນ​ອັກ​ກ​ຣາ ປະ​ເທດ​ກາ​ນາ ເມື່ອ​ວັນ​ທີ 26 ມີ​ນາ 2023.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ຖາມ​ສະ​ບາຍ​ດີ​ພວກ​ນັກ​ຮຽນ​ໃນ​ພິ​ທີ​ຕ້ອນ​ຮັບ​ເວ​ລາ​ທ່ານ​ນາງ​ເດີ​ນ​ທາງ​ໄປ​ເຖິງ ທີ່​ສະ​ໜາມ​ບິນ​ສາ​ກົນ​ໂກ​ຕ​ກາ ໃນ​ນະ​ຄອນ​ອັກ​ກ​ຣາ ປະ​ເທດ​ກາ​ນາ ເມື່ອ​ວັນ​ທີ 26 ມີ​ນາ 2023.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ເດີນ​ທາງ​ໄປ​ເຖິງ​ປະ​ເທດ​ກາ​ນາ​ແລ້ວເພື່ອ​ເລີ້ມ​ການ​ຢ້ຽມ​ຢາມ​ອາ​ຟ​ຣິ​ກາ ​ເປັນ​ເວ​ລາ​ນຶ່ງ​ອາ​ທິດ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ການ​ຢຸດ​ແວ່​ຂອງທ່ານ​ນາງ​ແຮ​ຣິ​ສ ທີ່​ປະ​ເທດ​ກາ​ນາ ແທນ​ຊາ​ເນຍແລະ​ແຊມ​ເບຍ ແມ່ນ​ຕັ້ງ​ໃຈ​ເພື່ອ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ສະ​ຫະ​ລັດ ລົງ​ເລິກ​ກັບ​ບັນ​ດາ​ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ.

ໃນ​ຂະ​ນະ​ທີ່​ພວມ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ນະ​ຄອນ​ຫຼວງ​ກາ​ນາ​ໃນ​ວັນ​ອາ​ທິດ​ວານນີ້ ທ່ານ​ນາງ​ແຮ​ຣິ​ສ​ໄດ້​ຖືກ​ຕ້ອນ​ຮັບ​ໂດຍ​ພວກ​ເດັກ​ນ້ອຍ​ນັກ​ຮຽນ ນັກ​ຟ້ອນ​ແລະ​ຄະ​ນະ​ຕີ​ກອງ.

ທ່ານ​ນາງ​ແຮ​ຣິ​ສ​ກ່າວ​ວ່າ ທ່ານ​ນາງ​ຕ້ອງ​ການ​ຢາກ​ຊຸກ​ຍູ້​ໃຫ້​ມີ​ການ​ຂະ​ຫຍາຍ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ ແລະ​ທ່ານ​ນາງ​ກໍ​ຍິນ​ດີ “ທີ່​ຈະ​ຮູ້​ເຫັນ​ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງ​ນະ​ວັດ​ຕະ​ກຳ​ພິ​ເສດ ແລະ​ຄວາມ​ຄິດ​ສ້າງ​ສັນ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ທະ​ວີບ​ດັ່ງ​ກ່າວນີ້.”

ກາ​ນາ​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ ໃນ​ຖາ​ນະ​ທີ່​ເປັນ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ສະ​ຖຽນ​ລະ​ພາບ​ທີ່​ສຸດ ​ຢູ່​ໃນ​ທະ​ວີບ​ອາ​ຟ​ຣິ​ກາ ແຕ່​ເມື່ອ​ໄວໆ​ມານີ້ ໄດ້​ຖືກ​ຫ້ອມ​ລ້ອມ​ໄປດ້ວຍ​ບັນ​ຫາ​ທ້າ​ທາຍ​ທັງ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ຄວາມ​ໝັ້ນ​ຄົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG