ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

2 ຄົນ ບາດເຈັບ ຍ້ອນ ການວາງລະເບີດ ຢູ່ວັດ​ພຸດທະຄະຍາ ທີ່ອິນເດຍ (ສະໄລດ໌)


ພະນັກງານຮັກສາຄວາມປອດໄພອິນເດຍ ຍ່າງຢູ່ໃນເຂດວັດ Mahabodhi ລຸນຫລັງທີ່ມີ ລະເບີດ 8 ລູກແຕກຂຶ້ນ ຢູ່ໃນແລະອ້ອມ​ແອ້ມວັດໂພທະກາຍາ ຢູ່ລັດ Bihar ທາງພາກຕາເວັນອອກ ຂອງອິນເດຍ, ວັນທີ 7 ກໍລະກົດ 2013.
ພະນັກງານຮັກສາຄວາມປອດໄພອິນເດຍ ຍ່າງຢູ່ໃນເຂດວັດ Mahabodhi ລຸນຫລັງທີ່ມີ ລະເບີດ 8 ລູກແຕກຂຶ້ນ ຢູ່ໃນແລະອ້ອມ​ແອ້ມວັດໂພທະກາຍາ ຢູ່ລັດ Bihar ທາງພາກຕາເວັນອອກ ຂອງອິນເດຍ, ວັນທີ 7 ກໍລະກົດ 2013.
ລະເບີດຫລາຍລູກໄດ້ແຕກຂຶ້ນຢູ່ເຂດຄຸ້ມຂອງຊາວພຸດ ໃນພາກ
ຕາເວັນອອກຂອງອິນເດຍ ຊຶ່ງໄດ້ເຮັດໃຫ້ສອງຄົນທີ່ໄປສະແຫວງ
ບຸນຢູ່ທີ່ນັ້ນໄດ້ຮັບບາດເຈັບແລະໄດ້ສ້າງຄວາມເສຍຫາຍ​ເລັກ​ນ້ອຍ.

ເຈົ້າໜ້າທີ່ອິນເດຍເວົ້າວ່າ ລະເບີດ 8 ລູກ ໄດ້ລະເບີດຂຶ້ນຢູ່ໃນ
ແລະຢູ່ອ້ອມ​ແອ້ມວັດ​ພຸດທະຄະຍາ ໃນວັນອາທິດວານນີ້ ​ແລະ
ໄດ້ເຮັດໃຫ້ຊາວທິເບດຄົນນຶ່ງ ກັບຊາວມຽນມາຜູ້ນຶ່ງໄດ້ຮັບບາດ
ເຈັບ ແລະເຮັດໃຫ້ປະຕູວັດບານ​ນຶ່ງພັງ. ນອກເໜືອໄປກວ່ານັ້ນ
ກໍບໍ່ໄດ້ມີຜົນກະທົບຫຍັງຫລາຍຕໍ່ບໍລິ​ເວນ​ວັດດັ່ງກ່າວ ຊຶ່ງເປັນ
ສະຖານທີ່ມໍລະດົກໂລກຂອງອົງການ UNESCO ທີ່ພວກໄປ
ສະແຫວງບຸນ ແລະນັກທ່ອງທ່ຽວ ນິຍົມ​ກັນ​ໄປ​ຢ້ຽມຢາມ. ມີການ
ພົບ​ເຫັນລະເບີດ ທີ່ບໍ່ທັນແຕກສອງລູກ ແລະຕໍາຫລວດໄດ້ເອົາ
ຂະນວນອອກແລ້ວ.

ນາຍຍົກ​ລັດຖະມົນຕີ​ອິນ​ເດຍ ທ່ານ Manmohan Singh ​ໄດ້​ປະນາມ​ການວາງລະເບີດ
​ດັ່ງກ່າວ ​ແລະ​ເວົ້າວ່າ “ການ​ໂຈມ​ຕີ​ຕໍ່​ສາສະ​ນະ​ສະຖານ​ແບບ​ນັ້ນ ຈະ​ປ່ອຍ​ໃຫ້​ມີ​ຂຶ້ນ​ອີກ​ບໍ່​ໄດ້​ເດັດຂາດ.”

ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບ ຕໍ່ເຫດການດັ່ງກ່າວໃນທັນທີນີ້​ເທື່ອ ແຕ່ວ່າ ຕໍາ
ຫລວດອິນເດຍ ແລະບຸກຄົນສໍາຄັນໃນຝ່າຍຄ້ານເວົ້າວ່າ ການລາຍງານຈາກອົງການ
ສືບລັບ ຊີ້​ບອກວ່າພວກຫົວຮຸນແຮງໄດ້ວາງແຜນຈະໂຈມຕີວັດ​ໂພທະຍາ ເພື່ອເປັນການ
ຕອບ​ໂຕ້ຄືນ ຕໍ່ການສູ້ລົບກັນຍ້ອນການແບ່ງແຍກທາງສາສະໜາ ເມື່ອມໍ່ໆມານີ້ ລະຫວ່າງ
ຊາວພຸດ ແລະຊາວມຸສລິມ ຢູ່ໃນມຽນມາ ປະເທດເພື່ອນບ້ານຂອງອິນເດຍນັ້ນ.

ວັດ​ພຸດທະຄະຍາ ທີ່ຊາວ​ພຸດພາກັນສັກກະລະບູຊານັ້ນ ເປັນບ່ອນພະພຸດທະເຈົ້າຕັດສະຮູ້.

ເບິ່ງພາບ ຫລັງການວາງລະເບີດ ທີ່ວັດຊາວພຸດໃນອິນເດຍ:

XS
SM
MD
LG