ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໃນ​ການ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຂ້າມ​ປະ​ເທດ​ຍີ່​ປຸ່ນ

A TV screen showing a news program reporting about North Korea's missile launch with file footage, is seen at the Seoul Railway Station in Seoul, South Korea, Oct. 4, 2022
A TV screen showing a news program reporting about North Korea's missile launch with file footage, is seen at the Seoul Railway Station in Seoul, South Korea, Oct. 4, 2022

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ທີ່​ບໍ່​ລະ​ບຸ​ຊື່ ຂ້າມ​ປະ​ເທດ​ຍີ່​ປຸ່ນ ໃນ​ການ​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ທີ່​ບໍ່​ເຄີຍ​ເຫັນ​ມາ​ໃນ​ຮອບ​ຫຼາຍໆ​ປີ ເຮັດ​ໃຫ້​ໂຕ​ກຽວ​ຕ້ອງ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ ອອກ​ຈາກ​ແຂວງ​ຮ​ອກ​ໄກ​ໂດ ແລະ​ອາ​ໂອ​ມໍ​ຣິ ໃນ​ພາກ​ເໜືອ​ຂອງ​ປະ​ເທດ ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້.

​ທ່ານ​ຮິ​ໂຣກາ​ຊຸ ມັດ​ຊູ​ໂນະ (Hirokazu Matsuno) ຫົວ​ໜ້າ​ກອງ​ເລ​ຂາ​ປະ​ຈຳ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ລູກ​ສອນ​ໄຟ​ນີ້​ໄດ້​ຍິງ​ຂຶ້ນ​ເມື່ອ​ເວ​ລາ 7:22 ໂມງ ຕອນ​ເຊົ້າ ຕາມ​ຈະ​ຕົກ​ລົງ​ໃສ່​ມະ​ຫາ​ສະ​ໝຸ​ດ​ປາ​ຊີ​ຟິກ ຢູ່ນອກ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ຍີ​ປຸ່ານ ໃນ​ເວ​ລາ 22 ນາ​ທີ​ຕໍ່​ມາ.

ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ເອີ້ນ​ລູກ​ສອນ​ໄຟ​ນີ້​ວ່າ ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລະ​ດັບ​ປານ​ກາງ ຫຼື IRBM ທີ່​ຍິງ​ຂຶ້ນ​ຈາກ​ເຂດ​ຈາ​ກາງ ໃນ​ພາກ​ເໜືອ​ຂອງ​ເກົາ​ຫຼີ​ເໜືອ ຊຶ່ງ​ໄດ້​ເດີນ​ທາງ​ໃນ​ໄລ​ຍະ 4,500 ກິ​ໂລ​ມັດ ທີ່​ສູງ​ໃນ​ລະ​ດັບ 970 ກິ​ໂລ​ແມັດ.

ລາຍ​ການ​ຂ່າວ​ທາງ​ໂທ​ລະ​ພາບ ເວົ້າ​ເຖິງ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ແລະ​ຮູບ​ພາບ​ປະ​ຫວັດ​ຂອງ​ກິມ​ ຈົງ ອຶນ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ຕຸ​ລາ 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ຊຶ່ງ​ເຂົ້າ​ຮັບ​ຕຳ​ແໜ່ງ​ຄົບ​ຮອບ​ນຶ່ງ​ປີໃນ​ວັນ​ອັງ​ຄານມື້ນີ້ ໄດ້​ປະ​ນາມ​ຢ່າງ​ແຮງ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ໂດຍ​ເອີ້ນ​ວ່າ “​ເປັນ​ການ​ກະ​ທຳ​ແບບ​ໝິ່ນ​ປະ​ໝາດ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ຢາ​ຊຸ​ກາ​ຊຸ ຮາ​ມາ​ດະ ໃນ​ເວ​ລາ​ຕໍ່​ມາ​ໄດ້​ກ່າວ​ເພີ້ມ​ວ່າ ລູ​ກ​ສອນ​ໄຟ​ນີ້​ໄດ້​ບິນ​ຂ້າມ​ຍີ່​ປຸ່ນ​ ປະ​ມານ 1 ນາ​ທີ ຊຶ່ງ​ມີ​ໄລ​ຍະ

ໄກ​ລູກ​ສອນ​ໄຟ​ໄລ​ຍະ​ປານ​ກາງ​ທີ່​ຍິງ​ກ່ອນ​ໜ້ານີ້ ໂດຍ​ປະ​ມານ 4,600 ກິ​ໂລ​ແມັດ​ ກ່ອນ​ຈະ​ຕົກ​ລົງ​ໃສ່​ທະ​ເລ ປະ​ມານ 3,200 ກິ​ໂ​ລ​ແມັດ ຢູ່​ທາງ​ພາກ​ຕາ​ເວັນ​ຂອງ​ຍີ່​ປຸ່ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG