ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນຄຳປາໄສ ອຳລາ ປ. ໂອບາມາ ຂໍຮ້ອງໃຫ້ ສາມັກຄີກັນ ແລະມີສ່ວນຮ່ວມ ໃນ ປະຊາທິປະໄຕ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ອຳລາ ຢູ່ທີ່ຕຶກ McCormick Place ໃນນະຄອນ Chicago, ລັດ Illinois, ວັນທີ 10 ມັງກອນ 2017.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ອຳລາ ຢູ່ທີ່ຕຶກ McCormick Place ໃນນະຄອນ Chicago, ລັດ Illinois, ວັນທີ 10 ມັງກອນ 2017.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ປະເທດຊາດແມ່ນ “ດີຂຶ້ນ ມີ​ຄວາມ​ເຂັ້ມ​ແຂງຂຶ້ນ” ກວ່າໃນເວລາ ທີ່ທ່ານໄດ້ເຂົ້າຮັບ
ໜ້າທີ່ ໃນປີ 2008 ໂດຍຊີ້ໃຫ້ເຫັນເຖິງການຕ່າວປີ້ນຂອງພາວະທົດຖອຍທາງເສດ
ຖະກິດ ການຮັບຜ່ານໂຄງການຮັກສາສຸຂະພາບທີ່ເປັນສັນຍາລັກຂອງທ່ານ ແລະ ການແຕ່ງງານລະຫວ່າງກະເທີຍຢ່າງຖືກຕ້ອງຕາມກົດໝາຍ ເປັນຜົນສຳເລັດ ທີ່ ຊາວອາເມຣິກັນ ໄດ້ຮັບໄຊຊະນະ ໂດຍຜ່ານຄຳ​ຂວັນ ການປ່ຽນແປງຂອງທ່ານນັ້ນ.

President Barack Obama says because of you America is a stronger and better place
please wait

No media source currently available

0:00 0:01:28 0:00

ພາກສ່ວນໜຶ່ງຂອງຄຳປາໄສກ່າວອຳລາ ຂອງທ່ານໂອບາມາ ໄດ້ດຶງດູດເອົາ ສຽງຕົບມືຂະໜາດໃຫຍ່ ຈາກຝຸງຄົນຫຼາຍພັນຄົນໃນນະຄອນ Chicago ຊຶ່ງຢູ່ ບໍ່ເທົ່າໃດກິໂລແມັດ ຈາກສະຖາທີ່ບ່ອນທີ່ທ່ານໄດ້ກ່າວຄຳປາໄສ ຮັບຕຳແໜ່ງ ໃນ
ຄ່ຳຄືນ ທີ່ທ່ານໄດ້ຊະນະຕຳແໜ່ງ​ໃນທຳນຽບຂາວ​ເປັນສະໄໝທຳອິດ.

ເຫຼືອ​ເວລາ​ບໍ່​ຮອດສອງສັບປະດາ ກ່ອນໜ້າ ການສາບານໂຕເຂົ້າຮັບຕຳແໜ່ງ ຂອງ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ ທ່ານໂອບາມາ ໄດ້ຊີ້ນຳ ໃຫ້ທີມງານຂອງທ່ານ ຮ່າງບົດຄຳປາໄສ ທີ່ຈະກ່າວຕໍ່ຊາວອາເມຣິກັນທັງໝົດ ປະກອບດ້ວຍ ຈຳພວກຜູ້ທີ່ໄດ້ລົງຄະແນນ ໃຫ້ແກ່ທ່ານທຣຳນຳດ້ວຍ.

President Barack Obama says we all have a lot of work to do on race
please wait

No media source currently available

0:00 0:01:50 0:00

ທ່ານໂອບາມາ ໄດ້ກ່າວວ່າ ໃນຄຳປາໄສຂອງທ່ານວ່າ ມັນຂຶ້ນຢູ່ກັບຊາວອາເມຣິກັນ
ໝົດທຸກຄົນ ຈະຮັບປະກັນວ່າ ລັດຖະບານສາມາດຕອບສະໜອງ ຄວາມທ້າທ້າຍ
ທັງຫຼາຍ ຂອງປະເທດຊາດ ແລະ ວ່າທ່ານມີຄວາມໝັ້ນໝາຍ ທີ່ຈະເຮັດໃຫ້ການໂອນ ອຳນາດໃຫ້ຄະນະລັດຖະບານຊຸດໃໝ່ ເປັນໄປຢ່າງຮຽບຮ້ອຍ​ເທົ່າທີ່ອາດເປັນໄປໄດ້.

ທ່ານໂອບາມາ ໄດ້ກ່າວວ່າ “ເຂົ້າໃຈດີ ປະຊາທິປະໄຕ ບໍ່ຈຳເປັນຕ້ອງມີ​ຄວາມ ​ເປັນ
ອັນນຶ່ງ​ອັນ​ດຽວ​ກັນ.”
ທ່ານກ່າວຕື່ມວ່າ “ບັນດາຜູ້ກໍ່ຕັ້ງຂອງພວກເຮົາ ໄດ້ຖົກຖຽງກັນ ແລະ ໄດ້ປະນີປະນອມກັນ ແລະ ໄດ້ຄາດໝາຍວ່າ ພວກເຮົາຈະເຮັດເຊັ່ນນັ້ນຄືກັນ. ແຕ່ພວກເພິ່ນຮູ້ດີວ່າ ປະຊາທິປະໄຕ ​ແມ່ານ​ຈຳເປັນຕ້ອງ​ມີພື້ນຖານຂອງຄວາມ ສາມັກຄີກັນ--ແນວຄິດທີ່ວ່າ ໃຫ້ຄວາມແຕກຕ່າງທັງຫຼາຍ ຂອງພວກເຮົາໝົດທຸກ
ຄົນ ໃຫ້ສະແດງອອກມາ, ພວກເຮົາໝົດທຸກຄົນມີສ່ວນຮ່ວມນຳກັນ.”

In Farewell, Obama Appeals for Unity and Participation in Democracy
please wait

No media source currently available

0:00 0:02:46 0:00


ທ່ານໂອບາມາ ເປັນຄົນຜິວດຳຄົນທຳອິດທີ່ໄດ້​ເຂົ້າຮັບໜ້າທີ່ເປັນປະທານາທິບໍດີ ສະຫະລັດ ແລະ ທ່ານໄດ້ເນັ້ນໃຫ້ເຫັນວ່າ ຫຼັງຈາກການເລືອກຕັ້ງຂອງທ່ານ ຫຼາຍໆ
ຄົນ ໄດ້ເວົ້າເຖິງອັນທີ່ພວກເຂົາເຈົ້າ ເອີ້ນວ່າ “ຍຸກຫຼັງການຈຳແນກເຊື້ອຊາດ” ໃນ ອາເມຣິກາ. ແຕ່ທ່ານໄດ້ກ່າວວ່າ ເຊື້ອຊາດ ຍັງເປັນ “ອຳນາດ ແລະ ກຳລັງທີ່ມັກ​ຈະ​ເປັນການແບ່ງແຍກ” ແລະ ໄດ້ເນັ້ນຢ້ຳ​ເຖິງຄວາມຈຳເປັນ ທີ່ຈະຕ້ອງປະຕິບັດ ກົດ ໝາຍຕໍ່ຕ້ານການຈຳແນກກີດ​ກັນ.

ຮູບສະໄລດ໌

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG