ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໃນຂະນະປະເຊີນກັບການໂຈມຕີລັກເຈາະຂໍ້ມູນ ກະຊວງການຕ່າງປະເທດ ສຫລ ມີກຳນົດຈະຕັ້ງກົມຮັບຜິດຊອບດ້ານໄຊເບີ ຂຶ້ນມາ


ພາບນີ້ ໃຫ້ເຫັນຕຶກສຳນັກງານຂອງກະຊວງການຕ່າງປະເທດສະຫະລັດ ຕັ້ງຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ມັງກອນ 2017.
ພາບນີ້ ໃຫ້ເຫັນຕຶກສຳນັກງານຂອງກະຊວງການຕ່າງປະເທດສະຫະລັດ ຕັ້ງຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ມັງກອນ 2017.

ກະຊວງການຕ່າງປະເທດຂອງສະຫະລັດ ວາງແຜນທີ່ຈະຈັດຕັ້ງກົມຮັບຜິດຊອບດ້ານນະໂຍບາຍກ່ຽວກັບພື້ນທີ່ທາງໄຊເບີແລະດິຈິໂຕລ ຂຶ້ນມາ ໃນການປະເຊີນກັບບັນຫາການລັກເຈາະຂໍ້ມູນທີ່ມີຫຼາຍຂຶ້ນນັບມື້, ໂດຍສະເພາະແມ່ນການໂຈມຕີຮຽກຄ່າໄຖ່ດ້ວຍແຣນຊຳແວລ ຕໍ່ລະບົບພື້ນຖານໂຄງລ່າງຂອງສະຫະລັດ ທີ່ເພີ້ມຫຼາຍຂຶ້ນນັ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ເອກອັກຄະລັດຖະທູດທີ່ໄດ້ຮັບການຢືນຢັນຈາກສະພາສູງ ຈະເປັນຫົວໜ້າກົມດັ່ງກ່າວນັ້ນ.

ພວກລັກເຈາະຂໍ້ມູນ ຫຼືແຮັກເກີ້ ໄດ້ລັກເຈາະເຂົ້າໄປໃນບໍລິສັດຂອງສະຫະລັດ ຈຳນວນນຶ່ງພາຍໃນປີນີ້.

ການໂຈມຕີລັກເຈາະຂໍ້ມູນຄັ້ງນຶ່ງເຊັ່ນນັ້ນ ຕໍ່ຜູ້ດຳເນີນການວາງທໍ່ສົ່ງນ້ຳມັນ ໂຄໂລນີລ ໄພ້ລາຍນ໌ (Colonial Pipeline) ໄດ້ນຳໄປສູ່ການປິດສະໜອງນ້ຳມັນເປັນການຊົ່ວຄາວທີ່ກໍ່ໃຫ້ເກີດການຂາດແຄນນ້ຳມັນຢູ່ເຂດແຄມຝັ່ງກ້ຳຕາເວັນອອກຂອງສະຫະລັດ. ພວກແຮັກເກີ້ ຍັງໄດ້ແນເປົ້າໝາຍໃສ່ ບໍລິສັດກະສິກຳທີ່ມີຫ້ອງການຕັ້ງຢູ່ໃນລັດໄອໂອວາ ໂດຍກໍ່ໃຫ້ເກີດຄວາມຢ້ານກົວວ່າ ຈະລົບກວນການເກັບກ່ຽວພືດຜົນໃນພາກຕາເວັນຕົກຕອນກາງຂອງສະຫະລັດ.

ເມື່ອສອງອາທິດທີ່ຜ່ານມາ ກະຊວງການເງິນຂອງສະຫະລັດ ໄດ້ກ່າວວ່າ ເປັນທີ່ໜ້າສົງໄສວ່າ ການຈ່າຍເງິນຄ່າໄຖ່ຂອງແຣນຊຳແວຣ ລວມທັງໝົດ 590 ລ້ານໂດລາ ໄດ້ຖືກຈ່າຍໄປໃນໄລຍະຫົກເດືອນທຳອິດຂອງປີນີ້. ມັນໄດ້ເຮັດໃຫ້ອຸດສາຫະກຳດ້ານເງິນຕາທາງອອນໄລ ຫຼື ຄຣິປໂຕເຄເຣນຊີ (cryptocurrency) ນັ້ນຕື່ນຕົວກ່ຽວກັບບົດບາດຂອງຕົນ ໃນການຕໍ່ສູ້ຕ້ານການໂຈມຕີລັກເຈາະຂໍ້ມູນເພື່ອຮຽກຄ່າໄຖ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG