ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

ໃນ​ປ່າ​ດົງ ເລາະ​ຕາມ​ຊາຍ​ແດນ​ໂປ​ແລນ ທະ​ຫານ​ສະ​ຫະ​ລັດ ແມ່ນ​ຫຍັບ​ເຂົ້າ​ໃກ້ ​ບັນ​ຫາ​ຂັດ​ແຍ້ງ​ ໃນ​ຢູ​ເຄ​ຣນ​ຫຼາຍ​ຂຶ້ນ   


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ຖະ​ແຫຼງ​ຕໍ່​ທະ​ຫານ​ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ຢູ່​ຖານ​ທັບ​ອາ​ກາດ ໂປ​ວິດ​ສ໌ (Powidz) ໃນ​ປະ​ເທດ​ໂປ​ແລນ ເມື່ອ​ວັນ​ທີ 18 ກຸມ​ພາ 2022.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ຖະ​ແຫຼງ​ຕໍ່​ທະ​ຫານ​ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ຢູ່​ຖານ​ທັບ​ອາ​ກາດ ໂປ​ວິດ​ສ໌ (Powidz) ໃນ​ປະ​ເທດ​ໂປ​ແລນ ເມື່ອ​ວັນ​ທີ 18 ກຸມ​ພາ 2022.

ທະ​ຫານ​ຫຼາຍໆ​ຮ້ອຍ​ຄົນ ຈາກກອງ​ພົນ​ລາບ​ອາ​ກາດ​ທີ 82 ຂອງ​ສະ​ຫະ​ລັດ ໄດ້ຖືກ​ສົ່ງ​ໄປ​ປະ​ຈຳ​ການ ​ຢູ່​ຕາມ​ເຂດ​ພູ​ຜາ​ທີ່​ເປັນ​ປ່າ​ດົງ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ໂປ​ແລນ ບໍ່​ພຽງ​ເທົ່າ​ໃດ​ກິ​ໂລ​ແມັດ​ຫ່າງ​ຈາກ​ຊາຍ​ແດນ​ຢູ​ເຄ​ຣນ ຊຶ່ງ​ໄດ້​ເຮັດ​ໃຫ້​ທະຫານ​ເຫຼົ່າ​ນີ້ ຢູ່ໃນ​ບໍ​ລິ​ເວນ​ໃກ້ໆ​ກັບເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ຢູ່​ໃນ​ພາກຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ເມື່ອໄວ​ໆ​ມານີ້.

ທະ​ຫານ​ຈຸ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ສະ​ຫະ​ລັດ​ປະ​ມານ 5,000 ຄົນ​ທີ່​ຖືກ​ສົ່ງ​ໄປ​ປະ​ເທດ​ໂປ​ແລນເມື່ອ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ແລະ​ເພີ້ມ​ໃສ່​ກຳ​ລັງ​ທະຫານ​ອາ​ເມ​ຣິ​ກັນ 4,000 ຄົນ ທີ່​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ແລ້ວນັ້ນ.

ອົງ​ການ​ເນ​ໂຕ້​ກ່າວ​ວ່າ ການ​ໄປ​ປະ​ຈຳ​ການ​ຂອງ​ກຳ​ລັງ​ເຫຼົ່າ​ນີ້​ ແມ່ນເປັນ​ການ​ສົ່​ງ​ຂ່າວ​ໄປ​ໃຫ້​ມົ​ສ​ກູຮູ້ວ່າ ກຸ່ມ​ພັນ​ທະ​ມິດ​ຈະ​ປົກ​ປ້ອງ​ດິນ​ແດນ​ຂອງ​ຕົນ “ທຸກກະ​ບຽດ​ນິ້ວ.”

ແຕ່​ແນວ​ໃດ​ກໍ​ຕາມ ມີ​ຄວາມ​ເປັນ​ຫ່ວງ​ເພີ້ມ​ຂຶ້ນກ່ຽວ​ກັບ​ການ​ປະ​ທະ​ກັນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ຣັດ​ເຊຍ ຈຶ່ງ​ໄດ້​ມີ​ການ​ສ້າງ​ຕັ້​ງ​ຊ່ອງ​ທາງ​ສື່​ສານ​ຄົມ​ມະ​ນາ​ຄົມ​ຂຶ້ນ ເພື່ອ​ຫຼີກ​ລ່ຽງ​ເຫດ​ການ​ດັງ​ກ່າວ.

ນອກນັ້ນ ຍັງ​ມີ​ຄວາມ​ຢ້ານ​ກົວ​ວ່າ ທະ​ຫານ​ອົງ​ການ​ເນ​ໂຕ້​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບອາດ​ຈະ​ຕົກ​ເປັນ​ເປົ້າໃນ​ກໍ​ລະ​ນີ​ທີ່​ສະ​ຖາ​ນະ​ການມີ​ຄວາມ​ເຄັ່ງ​ຕຶງເພີ້ມ​ຂຶ້ນ. ໃນ​ເດືອນ​ແລ້ວນີ້ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ສັ່ງ​ໃຫ້​ກຳ​ລັງ​ນິວ​ເຄ​ລຍ ກຽມ​ພ້ອມ​ໃນ​ລະ​ດັບທີ່​ສູງ​ຂຶ້ນ ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ອັນ​ທີ່​ທ່ານ​ກ່າວ​ວ່າ ການ​ສະ​ແດງ “ທ່າ​ທີ​ແບບ​ຮຸກ​ຮານ” ຂອງ​ອົງ​ການ​ເນ​ໂຕ້ນັ້ນ.

ທ່ານ​ຄອນ​ສ໌​ແຕັນ ສ​ແຕ​ລ​ເຊັນ​ມູ​ລ​ເລີ (Constanze Stelzenmuller) ເຈົ້າ​ໜ້າທີ່​ອະ​ວຸ​ໂສຂອ​ງ​ສະ​ຖາ​ບັນ​ບ​ຣຸກ​ກິງທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ວໍ​ຊິງ​ຕັນ ໃຫ້​ຂໍ້​ສັງ​ເກດ​ວ່າ “ອົງ​ການ​ເນ​ໂຕ້​ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າ​ແຊກ​ແຊງ​ໃນ​ດິນ​ແດນ​ຂອງ​ຢູ​ເຄ​ຣນ ແຕ່​ວ່າ ມີ​ການ​ສົ່ງ​ອາ​ວຸດ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ໂດຍ​ຜ່ານ​ປະ​ເທດ​ສະ​ມາ​ຊິກ​ຂອງ​ເນ​ໂຕ້.”

ທ່ານສ​ແຕ​ລ​ເຊັນ​ມູ​ລ​ເລີກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ “ມັນ​ເປັນ​ໄປ​ໄດ້​ທີ່​ປູ​ຕິນ​ອາດຈະ ຫຼື​ຄວາມ​ຈິງ​ໄດ້​ມອງ​ເຫັນ​ແລ້ວ ​ເຖິງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ທະ​ຫານ ​ເມື່ອ​ມີ​ການ​ກ່າວ​ເຖິງ​ທາງ​ຝ່າຍ​ຂອງ​ພວກ​ເຮົາ​ນັ້ນ​ແມ່ນ​ບໍ່​ໄດ້​ມີ​ການ​ຄວບ​ຄຸມ ​ຫຼື​ຕິດ​ຕາມ​ດ້ວຍ ​ການ​ສົ່ງ​ຂ່າວ​ຢ່າງ​ລະ​ມັດ​ລະ​ວັງ ໃນ​ຂະ​ນະ​ທີ່​ອົງ​ການ​ເນ​ໂຕ້​ເຂົ້າ​ຮ່ວມ​ການ​ສູ້​ລົບ. ຖ້າ​ເວົ້າ​ອີກ​ແນວ​ນຶ່ງ​ແລ້ວການ​ປຶກ​ສາ​ຫາ​ລື​ໃນ​ລະ​ດັບ​ໃດ​ລະ​ດັບ​ນຶ່ງ ໃນ​ເວ​ລານີ້​ແມ່ນ​ກ່ຽວ​ກັບ​ວ່າ ​ປູ​ຕິນ​ເຕັມ​ໃຈ​ທີ່​ຈະ​ໃຊ້​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມຫຼື​ບໍ່ຕໍ່​ກຳ​ລັງ​ຂອງ​ອົງ​ການ​ເນ​ໂຕ້ ໃນ​ດິນ​ແດນ​ຂອງ​ເນ​ໂຕ້. ນັ້ນ​ອາດ​ຈະ​ເປັນ​ໂລກ​ໃໝ່.”

ທ່ານ​ຟາບ​ຣິ​ສ ໂພ​ທີ​ເອີ (Fabrice Pothier) ອະ​ດີດ​ຫົວ​ໜ້າ​ວາງ​ແຜນ​ດ້ານ​ນະ​ໂຍ​ບາຍ​ຂອ​ງ​ອົງ​ການ​ເນ​ໂຕ້ ກ່າວ​ວ່າ “ກຸ່ມ​ພັນ​ທະ​ມິດ​ຕ້ອງ​ບໍ່​ປ່ອຍ​ໃຫ້​ປູ​ຕິນ​ຫຼົບ​ໜີໄດ້​ພ້ອມ​ກັບ​ການ​ຂົ່ມ​ຂູ່​ແບ​ລັກ​ແມ​ລ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG