ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ບາຣັກ ໂອບາມາ ກ່າວຄຳປາໄສ ຄັ້ງສຸດທ້າຍ ເພື່ອອຳລາ ຕໍ່ປະເທດຊາດ


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວຄຳປາໄສ ຕໍ່ປະເທດຊາດ ເພື່ອອຳລາພາຈາກ ບົດບາດແລະໜ້າທີ່ຂອງທ່ານ ທີ່ McCormick Place ໃນນະຄອນ Chicago ລັດ Illinois, 10 ມັງກອນ, 2017.
ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວຄຳປາໄສ ຕໍ່ປະເທດຊາດ ເພື່ອອຳລາພາຈາກ ບົດບາດແລະໜ້າທີ່ຂອງທ່ານ ທີ່ McCormick Place ໃນນະຄອນ Chicago ລັດ Illinois, 10 ມັງກອນ, 2017.

ສິບ​ມື້ ກ່ອນ​ທ່ານ​ຈະ​ອຳ​ລາ​ພາ​ຈາກ​ທຳນຽບຂາວ ​ແລະ​ກາຍ​ເປັນ​ປະຊາຊົນທຳ​ມະ​ດາສາ ມັນ​ທົ່ວ​ໄປ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ຄຳ​ປາ​ໄສຄັ້ງສຸດ ທ້າຍຕໍ່​ປະ​ເທດ​ຊາດເພື່ອ​ເປັນ​ການ​ອຳ​ລາ. ປະທານາທິບໍດີ ​ໃຊ້ຄ່ຳ​ຄືນວັນ​ອັງຄານວານ​ນີ້ ກ່າວ​ເຖິຄຸນງາມຄວາມດີ​ ຂອງ​ລັດຖະບານທ່ານ ​ໃນ​ຮອບ 8 ປີ ທີ່​ທ່ານດຳລົງຕຳ​ແໜ່​ງຢູ່​ ນັ້ນ​ແລະ​ເຕືອນ​ເຖິງ​ຄວາມ​ສ່ຽງ​ກ່ຽວ​ກັບ​ປະຊາທິປະ​ໄຕ​ໃນ​ສະຫະລັດຈາກ​ການ​ແບ່ງ​ແຍກ ແລະ​ຄວາມເປັນ​ປໍ​ລະ​ປັກ​ທາງ​ການ​ເມືອງ. ນັກ​ຂ່າວ VOA Richard Green ​ມີ​ລາຍ​ລະ ອຽດ​ເພີ້ມຕື່ມ​ໃນຄຳ​ປາ​ໄສຄັ້ງ​ສຸດ​ທ້າຍ​ຂອງປະທາ​ນາ​ທິບໍດີທີ່​ມີ​ຄວາມ​ສຳຄັນ​ໃນ​ປະຫວັດ ​ສາດ​ນີ້ ຊຶ່ງ​ວັນນະ​ສອນ ​ຈະ​ນຳມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

President Barack Obama says because of you America is a stronger and better place
please wait

No media source currently available

0:00 0:01:28 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ຖືກ​ຕ້ອນຮັບ​ຈາກ​ຝູງ​ຊົນ​ຈຳນວນ
​ຫຼວງ​ຫຼາຍ ​ທີ່​ນະ​ຄອນ Chicago ບ່ອນທີ່​ທ່ານ​ໄດ້​ຖື​ວ່າ ​ເປັນ​ບ້ານ​ຂອງ​ທ່ານ ຊຶ່ງ​ສະຖານ​ທີ່​ນັ້ນ​ແມ່ນ​ຈຸດ​ເລີ້ມ​ຕົ້ນ​ອາຊີບ​ທາງ​ການ​ເມືອງ​ຂອງ​ທ່ານ ​ຫຼາຍ​ກວ່າ​ສອງ​ທົດ​ສະ​ວັດ​ຜ່ານ​ມາ​ແລ້ວ.

ທ່ານ​ ​ໂອ​ບາ​ມາ ກ່າວ​ວ່າ “ມັນ​ເປັນ​ການ​ດີ ທີ່​ໄດ້​ກັບ​ຄືນ​ມາ​ບ້ານ, ຂອບ​ໃຈ.”

ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ສະຫະລັດ ​ແມ່ນ “ດີ​ຂຶ້ນ ​ເຂັ້ມ​ແຂງ​ຂຶ້ນ” ກ່ອນ​ທີ່​ທ່ານ​ໄດ້​ເຂົ້າ
ກຳ​ຕຳ​ແໜ່​ງ ​ໃນ​ປີ 2009.

President Barack Obama says we all have a lot of work to do on race
please wait

No media source currently available

0:00 0:01:50 0:00

“ຖ້າ​ຫາ​ກຂ້າພະ​ເຈົ້າ ​ໄດ້​ບອກ​ກັບ​ບັນດາທ່ານ 8 ປີ ກ່ອນ​ໜ້າ​ນີ້ ທີ່​ວ່າ​ສະຫະລັດ ຈະ​ຟື້ນ​ໂຕ​ຄືນ​ຈາກສະພາບ​ເສດຖະກິດ​ຕົກ​ຕ່ຳ ກະ​ຕຸ້ນ​ອຸດສາຫະກຳ​ລົດຍົນ​ຂອງ​ພວກ​ເຮົາ ​
ແລະ ສ້າງ​ໜ້າ​ວຽກເຮັດ​ງານ​ທຳ​ຕິດ​ຕໍ່​ກັນເປັນ​ເວລາ​ຍາວ​ນານ​ທີ່​ສຸດໃນ​ປະວັດ​ສາດ​ຂອງ​ພວກ​ເຮົາ...ຖ້າ​ຫາ​ກຂ້າພະ​ເຈົ້າ ​ໄດ້​ບອກກັບ​ທ່ານວ່າ ພວກ​ເຮົາ​ຈະ​ເລີ້ມປະຫວັດ​ສາດ​
ໜ້າ​ໃໝ່ ​ກັບ​ປະຊາຊົນຊາວ​ຄິວ​ບາ ປິດໂຄງການ​ອາ​ວຸດ​ນິວ​ເຄລຍຂອງ​ອີຣ່ານ ​ໂດຍ​ປາດ​ສະ​ຈາກ​ການຍິງ​ກະສຸນ​ແມ່ນ​ແຕ່​ນັດ​ດຽວ ​ແລະ​ກຳຈັດຜູ້​ບົງການທີ່ຢູ່​ເບື້ອງ​ຫຼັງ​ຂອງ​ ​ໂສກ​ນາດຕະກຳ ວັນ​ທີ 11 ກັນຍາ... ຖ້າ​ຫາ​ກຂ້າພະ​ເຈົ້າ ​ໄດ້​ບອກກັບ​ທ່ານວ່າ...ພວກ​ເຮົາ​ຈະ​ຊະນະ ການຈົດ​ທະບຽນ​ສົມ​ລົດ ທີ່​ມີ​ສິດເທົ່າທຽມ​ກັນ ​ແລະ​ຮັບປະກັນ​ສິດໃນ​ການ​ມີ​ສິດ​ຊື້ປະກັນ​ໄພ​ສຸຂະພາບ ​ໃຫ້​ແກ່ຜູ້​ຄົນ ຈຳນວນ 20 ລ້ານ​ຄົນ ພວກ​ທ່ານ​ອາດ​ຈະ​ເວົ້າ​ວ່າ ​ເປົ້າ​ໝາຍທີ່​ພວກ​ເຮົາ ​ທີ່ໄດ້​ຕັ້ງ​ໄວ້​ນັ້ນ​ ແມ່ນ​ສູງ​ເກີນ​ໄປ.”​

ໂດຍ​ຮັບ​ຮູ້​ເຖິງການແບ່ງ​ແຍກທາງການ​ເມືອງ​ຂອງ​ປະ​ເທດ ​ໃນ​ປະຈຸ​ບັນ​ນີ້ ທ່ານ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ ຊອກ​ຫາ​ຈຸດ​ຢືນຮ່ວມ​ກັນ ​ໂດຍ​ກ່າວ​ວ່າ “ປະຊາທິປະ​ໄຕ
ບໍ່ໄດ້​ບັງຄັບ​ໃຫ້​ມີ​ຄວາມ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ,”
​ແຕ່​ກໍ “ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ໃຫ້​ມີ​ພື້ນຖານ​ຂອງ​ຄວາມ​ເປັນ​ປຶກ​ແຜ່ນອັນ​ດຽວ​ກັນ.”

ຈາກຊ້າຍ ຮອງປະທານາທິບໍດີ Joe Biden, Jill Biden, ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະ Malia Obama ກຳລັງຟັງ ປະທານາທິບໍດີ Barack Obama ກ່າວຄຳປາໄສຕໍ່ປະເທດຊາດ ເພື່ອອຳລາພາຈາກບົດບາດແລະໜ້າທີ່ຂອງທ່ານ ໃນ McCormick Place ທີ່ Chicago, 10 ມັງກອນ, 2017.
ຈາກຊ້າຍ ຮອງປະທານາທິບໍດີ Joe Biden, Jill Biden, ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະ Malia Obama ກຳລັງຟັງ ປະທານາທິບໍດີ Barack Obama ກ່າວຄຳປາໄສຕໍ່ປະເທດຊາດ ເພື່ອອຳລາພາຈາກບົດບາດແລະໜ້າທີ່ຂອງທ່ານ ໃນ McCormick Place ທີ່ Chicago, 10 ມັງກອນ, 2017.

ປະທານາທິບໍດີ​ສະຫະລັດ ​ໄດ້ເຕືອນ​ວ່າ​ສະຫະລັດ ປະ​ເຊີນ​ກັບ​ການ​ຂົ່ມຂູ່​ດ້ານ​ປະຊາທິປະ​ໄຕ ​ແບບຕໍ່​ເນື່ອງ ​ເຊັ່ນ​ການ ຈົ່ມ​ວ່າ​ ໃນ​ເລື່ອງ​ເສດຖະກິດ ​ແລະ​ຄວາມ​ບໍ່​ສະ​ເໝີ​ພາບ​ໃນ​ດ້ານ​ເຊື້ອ​ຊາດ​ຜີວພັນ.

ທ່ານ​ ​ໂອ​ບາ​ມາ ກ່າວ​ວ່າ “ຖ້າ​ຫາກ​ວ່າ​ບັນຫາ​ທາງ​ເສດຖະກິດ​ໄດ້​ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ບັນຫາ​ລະຫວ່າງ ພະນັກງານທີ່​ອອກ​ແຮງຂອງຊົນ​ຊັ້ນ​ກາງ​ຜີວ​ຂາວ ​ແລະຊົນ​ກຸ່ມ​ນ້ອຍ ​
ທີ່​ບໍ່​ໄດ້​ຮັບ​ຜົນ​ຕອບ​ແທນ​ເທົ່າ​ທຽມ​ກັນ ສະ​ນັ້ນ ພວກ​ພະນັກງານ​ຂອງທຸກ​ສີ​ຜິວ ຈະ​ຖືກ​ປ່ອຍປະ​ໃຫ້​ຕໍ່ສູ້​ເພື່ອຍາດ​ແຍ່ງ​ສິ່ງ​ທີ່​ຍັງ​ເຫຼືອພຽງ​ເລັກ​ນ້ອຍ ​ໃນ​ຂະນະ​ທີ່ພວກ​ຮັ່ງມີແມ່ນ ໄດ້​ແຍກ​ໂຕເຂົ້າ​ໃນ​ເຂດສ່ວນ​ຕົວຂອງ​ພວກ​ເຂົາ​ເຈົ້າ.”

In Farewell, Obama Appeals for Unity and Participation in Democracy
please wait

No media source currently available

0:00 0:02:46 0:00

​ແຕ່​ທ່ານ ​ໂອ​ບາ​ມາ ​ໄດ້ກ່າວ​ວ່າ ທ່ານ​ແມ່ນ​ມອງ​ໄປ​ໃນ​ທາງ​ບວກ ​ກ່ຽວ​ກັບ​ອາ​ເມຣິກາ ​
ໃນ​ປະຈຸ​ບັນ​ນີ້ ກ່ອນ​ທີ່​ທ່ານ​ໄດ້​ເຂົ້າກຳ​ຕຳ​ແໜ່​ງ ​ແລະ​ຮຽກຮ້ອງ​ໃຫ້​ປະຊາຊົນ ຈົ່ງ​ສືບ​ຕໍ່ເຂົ້າ
ພົວພັນ ​ໃນ​ຂັ້ນຕອນ​າຂອງປະຊາທິປະ​ໄຕ​.

ທ່ານ​ ​ໂອ​ບາ​ມາ ກ່າວ​ວ່າ “ຂ້າພະ​ເຈົ້າ​ຂໍ​ຮ້ອງໃຫ້ບັນດາ​ທ່ານ ​ມີ​ຄວາມເຊື່ອ​ໝັ້ນ​ສັດທາ
ໃນເອກ​ກະສາ​ນກໍ່ຕັ້ງປະ​ເທດ​ຂອງ​ພວກ​ເຮົາ ​ແນວ​ຄິດ​ທີ່ຊີ່​ມບອກ ​ໂດຍ​ພວກ​ຂ້າ​ທາດ ​ແລະພວກ​ນິຍົມ​ລັດ​ທິ​ເລີກທາດ ຈິດ​ວິນ​ຍານ​ທີ່​ຮ້ອງໂຮອອກ​ມາ​ໂດຍ​ພວກ​ຄົນ​ເຂົ້າ​ເມືອງ ​ແລະ​ພວກ​ທີ່​ກຸ້ມ​ຕົນ​ເອງດ້ວຍ​ການ​ເຮັດ​ໄຮ່​ເຮັດ​ສວນ ​ແລະ​ພວກ​ທີ່​ອອກ​ມາ​ເດີນ​ຂະ​ບວນ
ປະ​ທ້ວງ​ເພື່ອ​ຄວາມ​ຍຸຕິ​ທຳ ຊຶ່ງ​ຫລັກ​ຄວາມ​ເຊື່ອ​ຖື​ອັນ​ນັ້ນ​ໄດ້​ໃຫ້ການ​ຢືນຢັນ​ໂດຍ​ພວກ
​ທີ່​ໄປ​ປັກທຸງຊາດ​ຢູ່​ໃນ​ສະໜາມ​ລົບ​ຕ່າງໆ ຢູ່​ທີ່​ພື້ນຜິວຂອງດວງ​ຈັນ ຫຼັກຄວາມ​ເຊື່ອ​ທີ່​
ເປັນ​ຈຸດ​ໃຈກາງຂອງ​ຊາວ​ອາ​ເມ​ຣິກັນທຸກໆ​ຄົນ ທີ່​ເລື່ອງ​ລາວ​ຂອງ​ພວກ​ເຂົາ​ຍັງ​ບໍ່​ທັນ​ໄດ້​ຖືກ​ບັນທຶກ​ໄວ້ເທື່ອ​ນັ້ນ ​ແມ່ນ​ແລ້ວ ພວກ​ເຮົາ​ສາມາດ​ເຮັດໄດ້ ​ແມ່ນ​ແລ້ວພວກ​ເຮົາ​ໄດ້​ເຮັດ​ມັນມາ​ແລ້ວ ແມ່ນ​ແລ້ວພວກ​ເຮົາ​ສາມາດ​ເຮັດໄດ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG