ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະມີການບໍ່ລົງລອຍກັນ ໃນວໍຊິງຕັນ ການຕໍ່ລອງກັນ ຈະເລີ້ມຂຶ້ນ ກ່ຽວກັບ ແຜນການບັນເທົາຜົນກະທົບ ຈາກໄວຣັສໂຄໂຣນາ


ປະທານາທິບໍດີ ດໍໂນລ ທຣຳ ຈັດກອງປະຊຸມ ເພື່ອປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ການຊ່ອຍເຫຼືອຜົນກະທົບຈາກໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ຈັດກອງປະຊຸມ ເພື່ອປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ການຊ່ອຍເຫຼືອຜົນກະທົບຈາກໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.

ບັນດາສະມາຊິກສະພາຕ່ຳຄົນສຳຄັນໆທີ່ສັງກັດພັກເດໂມແຄຣັດ ມີກຳນົດທີ່ຈະພົບປະກັບບັນດາເຈົ້າໜ້າທີ່ຂອງທຳນຽບຂາວ ໃນວັນອັງຄານມື້ນີ້ ອັນເປັນການເຈລະຈາ ລະຫວ່າງບັນດາສະມາຊິກສະພາ ກັບປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບທຶນງົບປະມານຊຸດໃໝ່ເພື່ອຕໍ່ສູ້ຮັບມືກັບຜົນກະທົບຂະໜາດໃຫຍ່ໃນດ້ານສາທາລະນະສຸກ ແລະເສດຖະກິດ ຍ້ອນການລະບາດຂອງໄວຣັສໂຄໂຣນາ ຢູ່ໃນສະຫະລັດ.

ການເຈລະຈາແບບສ່ວນຕົວໃນວັນອັງຄານມື້ນີ້ ຊຶ່ງຈະນຳເອົາບັນດາເຈົ້າໜ້າທີ່ຂັ້ນສູງມາຮ່ວມກັນ ໂດຍມີ ລັດຖະມົນຕີກະຊວງການເງິນ ທ່ານສະຕີບເວັນ ມະນູຈິນ ແລະຮັກສາການຊົ່ວຄາວທີ່ປຶກສາຂອງທຳນຽບຂາວ ທ່ານມາກ ແມດາວສ໌ ພ້ອມດ້ວຍປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ແລະຜູ້ນຳສະພາສູງສັງກັດພັກເດໂມແຄຣັດ ທ່ານຊັກ ຊູມເມີ.

ການຊຸກຍູ້ເພື່ອໃຫ້ປະຕິບັດການ ມີຂຶ້ນໃນຂະນະທີ່ປະເທດຊາດເພີ້ມກໍລະນີຕິດ ເຊື້ອໄວຣັສໃໝ່ໃນແຕ່ລະວັນ ໂດຍຄິດສະເລ່ຍແລ້ວ ຫຼາຍກວ່າ 66,000 ຄົນໃນອາດທິດແລ້ວນີ້ ແລະເງິນຊ່ອຍເຫຼືອຈາກລັດຖະບານກາງ ທີ່ຈ່າຍໃຫ້ພວກຄົນງານທີ່ຕົກວຽກຫຼາຍລ້ານຄົນ ໃນຈຳນວນ 600 ໂດລາຕໍ່ອາທິດນັ້ນ ແມ່ນມີກຳນົດຈະສິ້ນສຸດລົງໃນທ້າຍເດືອນກໍລະກົດນີ້.

ປະທານາທິບໍດີ ທຣຳ ແລະບັນດາຄູ່ຮ່ວມງານຈາກພັກຣີພັບບລີກັນຂອງທ່ານ ແລະບັນດາຝ່າຍຄ້ານຈາກພັກເດໂມແຄຣັດ ກໍຍັງບໍ່ສາມາດບັນລຸຂໍ້ຕົກລົງກັນໄດ້ກ່ຽວກັບວ່າ ການຊ່ອຍເຫຼືອຊຸດໃໝ່ອັນໃດທີ່ຈະຮັບຮອງເອົາ ແລະໃນຈຳນວນເທົ່າໃດທີ່ຈະໃຊ້ຈ່າຍ.

ເມື່ອບໍ່ເທົ່າໃດເດືອນຜ່ານມາ ທຳນຽບຂາວ ແລະສະພາຕ່ຳ ໄດ້ຮັບຜ່ານຮ່າງກົດໝາຍຊຸດນຶ່ງ ໂດຍມີມູນຄ່າລວມທັງໝົດຫຼາຍກວ່າ 3 ພັນຕື້ໂດລາ ແລະມີການຕົກລົງກັນໄດ້ໂດຍທັງສອງພັກການເມືອງທີ່ຜິດປົກກະຕິ. ແຕ່ມາບັດນີ້ທ່ານທຣຳ ບັນດາສະມາຊິກສັງກັດພັກຣີພັບບລີກັນ ແລະສັງກັດພັກເດໂມແຄຣັດ ແມ່ນກຳ ລັງເວົ້າເຖິງບູລິມະສິດຫຼາຍປະການເພື່ອຮັບມືກັບໄວຣັສໂຄໂຣນາ ກ່ອນໜ້າບັນ ດາສະມາຊິກລັດຖະສະພາ ຈະພາກັນອອກໄປຈາກນະຄອນຫຼວງວໍຊິງຕັນ ພາຍໃນສາມອາທິດຂ້າງໜ້ານີ້ ສຳລັບການພັກຜ່ອນປະຈຳປີໃນເດືອນສິງຫາ.

ທ່ານທຣຳ ໄດ້ພົບປະກັບສະມາຊິກສະພາສູງ ສັງກັດພັກຣີພັບບລີກັນທີ່ສຳຄັນສອງທ່ານ ຄື ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານມິຈ ແມັກຄອນແນລ ແລະຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳ ທ່ານແຄບວິນ ແມັກຄາທີ ພ້ອມດ້ວຍທ່ານເມີນູຈິນ ຜູ້ທີ່ໄດ້ກ່າວວ່າ ແຜນງົບປະມານໃຊ້ຈ່່າຍໃໝ່ ຈະເພັ່ງເລັງໃສ່ “ພວກເດັກນ້ອຍທີ່ກັບຄືນໄປໂຮງຮຽນ ແລະວຽກເຮັດງານທໍາ ແລະຢາວັກຊີນທັງຫຼາຍ.

“ພວກເຮົາຢາກຈະຮັບປະກັນວ່າ ພວກຄົນຜູ້ທີ່ສາມາດໄປເຮັດວຽກໄດ້ຢ່າງປອດໄພ ສາມາດໄປໄດ້” ທ່ານເມີນູຈິນ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ທຳນຽບຂາວ ແລະທ່ານກ່າວຕໍ່ໄປວ່າ “ພວກເຮົາຈະໃຫ້ຕັດຈາກພາສີ ທີ່ຈະຊຸກຍູ້ພວກທຸລະກິດທັງຫຼາຍໃຫ້ນຳເອົາພວກຄົນກັບຄືນມາເຮັດວຽກ.”

ທ່ານແມັກຄອນແນລ ໃນຄວາມພະຍາຍາມທີ່ຈະສົ່ງເສີມການຟື້ນຟູເສດຖະກິດ ຢາກໃຫ້ມີຂໍ້ບັງຄັບທີ່ຈະຫລຸດຜ່ອນຄວາມຮັບຜິດຊອບທາງດ້ານກົດໝາຍສຳລັບພວກທຸລະກິດ ແລະພວກຄົນງານ ຈາກການກ່າວອ້າງວ່າ ພວກເຂົາເຈົ້າໄດ້ເຮັດໃຫ້ພວກລູກຄ້າຕິດພະຍາດໄວຣັສໂຄໂຣນາ. ທ່ານທຣຳ ໄດ້ຮຽກຮ້ອງໃຫ້ຍຸຕິໄວ້ຊົ່ວຄາວຄ່າພາສີລາຍຮັບ ຂອງພວກຄົນງານທັງຫຼາຍ ຊຶ່ງຈະເປັນຜົນປະໂຫຍດແກ່ພວກເຂົາເຫຼົ່ານັ້ນ ຜູ້ທີ່ກຳລັງເຮັດວຽກຢູ່ ແຕ່ບໍ່ໃຫ້ຍົກເວັ້ນ ໃຫ້ແກ່ພວກຄົນງານທີ່ຕົກວຽກຫຼາຍກວ່າ 17 ລ້ານຄົນ ເພາະວ່າ ພວກເຂົາເຈົ້າໃນປັດຈຸບັນນີ້ ບໍ່ໄດ້ຮັບເງິນເດືອນທີ່ຈະຈ່າຍພາສີໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG