ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ໂຈມ​ຕີ ​ຮອບໃໝ່ ​ເຮັດ​ໃຫ້ ​ທະ​ຫານ 4 ຄົນ ເສຍ​ຊີ​ວິດ​ ໃນ​ແຄ​ວ້ນແ​ຄັ​ສ​ເມຍ ຂອງອິນ​ເດຍ


ຄວັນ​ໄຟ ຈາກ​ບ້ານ​ເຮືອນ ກຳ​ລັງ​ເຜົາ​ໄໝ້ ບ່ອນ​ທີ່ສົງ​ໄສວ່າ ມີ​ການ​ໂຈມ​ຕີ ໃນພອ​ລ​ວາ​ມາ ໃນ​ແຄ​ວ້ນແ​ຄັ​ສ​ເມຍ ຂອງອິນ​ເດຍ, 18 ກຸມ​ພາ 2019.
ຄວັນ​ໄຟ ຈາກ​ບ້ານ​ເຮືອນ ກຳ​ລັງ​ເຜົາ​ໄໝ້ ບ່ອນ​ທີ່ສົງ​ໄສວ່າ ມີ​ການ​ໂຈມ​ຕີ ໃນພອ​ລ​ວາ​ມາ ໃນ​ແຄ​ວ້ນແ​ຄັ​ສ​ເມຍ ຂອງອິນ​ເດຍ, 18 ກຸມ​ພາ 2019.

ທະ​ຫານອິນ​ເດຍ 4 ຄົນ ແລະ​ພວກທີ່​ສົງ​ໄສ​ ເປັ​ນ​ພວກຫົວ​ຮຸນ​ແຮງອີກ 3 ຄົນ ແມ່ນ​ຮວມຢູ່
ໃນ​ 9 ຄົນ ທີ່​ຖືກ​ສັງ​ຫານ​ ໃນ​ວັນ​ຈັນ​ວານ​ນີ້ ໃນ​ການ​ຍິງ​ປະ​ທະ​ກັນ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​
ຮັກ​ສາ​ຄວາມ​ປອດ​ໄພຂອງອິນ​ເດຍ ໄດ້​ຕາ​ມລ່າ​ຫາພວກ​ທີ່​ວາງ​ແຜນ ​ໃນການ​ໂຈມ​ຕີ​
ດ້ວຍ​ລະ​ເບີດ​ສະ​ຫຼະຊີບ ທີ່​ເຮັ​ດ​ໃຫ້ເຈົ້າ​ໜ້າ​ທີ່ຮັກ​ສາ​ຄວາມປອດ​ໄພ 40 ຄົນ ​ເສຍ​ຊີ​ວິດ
ໃນ​ແຄ​ວ້ນແຄ​ສ​ເມຍ ຂອງອິນ​ເດຍ ແລະ​ໄດ້​ເພີ້ມ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ​ອິນ​ເດຍ
ແລະ​ປາ​ກິ​ສ​ຖານ.

ການ​ຍິງ​ປະ​ທະ​ກັນ ໄດ້​ເກີດ​ຂຶ້ນ ເວ​ລາ​ພວກ​ຫົວ​ຮຸນ​ແຮງ ​ເລີ້ມ​ເປີດ​ສາກ​ຍິງ​ໃສ່​ ພ​ວກ
​ທະ​ຫານໃນ​ຂະ​ນະ​ທີ່​ການປະ​ຕິ​ບັດ​ງາ​ນຄົ້ນ​ຫາ ໃນ​ບ້ານ​ທີ່​ໃກ້​ຄຽງ ບ່ອນ​ທີ່​ມີ​ການ​ໂຈມ​ຕີ
​ດ້ວຍ​ລະ​ເບີດສະ​ຫຼະ​ຊີບ ໄດ້​ຂັບ​ລົດ​ແລ່ນ​ເຂົ້າ​ໃສ່​ຂະ​ບວນທະ​ຫານໃນ​ສັບ​ປະ​ດາ​ແລ້ວນີ້.

ພວກ​ເຄາະ​ຮ້າຍ​ແມ່ນ​ຮວມ​ທັງ ຕຳ​ຫຼວດ​ຄົນ​ນຶ່ງແລະ​ພົນ​ລະ​ເຮືອນ ຜູ້​ນຶ່ງ. ຕຳ​ຫຼວດ
ໄດ້​ກ່າວວ່າ ​ພວກ​ຫົວ​ຮຸນ​ແຮງ ທີ່​ຖືກສັງ​ຫານນັ້ນ ແມ່ນສະ​ມາ​ຊິກ​ຂອງ ກຸ່ມຈາ​ອິ​ສ-ອີ-
ໂມ​ຮາ​ມັດອິ​ສ​ລາມ (Jaish-e-Mohammad) ​ທີ່​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ
​ຊອບ​ຂອງ​ການ​ໂຈມ​ຕີ​ນີ້ ແລະ​ສົງ​ໄສວ່ານຶ່ງ​ໃນ​ນັ້ນແມ່ນ​ຜູ້ວາງ​ແຜນ​ການ​ຫຼັກ ​ໃນການ
​ໂຈມ​ຕີ​ຄັ້ງ​ນີ້.

ນີ້​ແມ່ນ​ການ​ໂຈມ​ຕີ​ຮ້າຍ​ແຮງ​ສຸດ​ຂອງ​ພວກ​ຫົວ​ຮຸນ​ແຮງໃນ​ແຄ​ວ້ນແຄ​ສ​ເມຍ​ຂອງອິນ
ເດຍ ນັບແຕ່ຂົງ​ເຂດພູຫິມະ​ໄລ​ດັ່ງ​ກ່າວ ໄດ້​ເກີດ​ຄວາມ​ວຸ້ນ​ວາຍ ໂດຍ​ກຸ່ມ​ກະບົດ
​ທີ່​ຢາກແບ່ງແຍກດິນ​ແດນ ເມື່ອ 3 ທົດ​ສະ​ວັດ ຜ່ານ​ມາ​ແລ້ວ​ນັ້ນ.

ນິວ​ເດລີ ໄດ້​ຖີ້ິ້ມ​ໂທດ​ການ​ໂຈມ​ຕີ​ຄັ້ງ​ນີ້ ໃສ່​ປາ​ກິ​ສ​ຖານ ຜູ້​ຊຶ່ງຕົນໄດ້​ກ່າວ​ຫາ​ວ່າ
ໃຫ້​ບ່ອນ​ຫລົບ​ລີ້ ​ແກ່ກຸ່ມຈາ​ອິ​ສ-ອີ-ໂມ​ຮາ​ມັດ ອິ​ສ​ລາມ ເພື່ອ​ທີ່​ຈະ​ທຳ​ການ​ກໍ່​ການ​ຮ້າຍ
ໃນ​ອິນ​ເດຍ, ປາ​ກິ​ສ​ຖານ ໄດ້​ປະ​ຕິ​ເສດວ່າ ຕົນ​ບໍ່​ມີ​ການ​ພົວ​ພັນ​ໃດໆ ທັງ​ສິ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ນາເຣັນດ​ຣາ ໂມ​ດີ ຜູ້​ຊຶ່ງ​ໄດ້​ປະ​ຕິ​ຍານ​ວ່າ ຈະ​ຕອບ​ໂຕ້
ຄືນຢ່າງ​ຮຸນ​ແຮງ ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້, ແລະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເອົາ​ບາດ​ກ້າວ​ຈາກ​
ທົ່ວ​ໂລກຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ ໃນ​ວັນ​ຈັນ​ວານນີ້ ​ຊ້ອງ​ໜ້າ​ຂອງ​ສື່ ມວນ​ຊົນ ໃນ​ການ​
ພົບ​ປະ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເຈັນ​ຕີ​ນາ ທ່ານ​ໂມ​ຣີ​ຊີ​ໂອ ມາ​ຄ​ຣີ (Mauricio Macri.)

ທ່ານ​ໂມ​ດີ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ ໃນ​ແຄ​ວ້ນແຄ​ສ​ເມຍ ຂອງ ອິນ​ເດຍ ​
ສະ​ແດງ​ໃຫ້​ເຫັນ​ວ່າ ເວ​ລາ​ສຳ​ລັບການ​ເຈ​ລະ​ຈາ​ນັ້ນ ແມ່ນ​ຈົບ​ສິ້ນ​ແລ້ວ. “ດຽວ​ນີ້ ມັນ​
ແມ່ນ​ຈຳ​ເປັນ​ທີ່​ຈະ​ໃຫ້​ທັງ​ໂລກ ຈັບ​ມື​ກັນ ເອົາ​ບາດ​ກ້າວ​ທີ່​ແຂງ​ຂັນ ຕໍ່​ຕ້ານ​ພວກ​ກໍ່​
ການຮ້າຍ. ການ​ລັ່ງ​ເລໃຈ ຈາກ​ການເອົາ​ບາດ​ກ້າວ ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ແລະ​
ພວກ​ທີ່​ສະ​ໜັບ​ສະ​ໜຸນ​ພວກ​ເຂົາ ນັ້ນ​ແມ່ນ ເປັນ​ການ​ສົ່ງ​ເສີມ​ພວກ​ກໍ່​ການ​ຮ້າຍ,”

ນັ້ນ​ຄື​ຄຳ​ເວົ້າ​ທີ່ທ່ານ​ໄດ້​ກ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG