ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການປ່ຽນທ່າທີ ທ່ານນາງ ຄລິນຕັນ ໄດ້ຂໍຂະມາໂທດ ທີ່ໃຊ້ຕາໜ່າງ ອີແມລເອກກະຊົນ


ທ່ານນາງ Hillary Clinton ຜູ້ສະມັກ ປະທານາທິບໍດີ
ຂໍຂະ​ມາ​ໂທດ ແລະ​ໄດ້​ຮັບ​​ເອົາ​ຄວາມ​ຮັບຜິດຊອບ​ທັງ​ໝົດຂອງການໃຊ້ຕາໜ່າງສ່ວນໂຕ.
ທ່ານນາງ Hillary Clinton ຜູ້ສະມັກ ປະທານາທິບໍດີ ຂໍຂະ​ມາ​ໂທດ ແລະ​ໄດ້​ຮັບ​​ເອົາ​ຄວາມ​ຮັບຜິດຊອບ​ທັງ​ໝົດຂອງການໃຊ້ຕາໜ່າງສ່ວນໂຕ.

ຜູ້​ສະໝັກປະທານາທິບໍດີ ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary
Clinton ​ໄດ້ ຍອມຮັບ​ວ່າ ​ການໃຊ້ຕາໜ່າງບໍລິການ email
ເອກກະຊົນ ​ເວລາ​ທີ່​ທ່ານ​ນາງ ເປັນລັດຖະມົນຕີ ຕ່າງປະ​ເທ​ດ
ສະຫະລັດ ນັ້ນ “​ເປັນຄວາມ​ຜິດພາດ.”

ທ່າ​ນນາງ Clinton ​ກ່າວໃນຖະແຫລງການສະບັບນຶ່ງ ທີ່ພິມ
ເຜີຍແຜ່ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ຢູ່ໃນ​ໜ້າ facebook
ຂອງ​ທ່ານນາງວ່າ “​ແມ່ນ​ແລ້ວ ຂ້າພະ​ເຈົ້າ ສົມ​ຄວນ​ທີ່​ຈະ​ໃຊ້
ສອງທີ່ຢູ່ ສຳລັບ email ອັນ​ນຶ່ງ​ສຳລັ​ບ​ເລື້ອງ​ສ່ວນ​ໂຕ ​ແລະ​ອີກ​
ອັນ​ນຶ່ງ​ສຳລັບ​ວຽກ​ງານ ຢູ່ ກະ​ຊວງ​ຕ່າງປະ​ເທດ.” ທ່ານ​ນາງ​ໄດ້​
ຂໍຂະ​ມາ​ໂທດແລະ​ໄດ້​ຮັບເອົາ​ຄວາມ​ຮັບຜິດຊອບ​ທັງ​ໝົດ ​ແຕ່​
ກໍກ່າວ​ວ່າ ການ​ໃຊ້ ບັນຊີ email ສ່ວນ​ໂຕ ແມ່ນຖືກຕ້ອງຕາມກົດໝາຍ ​ແລະ​ອະນຸຍາດ
​ພາຍ​ໃຕ້​ກົດ​ລະບຽບຂອງກະຊວງ​ຕ່າງປະ​ເທດ.”

ທ່ານ​ນາງ Clinton ​ໄດ້​ກ່າວ​ເພີີ້ມເຕີມວ່າ “ຂ້າພະ​ເຈົ້າ​ຮູ້​ວ່າ ນີ້​ເປັນ​ເລື້ອງ​ທີ່​ສະ​ລັບ​ຊັບ​ຊ້ອນ. ຂ້າພະ​ເຈົ້າ​ຄວນ​ ​ແລະສົມ​ຄວນ ທີ່​ປະ​ຕິ​ບັດໃຫ້​ດີກວ່ານີ້ໃນ​ການ​ຕອບຄຳ​ຖາມ​ຕ່າງໆກ່ອນໜ້ານີ້.”

ຖະແຫລງການດັ່ງກ່າວມີຂຶ້ນບໍ່ເທົ່າໃດ​ຊົ່ວ​ໂມງ ຫລັງ​ຈາກທ່ານ​ນາງ​ໄດ້​ຂໍ​ຂະ​ມາ​ໂທດ ​ໂດຍ
​ກົງ​ໃນການ​ສຳພາດ​ກັບ​ໂທລະ​ພາບຂ່າວ ABC. ການ​ຂໍ​ຂະ​ມາ​ໂທດ ​ເປັນ​ຂີດ​ໝາຍ ​ຂອງ
ການ​ປ່ຽນ​ແປງ​ໃນທ່າທີຂອງທ່ານ​ນາງ Clinton ​ໃນໄລຍະ​ຫ້າ​ມື້​ຜ່ານ​ມາ ທ່າມກາງ​ຄວາມ​
ຜິດ​ຫວັງ​ ຈາກ​ການຢັ່ງຫາງ​ສຽງ ​ແລະ​ເກີດ​ມີ​ຄວາມ​ເປັນ​ຫ່ວງລະ​ຫວ່າງ​ພະນັກງານ​ໂຄສະ
ນາ​ຫາ​ສຽງ ທີ່ບັນ​ຫາ​ເຄື່ອງບໍລິການ email ຂອງ​ທ່ານ​ນາງ​ ໄດ້​ເຮັດ​ໃຫ້​ທ່ານ​ນາງ ໄດ້​ຮັບ​ຄວາມ​ເສຍຫາຍ.

​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາໃນການ​ສຳພາດ​ກັບອົງການຂ່າວເອພີ ທ່ານ​ນາງ Clinton ​ໄດ້​ຢືນ
ຢັດ​ຢູ່​ວ່າ ທ່ານ​ນາງ​ບໍ່​ຕ້​ອງ​ໄດ້​ຂໍ​ຂະ​ມາ​ໂທດ ຕໍ່​ການ​ໃຊ້​ເຄື່ອງ​ບໍລິການອີແມລເອກກະຊົນ.
ທ່ານ​ນາງ​ກ່າວວ່າ “ສິ່ງ​ທີ່​ຂ້າພ​ະ​ເຈົ້າ​ໄດ້ກະ​ທຳແມ່ນໄດ້ຮັບອະນຸຍາດ​ຈາກກະຊວງ​ຕ່າງປະ​
ເທດ”

ສາມ​ມື້​ກ່ອນນັ້ນ​ ໃນ​ວັນ​ສຸກແລ້ວ ທ່ານ​ນາງ Clinton ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ​ແຕ່​ກໍ​ບໍ່​
ໄດ້ກ່າວ​ເຖິງ​ການ​ຂໍ​ຂະມາ​ໂທດ. “ຂ້າພະ​ເຈົ້າ​ເສຍ​ໃຈທີ່​ເລື້ອງ​ດັ່ງກ່າວ​ໄດ້​ເປັນ ​ທີ່​ສັບສົນ
​ແກ່​ຜູ້ຄົນ” ທ່ານ​ນາງ​ກ່າວ​ຕໍ່ໂທລະ​ພາບ NBC ເພີ້​ມອີກ​ວ່າ ມັນມີ​ “ຄຳ​ຕອບ​ແກ່ຄຳ​ຖາມ
ເຫຼົ່ານີ້​ທັງ​ໝົດ.” ​

Clinton Apology
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG