ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢູ່ໃນອາຟຣິກາ ຢາເສບຕິດ ກໍເລັດລອດໄປຫາ ພວກຜູ້ບໍລິໂພກໄດ້ ໃນລະຫວ່າງ ການຈຳກັດຕ່າງໆ ຍ້ອນໄວຣັສໂຄໂຣນາ 


ໃນພາບນີ້ຖ່າຍໃນວັນສຸກ ທີ 17 ສິງຫາ 2018, ຕຳຫຼວດກຳລັງກວດຄົ້ນຜູ້ຕ້ອງສົງໄສໃນລະຫວ່າງການເຂົ້າກວດຄົ້ນເຮືອນຫລັງນຶ່ງ ທີ່ຮູ້ຈັກກັນດີ ເປັນບ່ອນເສບຢາ ໃນເຂດແມນເນັນເບີກ ນະຄອນຫຼວງ ເຄບທາວ ຂອງອາຟຣິກາໃຕ້.
ໃນພາບນີ້ຖ່າຍໃນວັນສຸກ ທີ 17 ສິງຫາ 2018, ຕຳຫຼວດກຳລັງກວດຄົ້ນຜູ້ຕ້ອງສົງໄສໃນລະຫວ່າງການເຂົ້າກວດຄົ້ນເຮືອນຫລັງນຶ່ງ ທີ່ຮູ້ຈັກກັນດີ ເປັນບ່ອນເສບຢາ ໃນເຂດແມນເນັນເບີກ ນະຄອນຫຼວງ ເຄບທາວ ຂອງອາຟຣິກາໃຕ້.

ກິດຈະກຳຂອງເຂດອາຟຣິກາ ໃນຖານະເປັນສູນກາງຢາເສບຕິດທີ່ຜິດກົດໝາຍຂອງໂລກ ແມ່ນຍັງສືບຕໍ່ໄປ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ເຖິງແມ່ນວ່າ ຫຼາຍໆເສດຖະກິດ ທີ່ໃຫຍ່ທີ່ສຸດຂອງທະວີບດັ່ງກ່າວ ໄດ້ອອກຂໍ້ຈຳກັດ ໃນການເຄື່ອນຍ້າຍໄປມາ ເພື່ອທີ່ຈະຢຸດຢັ້ງການລະບາດ ຂອງໄວຣັສໂຄໂຣນາ ກໍຕາມ. ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຕໍ່ຕ້ານຢາເສບຕິດ ຂອງອາເມຣິກາ ກ່າວວ່າ ພວກເພິ່ນເປັນຫ່ວງຢ່າງຍິ່ງ ກ່ຽວກັບສິ່ງທີ່ປາກົດວ່າ ເປັນຫລັກຖານທີ່ເພີ້ມຂຶ້ນເລື້ອຍໆຂອງການເສບຢາເສບຕິດຢູ່ໃນທະວີບນີ້ໂດຍບົງບອກວ່າ ອາຟຣິ ກາບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນແຕ່ຍັງເປັນຕະຫຼາດເສບຢາດ້ວຍຕົນເອງຫຼາຍ ຂຶ້ນເລື້ອຍໆ. ອານິຕາ ພາວໂວລ ນັກຂ່າວຂອງວີໂອເອ ລາຍງານມາຈາກ ນະ ຄອນໂຈຮານເນສເບີກຂອງອາຟຣິກາໃຕ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ມາດຕະການປິດເມືອງຍ້ອນໄວຣັສໂຄໂຣນາໃນທົ່ວອາຟຣິກາ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດທັງຫຼາຍຢ່າງໜັກໜ່ວງ ໂດຍທີ່ເສດຖະກິດຍັກໃຫຍ່ຂອງໄນຈີເຣຍ ສູນເສຍໜັກ ກະປະມານໄດ້ວ່າ 18 ຕື້ໂດລາ ໃນລະຫວ່າງການປິດເມືອງຂອງຕົນ ເປັນເວລາ 5 ອາທິດ ທີ່ເລີ້ມຈາກເດືອນມີນາ ຫາເມສາ ອີງຕາມຂໍ້ມູນຈາກສະຖາບັນຄົ້ນຄວ້ານະໂຍບາຍດ້ານອາຫານສາກົນ.

ເຈົ້າໜ້າທີ່ຕໍ່ຕ້ານຢາເສບຕິດ ຂອງອາເມຣິກາ ກ່າວວ່າ ແຕ່ເຖິງຢ່າງນັ້ນກໍຕາມ ພວກຢາເສບຕິດ ແລະສິນຄ້າທີ່ຜິດກົດໝາຍອື່ນໆ ແມ່ນຍັງເລັດລອດຜ່ານ ທະວີບໄປໄດ້ ແລະໄປເຖິງພວກຜູ້ບໍລິໂພກຢູ່ໃນອາຟຣິກາ. ທ່າມກາງຂໍ້ຈຳກັດໃນການປິດເມືອງທີ່ເຄັ່ງຄັດຂອງອາຟຣິກາ ຕຳຫຼວດກໍຍັງຍຶດໄດ້ຫໍ່ສິນຄ້າບັນຈຸຢາໂຄເຄນ ມູນຄ່າຫຼາຍກວ່າ 1.8 ລ້ານໂດລາ.

ປະເທດທີ່ໃຫຍ່ທີ່ສຸດຂອງທະວີບອາຟຣິກາຈຳນວນນຶ່ງ ໄດ້ວາງຂໍ້ຈຳກັດໃນດ້ານການເດີນທາງ ແລະດ້ານເສດຖະກິດ ໃນຄວາມພະຍາຍາມທີ່ຈະຢຸດຢັ້ງໄວຣັສໂຄໂຣນາ ອັນເປັນການເຄື່ອນໄຫວທີ່ຄວນຈະເຮັດໃຫ້ການຄ້າຂາຍຢາເສບຕິດທີ່ຜິດກົດໝາຍນັ້ນ ຫລຸດລົງນຳດ້ວຍ.

ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ປະຈຳພະແນກຢາເສບຕິດແລະການບັງຄັບໃຊ້ກົດໝາຍສາກົນ ທ່ານນາງ ແຮເຕີ ແມຣິດຕ໌ ກ່າວວ່າ ແທນທີ່ຈະເປັນຈັ່ງຊັ້ນ ພວກຄ້າຢາເສບຕິດໄດ້ປັບປ່ຽນວິທີໃໝ່. ຍົກຕົວຢ່າງ ໃນບໍ່ເທົ່າໃດເດືອນມໍ່ໆມານີ້ ໜ່ວຍງານຂອງເພິ່ນ ໄດ້ເຫັນການຄ້າຂາຍຢາເສບຕິດຜິດກົດໝາຍທາງອອນໄລ ເພີ້ມຂຶ້ນຢູ່ໃນອາຟຣິກາ ແລະເປັນການເພີ້ມຂຶ້ນໃນຫ້ອງທົດລອງຫຼາຍແຫ່ງໃນທ້ອງຖິ່ນ. ທ່ານນາງຍັງເປັນຫ່ວງວ່າ ເສດຖະກິດທີ່ຊຸດໂຊມ ອາດຊຸກຍູ້ໃຫ້ພວກຄົນທີ່ສິ້ນຫວັງທັງຫຼາຍ ຫັນໄປຄ້າຂາຍສິ່ງທີ່ຜິດກົດໝາຍ.

ທ່ານນາງແມຣິດຕ໌ເວົ້າວ່າ “ເງິນທຶນສຸກເສີນສຳລັບມາດຕະການຮັບມືກັບໂຣກລະບາດ ທີ່ລັດຖະບານຕ່າງໆໄດ້ອະນຸມັດໄປນັ້ນ ຫຼືແມ່ນກະທັງການຊ່ອຍເຫຼືອໃໝ່ຈາກຕ່າງປະເທດ ທີ່ລັ່ງໄຫລເຂົ້າມາເພື່ອຊ່ອຍໃນການຮັບມືກັບໂຣກລະບາດ ສາມາດສ້າງໂອກາດໃໝ່ຕ່າງໆໄດ້ ແຕ່ເປັນທີ່ໜ້າເສຍໃຈຍ້ອນການສໍ້ລາດບັງຫຼວງໃນດ້ານການຈັດຊື້ ຫຼືການສໍ້ໂກງ…ຕະຫຼອດໄລຍະກາງແລະຍາວ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ທີ່ພວກເຮົາເຫັນ ອາດນຳໄປສູ່ກິດຈະກຳດ້ານອາຊະກຳເພີ້ມຂຶ້ນ ໃນຂະນະທີ່ບາງສ່ວນ ຖືກກົດດັນໃຫ້ອອກຈາກວຽກງານທີ່ສຸດຈະລິດ ຍ້ອນການຊຸດໂຊມລົງຂອງເສດຖະກິດນັ້ນ. ແລະພວກເຮົາເຫັນວ່າ ເສດຖະກິດທີ່ຜິດກົດໝາຍທັງຫຼາຍອາດໄດ້ປຽບກວ່າ ເມື່ອຕ່ອງໂສ້ໃນການສົ່ງສິນຄ້າໄດ້ຖືກລົບກວນເປັນເວລາຍາວນານ. ສະນັ້ນແລ້ວ ມັນອາດຈະສ້າງຕະຫຼາດມືດໃໝ່ໆຂຶ້ນມາ ສຳລັບສິນຄ້າທັງຫຼາຍ.”

ຫຼາຍປີຜ່ານມາ ອົງການຕໍ່ຕ້ານຢາເສບຕິດສາກົນທັງຫຼາຍ ໄດ້ເຫັນວ່າ ທະວີບນີ້ເປັນສູນກາງສຳລັບສິນຄ້າທີ່ຜິດກົດໝາຍ ໂດຍມີທ່າເຮືອຕ່າງໆ ຢູ່ໃນປະເທດເຄນຢາ ໄນຈີເຣຍ ແລະແທນຊາເນຍ ໄດ້ຖືກນຳໃຊ້ເພື່ອນຳສົ່ງພວກຢາເສບຕິດ ໄປຍັງທະວີບຢູໂຣບ ຫຼື ສະຫະລັດ. ແຕ່ທ່ານນາງ ແມຣິດຕ໌ ກ່າວວ່າ ຄວາມຕ້ອງການຢາເສບຕິດຂອງອາຟຣິກາແມ່ນເພີ້ມຂຶ້ນເລື້ອຍໆ.

ທ່ານນາງແມຣິດຕ໌ ກ່າວອີກວ່າ “ໜ້າເສຍດາຍ ແນວໂນ້ມຂອງການໃຊ້ຢາເສບຕິດໃນອາຟຣິກາ ແລະການເສບແມ່ນສູງຂຶ້ນເລື້ອຍໆ. ອົງການສະຫະປະຊາຊາດ ກະປະມານວ່າ 6 ລ້ານຄົນໃນອາຟຣິກາ ຕິດຢາແກ້ປວດ ອັນນີ້ແມ່ນຢູ່ໃນບົດລາຍງານປີ 2020 ແລະວ່າ ປະມານ 1.9 ເປີເຊັນຂອງພວກຜູ້ໃຫຍ່ໃນເຂດອາຟຣິກາຕະເວັນຕົກ ແມ່ນເຈັບປ່ວຍຈາກການໃຊ້ຢາ. ແລະຢູ່ໃນໄນຈີເຣຍ ຈຳນວນຂອງຄົນປ່ວຍ ແມ່ນຮ້າຍແຮງກວ່າ. ຂ້າພະເຈົ້າ ໄດ້ຮຽນຮູ້ຕອນທີ່ຂ້າພະເຈົ້າຢູ່ໃນໄນຈີເຣຍ ເມື່ອລະດູໃບໄມ້ລົນປີກາຍນີ້ ມັນເປັນບັນຫາຮ້າຍແຮງແທ້ໆເລີຍ ແລະລັດຖະບານຂອງທ່ານບູຮາຣີ ມີຄວາມເປັນຫ່ວງຫຼາຍຊ່ຳໃດ ກ່ຽວກັບການເສບຢາເສບຕິດ ພາຍໃນປະຊາກອນຂອງໄນຈີເຣຍ.”

ທ່ານນາງ ແມຣິດຕ໌ ໄດ້ກ່າວວ່າ ພວກຜູ້ໃຫຍ່ຢູ່ໄນຈີເຣຍ ມີຈຳນວນທີ່ໜ້າຕົກ ໃຈ ຄິດສະເລ່ຍເປັນ 4.7 ເປີເຊັນ ແມ່ນພວກໃຊ້ຢາທີ່ບໍ່ກ່ຽວຂ້ອງໃນດ້ານການຮັກສາປິ່ນປົວ. ແລະສະນັ້ນແລ້ວ ທ່ານນາງ ແມຣິດຕ໌ ໄດ້ກ່າວວ່າ ເຖິງແມ່ນວ່າ ປະເທດທັງຫຼາຍພະຍາຍາມທີ່ຈະຢຸດຢັ້ງໄວຣັສ ເພື່ອບໍ່ໃຫ້ແຜ່ລະບາດໄປຢູ່ນັ້ນ ພວກຄ້າຢາເສບຕິດ ກໍຈະຍັງຄົງຫາທາງ ທີ່ຈະເຄື່ອນຍ້າຍສິນຄ້າຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG