ບັນດາສະຊາຊິກສະພາສະຫະລັດ ທີ່ກຳລັງສຶກສາເບິ່ງໄພຂົ່ມຂູ່ຂອງພວກກໍ່ການຮ້າຍໃນ ອາຟຣິກາ ໄດ້ສະແດງຄວາມເປັນຫ່ວງໃນວັນອັງຄານວານນີ້ວ່າ ສະຫະລັດ ອາດເບິ່ງຂ້າມເລື້ອງສິດທິມະນຸດແລະການປົກຄອງທີ່ບໍ່ດີ ໂດຍບັນດາຜູ້ນຳຢູ່ໃນຂົງເຂດ ທີ່ໃຫ້ການຊ່ວຍເຫລືອໃນການຕໍ່ຕ້ານພວກການກໍ່ການຮ້າຍ.
ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການ ອາຟຣິກາທ່ານນາງ Linda Thomas-Greenfield ກ່າວຕໍ່ສະມາຊິກສະພາສູງ ໃນການ ຮັບຟັງຄຳໃຫ້ການທີ່ຈັດຂຶ້ນໂດຍຄະນະກຳມະການຄວາມສຳ ພັນຕ່າງປະເທດວ່າ ບັນດາ ປະເທດຢູ່ໃນຂົງເຂດ ໄດ້ຕົກຢູ່ໃນຄວາມຫລໍ່ແຫລມ ເປັນພິເສດ ແລະຊ່ອງຫວ່າງດ້ານສະ ມັດຖະພາບ ທີ່ຈະຕ້ອງໄດ້ຮັບການແກ້ໄຂ. ທ່ານນາງ Thomas-Greenfield ກ່າວວ່າ ພວກກຸ່ມກໍ່ການຮ້າຍໄດ້ພາກັນເກນ ເອົາພວກນັກລົບພຽງແຕ່ສະເໜີໃຫ້ເງິນເຂົາເຈົ້າ ເພື່ອ ເປັນການຕອບໂຕ້ຕໍ່ເລື້ອງດັ່ງກ່າວນີ້ ທ່ານນາງກ່າວວ່າ ລັດຖະບານຕ້ອງ “ໃຊ້ຊັບພະຍາ ກອນທຸກຢ່າງທີ່ມີຢູ່ ເພື່ອສະເໜີໃຫ້ການສຶກສາ ແລະໃຫ້ໂອກາດ ໃນເລື້ອງວິຊາອາຊີບ” ເພື່ອປະເຊີນໜ້າກັບບັນດາກຸ່ມດັ່ງກ່າວ.
ສະຫະລັດໄດ້ເພັ່ງເລັງໃສ່ການໃຫ້ການຊ່ວຍເຫລືອແກ່ບັນດາປະເທດຕ່າງໆໃຫ້ມີໂອກາດ ດັ່ງກ່າວ ແຕ່ວ່າສະມາຊິກສະພາສູງ Ben Cardin ທີ່ຢູ່ໃນຄະນະກຳມະການ ໄດ້ສະແດງ ຄວາມເປັນຫ່ວງວ່າ ວໍຊິງຕັນ ກຳລັງບໍ່ຫົວຊາກັບການລ່ວງ ລະເມີດສິດທິມະນຸດ ຫລືການ ປົກຄອງທີ່ບໍ່ດີ ຕາບໃດທີ່ເຂົາເຈົ້າຍັງເປັນພາຄີທີ່ ເປັນປະໂຫຍດໃນການຕໍ່ຕ້ານພວກກໍ່ ການຮ້າຍ.
ທ່ານ Cardin ໄດ້ຖາມວ່າ “ດັ່ງໂຕຢ່າງຢູ່ໃນເອທິໂອເປຍ ເຂົາເຈົ້າຫາກໍ່ມີການເລືອກຕັ້ງ ສະພາ ແລະບໍ່ມີຜູ້ນຳຝ່າຍຄ້ານພຽງແຕ່ຄົນດຽວໄດ້ຖືກເລືອກ ແລະກຳລັງຮັກສາຄວາມ ປອດໄພຢູ່ທີ່ນັ້ນ ໄດ້ສັງຫານພວກປະທ້ວງຫລາຍຮ້ອຍຄົນ. ຢູ່ທີ່ປະເທດ Chad ບັນດາ ເຈົ້າໜ້າທີ່ທະຫານຫລາຍສິບຄົນໄດ້ຖືຈັບ ເພາະວ່າເຂົາເຈົ້າບໍ່ລົງຄະແນນສຽງໃຫ້ແກ່ ປະທານາທິບໍດີ ຢູ່ປະເທດໂຊມາລີ ມີລາຍງານວ່າ ເຂົາເຈົ້າໃຊ້ພວກເດັກນ້ອຍເປັນນັກສືບ ຢູ່ປະເທດໄນຈີເຣຍ ແລະເຄນຢາ ພວກທະຫານໄດ້ທຳການສັງຫານແບບຮວບຮັດຕັດ ຕອນ. ແຕ່ຂ້າພະເຈົ້າບໍ່ເຫັນການຕອບໂຕ້ຫຍັງຈາກສະຫະລັດ.”