ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Locke ຮຽກຮ້ອງ ໃຫ້ຈີນ ເສີມຂະຫຍາຍ ການປົກຄອງ ດ້ວຍຕົວບົດ ກົດໝາຍ (ວີດີໂອ)


ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ ປະເ​ທດ​ຈີນ ທ່ານ Gary Locke
ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ ປະເ​ທດ​ຈີນ ທ່ານ Gary Locke
ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ ປະເທດຈີນ ທີ່​ພວມ
ຈະພົ້ນຈາກຕຳແໜ່ງ​ ທ່ານ Gary Locke ໄດ້​ໃຊ້​ຄໍາ​າປາ​ໄສ
ຄັ້ງສຸດ​ທ້າຍຂອງ​ທ່ານ ​ໃນ​ວັນ​ພຸດ​ມື້​ນີ້ ຮຽກຮ້ອງ​ໃຫ້​ກຸງ​ປັກ​ກິ່ງ
ເສີມຂະຫຍາຍ ​ການປົກຄອງດ້ວຍຕົວບົດກົດ​ໝາຍ​ຂອງ​ຕົນ
ໃຫ້ເຂັ້ມ​ແຂງຕື່ມຂຶ້ນແລະ​ເປີດ​ໂອກາດ​ໃຫ້​ມີ​ສິດ​ເສລີພາບໃນ
​ການ​ປາກ​ເວົ້າ​ຫຼາຍ​ຂຶ້ນ.

ໃນການກ່າວຄຳປາໄສ ​ຕໍ່​ພວກ​ນັກ​ສຶກສາ​ມະຫາວິທະຍາ​ໄລ
​ໃນ​ກຸງ​ປັກ​ກິ່ງ ທ່ານ Locke ເວົ້າວ່າ ​ໃນ​ຫຼາຍ​ໆກໍລະນີ​ ຈີນ
ແມ່ນຈຳເປັນຈະຕ້ອງຢຶດໝັ້ນ​ກັບ​ກົດໝາ​ຍ​ທີ່ມີຢູ່ແລ້ວ ເພື່ອ
ວ່າຈະ​ໄດ້​ປົກ​ປ້ອງ​ສິດທິພື້ນຖານຂອງ​ມະນຸດ​.

ທ່ານ Locke ເວົ້າວ່າ “ຈີນມີອະນາຄົດອັນຍິ່ງໃຫຍ່ຂວາງໜ້າຢູ່ ແຕ່ເພື່ອຈະ
ໃຫ້ບັນລຸຄວາມສາມາດບົ່ມຊ້ອນຢ່າງເຕັມທີ່ນັ້ນ ແມ່ນຈະຂຶ້ນຢູ່ກັບລະບົບຕຸລາ
ການທີ່ເປັນກາງແລະເປັນທີ່ໜ້າ ນັບຖື ພວກທະນາຍຄວາມທີ່ອຸທິດຕົນຈຳ
ນວນນຶ່ງ ຜູ້ນຳທີ່ສະຫຼາດສ່ອງໃສ ແຕ່ສຳຄັນກວ່າໝູ່ ນັ້ນແມ່ນການເຄົາລົບ
ນັບຖື ຕໍ່ການປົກຄອງດ້ວຍຕົວບົດກົດໝາຍ. ມັນຈະຂຶ້ນຢູ່ກັບການໃຫ້ຄວາມ
ນັບຖື ຕໍ່ສິດເສລີພາບໃນການປາກເວົ້າ ທີ່ໄດ້ຮັບການຄໍ້າປະກັນໂດຍລັດຖະທຳ
ມະນູນ ສຳລັບທຸກໆຄົນ ລະບົບອິນເຕີແນັດທີ່ເປີດກວ້າງ ປະຊາຊົນທີ່ມີຄວາມ
ຮູ້ກວ້າງຂວາງເຕັມໃຈ ທີ່ຈະເຂົ້າມີສ່ວນພົວພັນໃນການໂອ້ລົມແບບບໍ່ມີການ
ຈຳກັດ ກ່ຽວກັບວ່າ ຈະເສີມສ້າງແບບໃດ ຈຶ່ງຈະເປັນການດີທີ່ສຸດເພື່ອໃຫ້ຈີນ
ມີອະນາຄົດທີ່ໝັ້ນຄົງແລະກ້າວໜ້າ.”


ທ່ານ Locke ​ໄວ 63 ປີ ຈະ​ເດີນທາງ​ອອກ​ຈາກ​ກຸງ​ປັກ​ກິ່ງ ​ໃນ​ວັນ​ເສົາ​ຈະ​ມາ​ເຖິງ​ນີ້.

ທ່ານ​ໄດ້ຮັບ​ໜ້າທີ່ເປັນເອກ​ອັກຄະ​ລັດຖະທູດ ນັບ​ຕັ້ງ​ແຕ່​ປີ 2011 ເປັນຕົ້ນມາ
ຊຶ່ງເປັນຕຳແໜ່ງ​ ທາງການທູດທີ່​ສະ​ລັບ​ສັບ​ຊ້ອນທີ່​ສຸດຕຳແໜ່ງນຶ່ງຂອງສະຫະລັດ
​ໃນຂະນະ​ທີ່​ພວມມີຄວາມ​ເຄັ່ງ​ຕຶງ​ເພີ້ມຂຶ້ນກັບປັກກິ່ງນັ້ນ.

ຫຼາຍໆ​ຄໍາ ເຫັນ​ຂອງ​ທ່ານ​ Locke ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ໄດ້​ເພັ່ງ​ເລັງ​ໃສ່​ຄວາມ​ເປັນ
​ຫວ່ງ​ກັງວົນ ​ຂອງສະຫະລັດ ກ່ຽວ​ກັບການ​ປາບປາມທີ່ເພີ້ມທະວີຂຶ້ນຂອງ​ລັດຖະ
ບານ​ຈີນ ຕໍ່​ພວກ​ທີ່​ຕໍາ​ ນິຕິ​ຕຽນ​ພັກ​ຄອມ​ມຸຍນີສ.

ນອກນັ້ນທ່ານ​ຍັງໄດ້​ຮຽກຮ້ອງ​ໃຫ້ປັກ​ກິ່ງ ​ປະຕິບັດດີ​ຂຶ້ນ​ແລະ​ເປັນ​ທໍາ ຫຼາຍຂຶ້ນ ​
ແກ່​ພວກ​ນັກ​ຂ່າວ​ຕ່າງປະ​ເທດ ຊຶ່ງ​ຫຼາຍໆ​ຄົນຈົ່ມທຸກ ກ່ຽວກັບການແຊກແຊງຫລື
ການແກ້ແຄ້ນຂອງພວກເຈົ້າໜ້າທີ່ ອັນເປັນຜົນເນື່ອງມາຈາກການເກັບກຳຂ່າວຂອງ
ພວກເຂົາເຈົ້ານັ້ນ.

ໂຄສົກກະຊວງການຕ່າງປະເທດຈີນທ່ານນາງ Hua Chunying ກ່າວຕອບຕໍ່ການໃຫ້
ຄວາມເຫັນຂອງທ່ານ Locke ໂດຍເວົ້າວ່າ ປະຊາຊົນຈີນແມ່ນສາມາດຊົມໃຊ້ສິດທິແລະ
ອິດສະຫຼະ ພາບຕ່າງໆແບບທີ່ບໍ່ເຄີຍມີມາກ່ອນ.

CHINA LOCKE SOTVO
please wait
Embed

No media source currently available

0:00 0:01:01 0:00
XS
SM
MD
LG