ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ສະຫະລັດ ເຈລະຈາ ກ່ຽວກັບ ແຜນການຊ່ວຍເຫຼືອ ໄວຣັສໂຄໂຣນາໃໝ່


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ກົດໝາຍນິຕິບັນຍັດ ການຊ່ວຍເຫຼືອ ໄວຣັສໂຄໂຣນາ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ກົດໝາຍນິຕິບັນຍັດ ການຊ່ວຍເຫຼືອ ໄວຣັສໂຄໂຣນາ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ.

ສະມາຊິກລັດຖະສະພາສັງກັດພັກເດໂມແຄຣັດ ໄດ້ພົບປະກັບບັນດາເຈົ້າໜ້າທີ່ ທຳນຽບຂາວໃນວັນອັງຄານວານນີ້, ໃນຂະນະທີ່ບັນດາສະມາຊິກສະພາ ແລະ ປະທານາທິບໍດີ ດໍໂນລ ທຣຳ ປະ ເຊີນກັບຂີດເສັ້ນຕາຍ ເພື່ອຮັບຜ່ານໂຄງການທຶນຊ່ວຍເຫຼືອໃໝ່ ເພື່ອຕໍ່ສູ້ກັບຜົນກະທົບທາງສຸຂະ ພາບ ແລະ ເສດຖະກິດທີ່ ກວ້າງຂວາງ ຂອງໂຣກລະບາດໄວຣັສໂຄໂຣນາໃນ ສະຫະລັດ.

ການເຈະລະຈາສ່ວນຕົວ ໃນວັນອັງຄານວານນີ້ ລວມມີລັດຖະມົນຕີກະຊວງການເງິນ ທ່ານ ສຕີຟ ມະນູຊິນ ແລະ ວ່າການທີ່ປຶກສາທຳນຽບຂາວ ທ່ານ ມາກ ມີໂດສ໌ ກັບປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ແລະ ຜູ້ນຳ ສະພາສູງ ຂອງພັກເດໂມແຄຣັດ ທ່ານ ຈັກ ຊູເມີ.

ການຜັກດັນເພື່ອການດຳເນີນການດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ປະເທດມີກໍລະ ນີໄວຣັສໂຄໂຣນາໃໝ່ ສະເລ່ຍມື້ນຶ່ງຫຼາຍກວ່າ 66,000 ກໍລະນີ ໃນລະຫວ່າງ ອາທິດທີ່ຜ່ານມາ, ແລະ ການຈ່າຍເງິນ 600 ໂດລາຕໍ່ອາທິດຂອງລັດຖະບານ ກາງ ສຳລັບກຳມະກອນທີ່ບໍ່ມີວຽກເຮັດຫຼາຍລ້ານຄົນ ມີກຳ ນົດທີ່ຈະໝົດອາຍຸ ໃນທ້າຍເດືອນກໍລະກົດນີ້.

ທ່ານ ມະນູຊິນ ແລະ ທ່ານ ມີໂດສ໌ ໄດ້ກຳນົດຂີດເສັ້ນຕາຍຢ່າງບໍ່ເປັນທາງ ການວັນທີ 31 ກໍລະກົດເພື່ອຮັບຜ່ານເງິນຊ່ວຍເຫຼືອຮອບໃໝ່. ແຕ່ຜູ້ນຳສຽງ ສ່ວນຫຼາຍສະພາສູງທ່ານ ມິຈ ແມັກຄອນແນລ ບໍ່ໄດ້ໃຫ້ຄວາມສຳຄັນ ເຖິງ ຄວາມເປັນໄປໄດ້ ເມື່ອບັນດານັກຂ່າວຖາມທ່ານໃນວັນອັງຄານວານນີ້, ໂດຍ ກ່າວວ່າ ຂໍ້ສະເໜີຂອງສະພາສູງພັກຣັກພັບບລີກັນຈະຖືກຍື່ນໃນທ້າຍອາທິດນີ້.

ຫຼາຍເດືອນທີ່ຜ່ານມາ, ທຳນຽບຂາວ ແລະ ລັດຖະສະພາໄດ້ຮັບຜ່ານຮ່າງກົດ ໝາຍຫຼາຍສະບັບລວມມູນຄ່າຫຼາຍກວ່າ 3 ພັນຕື້ໂດລາ, ດ້ວຍຂໍ້ຕົກລົງສອງພັກການເມືອງທີ່ໜ້າປະຫຼາດໃຈ. ປັດຈຸ ບັນນີ້ ທ່ານ ທຣຳ, ບັນດາສະມາຊິກສະພາ ພັກຣີພັບບລີກັນ ແລະ ເດໂມແຄຣັດ ໄດ້ກ່າວເຖິງບູລິມະສິດສູງສຸດຫຼາຍຢ່າງ ກ່ຽວກັບ ໄວຣັສໂຄໂຣນາ ທີ່ເຂົາເຈົ້າຕ້ອງການຈະຈັດການ ກ່ອນທີ່ລັດຖະສະ ພາຈະອອກຈາກນະຄອນຫຼວງວໍຊິງຕັນ ເປັນເວລາສາມອາທິດ ສຳລັບການພັກ ຜ່ອນປະຈຳປີຂອງເຂົາເຈົ້າໃນເດືອນສິງຫາ. ບັນດາສະມາຊິກສະພາຈະບໍ່ກັບຄືນ ມາ ຈົນກວ່າເດືອນກັນຍາ.

ທ່ານ ແມັກຄອນແນລ ກ່າວວ່າ ທ່ານຈະບໍ່ນຳເອົາຮ່າງກົດໝາຍດັ່ງກ່າວຂຶ້ນ ກອງປະຊຸມຂອງສະພາສູງ ນອກຈາກວ່າມັນຈະລວມມີຂໍ້ກຳນົດເພື່ອລະງັບ ຄວາມຮັບຜິດຊອບທາງກົດໝາຍຂອງ ທຸລະ ກິດ ແລະ ໂຮງຮຽນ ຖ້າພະນັກ ງານ, ລູກຄ້າ ຫຼື ນັກຮຽນຂອງເຂົາເຈົ້າ ຕິດໄວຣັສໂຄໂຣນາ.

ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ດິກ ເດີບິນ ໄດ້ກ່າວໃນວັນ ອັງຄານວານນີ້ວ່າ ມັນມີແຕ່ການຟ້ອງຮ້ອງຄະດີກະຈັດກະຈາຍໄປທົ່ວປະເທດທີ່ ກ່ຽວຂ້ອງກັບໂຣກລະບາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG