ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການແຂ່ງຂັນ ດ້ານເສດຖະກິດ ກັບ ຈີນ ອຸດສາຫະກຳ ຂອງ ສຫລ ຫັນໄປຫາ ການຊ່ອຍເຫຼືອ ຈາກລັດຖະບານກາງ

ພວກທີ່ເຂົ້າຊົມ ການວາງສະແດງ ລະບົບ 5G ຂອງບໍລິສັດ Qualcomm ຢູ່ທີ່ງານວາງສະແດງສິນຄ້າ ອີເລັກໂທຣນິກ ສຳລັບຜູ້ບໍລິໂພກ ຫຼື CES 2019 , ທີ່ສູນກາງວາງສະແດງ ໃນນະຄອນ ລາສ ເວກັສ ລັດເນວາດາ, ວັນທີ 10 ມັງກອນ 2019.
ພວກທີ່ເຂົ້າຊົມ ການວາງສະແດງ ລະບົບ 5G ຂອງບໍລິສັດ Qualcomm ຢູ່ທີ່ງານວາງສະແດງສິນຄ້າ ອີເລັກໂທຣນິກ ສຳລັບຜູ້ບໍລິໂພກ ຫຼື CES 2019 , ທີ່ສູນກາງວາງສະແດງ ໃນນະຄອນ ລາສ ເວກັສ ລັດເນວາດາ, ວັນທີ 10 ມັງກອນ 2019.

ໃນ​ການ​ຕໍ່​ສູ້​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ກັບ​ຈີນນັ້ນ ລັດ​ຖະ​ບານ​ຈີນ ​ມັກ​ຈະ
ຖືກ​ວາດ​ພາບ​ວ່າ ​ເປັນ​ຜູ້​ມີ​ອິດ​ທິ​ພົນ​ ທາງ​ການ​ເມືອງ ໂດຍ​ທຳ​ການ​ລົງ​ທຶນ​ຂະໜາດ​ໃຫຍ່
ໃນ​ການ​ຄົ້ນ​ຄວ້າ ແລະ​ແຜ້ວ​ທາງ​ໃຫ້​ບໍ​ລິ​ສັດ​ຈີນ​ຈະ​ເລີນ​ເຕີບ​ໂຕ.

ຈີນ ແມ່ນ​ເປັນ​ຕົວ​ຢ່າງ​ທີ່​ດີ ສຳ​ລັບ​ອຸດ​ສາ​ຫະ​ກຳ​ຂອງ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ
​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ບານ​ສະ​ຫະ​ລັດ​ດຳ​ເນີນ​ການ​ເພີ້ມ​ຕື່ມເພື່ອ​ຊ່ວຍ​ເຂົາ​ເຈົ້າ ໃນ​ການ​ແຂ່ງ
​ຂັນ​ຢູ່​ໃນ​ທົ່ວ​ໂລກ.

ພາຍຂະຫຍາຍ ຂອງ ຊຸດເຄື່ອງ ໄມໂຄຣຄອນໂທເລີ ອິນຟີນີອອນ XMC 4700 (Infineon microcontroller) ທີ່ໄດ້ຖືກຖ່າຍ ໃນລະຫວ່າງ ການວາງສະແດງ ຢູ່ທີ່ກອງປະຊຸມປະຈຳປີ ຂອງພວກຖືຮຸ້ນ ໃນບໍລິສັດຜະລິດ ເຊມີຄອນດັກເຕີ ເຢຍຣະມັນໃນນະຄອນ ມິວນິກ, ວັນທີ 21 ກຸມພາ 2019.

​ລາຍ​ງານ​ໃໝ່ 2 ສະ​ບັບ ​ທີ່​ອອກ​ໃນ​ອາ​ທິດນີ້ ຄື​ສະ​ບັບ​ນຶ່ງ​ແມ່ນ​ຈາກ​ອຸດ​ສາ​ຫະ​ກຳ​ ບໍ່​ໃຊ້​
ສາຍ​ຂອງ​ສະ​ຫະ​ລັດ ແລະ​ອີກ​ສະ​ບັບ​ນຶ່ງ ແມ່ນ​ຈາກ​ອຸດ​ສາ​ຫະ​ກຳ ​ເຊ​ມີ​ຄອນດັກ​ເຕີ້
(semiconductor) ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ບໍ​ລິ​ສັດ​ຂອງ​ສະ​ຫະ​ລັດ​ກຳ​ລັງ​ຊອກ​
ສະ​ແຫວງ​ຫາ​ການ​ຊ່ວຍ​ເຫຼືອ ​ຈາກວໍ​ຊິງ​ຕັນ​ເພີ້ມ​ຂຶ້ນ ໃນ​ການ​ແຂ່ງ​ຂັນກັບ​ລິ​ສັດ​ຈີນ​ ທີ່
​ເປັນ​ຄູ່​ແຂ່ງ.

ອົງ​ການ CTIA ທີ່​ຕາງ​ໜ້າ​ໃຫ້​ອຸດ​ສາ​ຫະ​ກຳ​ບໍ່​ໃຊ້​ສາຍ​ຂອງ​ສະ​ຫະ​ລັດ ພົບ​ເຫັນຢູ່​ໃນ​
ລາຍ​ງານ​ຂອງ​ຕົນ​ວ່າ ສະ​ຫະ​ລັດ​ແມ່ນ​ພວມ​ສະ​ເໝີ​ກັນ​ກັບ​ຈີນ ເມື່ອ​ເວົ້າ​ເຖິງ “ຄວາມ​
ພ້ອມ ຂອງລະ​ບົບ 5G.”
ລະ​ບົບ 5G ແມ່ນ​ລະ​ບົບ​ຕາ​ໜ່າງ​ທີ່​ບໍ່​ໃຊ້​ສາຍຄວາມ​ໄວ​ສູງ
ທີ່​ກຳ​ລັງ​ສ້າງ​ກັນ​ຢູ່​ໃນ​ທົ່ວ​ໂລກ.

ໃນ​ປີ​ກາຍນີ້ ສະ​ຫະ​ລັດ​ແມ່ນ​ຕິດ​ອັນ​ດັບ 3 ນຳ​ຫຼັງ​ຈີນ ແລະ​ເກົາ​ຫຼີ​ໃຕ້ ຕາມ​ລຳ​ດັບ
ອີງ​ຕາມ​ອົງ​ການ CTIA.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG