ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ທະ​ວີບ​ເອ​ເຊຍ, ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ໂຈມ​ຕີ ການ​ຂົ່ມ​ຂູ່ ແລະ ການບັງ​ຄັບ​ຂອງ ຈີ​ນ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ຈັດ​ການ​ປຶກ​ສາ​ຫາ​ລື​ໂຕະ​ມົນ​ກັບ​ບັນ​ດາ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ ຍີ່​ປຸ່ນ ຈາກ​ບັນ​ດາ​ບໍ​ລິ​ສັດ​ໃນ​ອຸດ​ສາ​ຫະ​ກຳ ເຊ​ມີຄອນ​ດັກ​ເຕີ, ຢູ່​ທີ່​ພັກ​ຫົວ​ໜ້າ​ນັກ​ການ​ທູດ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, 28 ກັນ​ຍາ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ຈັດ​ການ​ປຶກ​ສາ​ຫາ​ລື​ໂຕະ​ມົນ​ກັບ​ບັນ​ດາ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ ຍີ່​ປຸ່ນ ຈາກ​ບັນ​ດາ​ບໍ​ລິ​ສັດ​ໃນ​ອຸດ​ສາ​ຫະ​ກຳ ເຊ​ມີຄອນ​ດັກ​ເຕີ, ຢູ່​ທີ່​ພັກ​ຫົວ​ໜ້າ​ນັກ​ການ​ທູດ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, 28 ກັນ​ຍາ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ໄດ້​ກ່າວ​ໂຈມ​ຕີ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ ຈີນ ໃນ​ວັນ​ພຸດມື້​ນີ້ ໃນ​ຄຳ​ປາ​ໄສ​ຢູ່ນອກ​ນະ​ຄອນຫຼວງ ໂຕ​ກຽວ ໂດຍ​ກ່າວ​ວ່າ ການ​ປະ​ພຶດ​ທີ່​ດຸ​ຮ້າຍ​ຂອງ​ປັກ​ກິ່ງ ແມ່ນ​ກຳ​ລັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ກົດ​ລະບຽບ “ທີ່​ອີງ​ໃສ່​ກົ​ດ​ເກນ​ສາ​ກົນ.”

ທ່ານ​ນາງ​ ແຮ​ຣິ​ສ ໄດ້​ໃຫ້​ຄຳ​ເຫັນ​ໃນ​ຄຳ​ປາ​ໄສ​ຕໍ່​ທະ​ຫານ ສະ​ຫະ​ລັດ ຢູ່​ເທິງ​ກຳ​ປັ່ນ USS Howard, ເຊິ່ງ​ແມ່ນ​ກຳ​ປັ່ນ​ພິ​ຄາດ ​ທີ່​ຈອດ​ຢູ່​ຖານ​ທັບ​ເຮືອ ໂຢ​ໂກ​ຊຸ​ກະ, ທີ່​ເປັນ​ຖານ​ທັບ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ໂລກ.

ທ່ານ​ນາງ ແຮ​ຣິ​ສ ໄດ້​ກ່າວ​ວ່າ “ຈີນ ແມ່ນ​ກຳ​ລັງບ່ອນທຳ​ລາຍ​ອົງ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ກົດ​ເກນ​ທີ່​ອີງ​ໃສ່​ລະ​ບຽບ​ສາ​ກົນ. ຈີນ ໄດ້​ຄັດ​ຄ້ານ​ຄວາມ​ເປັນ​ອິດ​ສະຫຼະພາບທາງ​ທະ​ເລ. ຈີນ ໄດ້​ສະ​ແດງ​ອຳ​ນາດ​ທາງ​ທະ​ຫານ ແລະ ເສດ​ຖະ​ກິດ​ເພື່ອ​ບັງ​ຄັບ ແລະ ຂົ່​ມ​ຂູ່​ປະ​ເທດ​ເພື່ອ​ບ້ານ​ຂອງ​ເຂົາ​ເຈົ້າ.”

ທ່ານ​ນາງ ແຮ​ຣິ​ສ, ຜູ້​ທີ່​ໄດ້​ໄປ​ປະ​ເທດ ຍີ່​ປຸ່ນ ເພື່ອ​ເຂົ້າ​ຮ່ວມ​ການ​ສົ່ງ​ສະ​ການ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ, ຍັງ​ໄດ້​ຕຳ​ໜິ​ວິ​ຈານ “ພຶດ​ຕິ​ກຳ​ທີ່​ໜ້າ​ເປັນ​ຫ່ວງ​ຂອງ ຈີນ ຢູ່​ໃນ​ທະ​ເລ​ຈີນ​ ຕາ​ເວັນ​ອອກ ແລະ ໃນ​ທະ​ເລ​ຈີນ​ໃຕ້, ແລະ ຄັ້ງຫຼ້າ​ສຸດນີ້, ແມ່ນ​ການ​ທ້າ​ທາຍ​ເກາະ​ຜິດຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ.”

ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ, ຈີນ ໄດ້​ປິດ​ລ້ອມ​ໄຕ້​ຫວັນ ດ້ວຍ​ການ​ຊ້ອມ​ລົບ, ໃນ​ສິ່ງ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ກາ​ນ​ພະ​ຍາ​ຍາມ​ເພື່ອ​ປ່ຽນ​ແປງ​ຖາ​ນະ​ດັ້ງ​ເດີມ​ໃນ​ຊ່ອງ​ແຄບ​ໄຕ້​ຫວັນ​ທີ່​ລະ​ອຽດ​ອ່ອນ​ນັ້ນ.

ຈີນ ໄດ້​ອ້າງ​ເອົາ ໄຕ້​ຫວັນ​ ທີ່​ປົກ​ຄອງ​ຕົນ​ເອງ ແລະ ເປັນ​ປະ​ຊາ​ທິ​ປະ​ໄຕ, ເຖິງ​ແມ່ນ​ວ່າ​ເກາະ​ດັ່ງ​ກ່າວ​ແມ່ນບໍ່​ເຄີຍ​ຖື​ກ​ປົກ​ຄອງ​ໂດຍ​ພັກ​ຄອມ​ມູ​ນິ​ສ​ຈີນ​ເລີຍ​ກໍ​ຕາມ. ປັກ​ກິ່ງ ໄດ້​ກ່າວ​ຫາ ສະ​ຫະ​ລັດ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງບໍ່​ເໝາະ​ສົມ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ວ່າ​ເປັນ “ກອງ​ກຳ​ລັງເອ​ກະ​ລາດ” ໃນ ໄຕ້​ຫວັນ.

ແນວ​ໃດ​ກໍ່​ຕາມ ສະ​ຫະ​ລັດ ແມ່ນບໍ່​ມີ​ສາຍ​ພົວ​ພັນ​ຢ່າງ​ເປັນ​ທາງ​ການ​ກັບ ໄຕ້​ຫວັນ, ວໍ​ຊິງ​ຕັນ ແມ່ນ​ນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ສາ​ກົນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ ໄຕ້​ຫວັນ ແລະ ໄດ້​ອະ​ນຸ​ມັດ​ການ​ຂາຍ​ອາ​ວຸດ​ຂະ​ໜາດ​ໃຫຍ່​ຢ່າງ​ເປັນ​ປະ​ຈຳ​ຕໍ່​ລັດ​ຖະ​ບານ​ປະ​ຊາ​ທິ​ປະ​ໄຕ​ຂອງ​ເກາະ​ນັ້ນ. ເຂົາ​ເຈົ້າ​ຍັງ​ໄດ້ສົ່ງ​ກຳ​ປັ່ນ​ລົບ​ແລ່ນຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ, ເຊິ່ງ​ໄດ້​ເຮັດ​ໃຫ້ ຈີນ ໂມ​ໂຫ.

ທ່າ​ນ​ນາງ ແຮ​ຣິ​ສ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ເຊື່ອ​ວ່າ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ຊ່ອງ​ແຄບ​ ໄຕ້​ຫວັນ ແມ່ນ​ສິ່ງ​ທີ່​ສຳ​ຄັນ​ຂອງ​ເຂດ​ມະ​ຫາ​ສະ​ໝຸດ ອິນ​ໂດ-ປາ​ຊີ​ຟິກ ທີ່​ເສ​ລີ ແລະ ເປີດກ​ວ້າງ. ພວກ​ເຮົາ​ຈະ​ສືບ​ຕໍ່​ບິນ, ແລ່ນ​ເຮືອ ແລະ ປັດ​ຕິ​ບັດ​ການ, ຢ່າງບໍ່​ສະ​ທົກ​ສະ​ທ້ານ ແລະ ບໍ່​ຢ້ານ​ກົວ, ຢູ່​ບ່ອນ​ໃດ​ກໍ່​ຕາມ​ ແລະ ເວ​ລາ​ໃດ​ກໍ່​ຕາມ ທີ່​ກົດ​ໝາຍ​ສາ​ກົນອະ​ນຸ​ຍາດ​ໃຫ້​ເຮັດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG