ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ວ່າ ສຫລ ຮັບຮູ້ ອະທິປະໄຕ ຂອງ ອິສຣາແອລ ຢູ່ໃນ ເຂດພູພຽງ ໂກລານ


ຊາຍສອງຄົນຂີ່ລົດຈັກ ຜ່ານຄ້າຍຮ້າງ ຂອງອົງການ ສະຫະປະຊາຊາດ ຢູ່ທີ່ເຂດຊາຍແດນລະຫວ່າງ ອິສຣາແອລ ແລະຊີເຣຍ ໃນເມືອງ Quneitra ເຂດພູພຽງໂກລານ ທີ່ຄວບຄຸມໂດຍອິສຣາແອລ. (AP Photo / Ariel Schalit, Archive)
ຊາຍສອງຄົນຂີ່ລົດຈັກ ຜ່ານຄ້າຍຮ້າງ ຂອງອົງການ ສະຫະປະຊາຊາດ ຢູ່ທີ່ເຂດຊາຍແດນລະຫວ່າງ ອິສຣາແອລ ແລະຊີເຣຍ ໃນເມືອງ Quneitra ເຂດພູພຽງໂກລານ ທີ່ຄວບຄຸມໂດຍອິສຣາແອລ. (AP Photo / Ariel Schalit, Archive)

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນພະຫັດວານນີ້ວ່າ ສະຫະລັດ ຮັບຮູ້
ອະທິປະໄຕ ຂອງອິສຣາແອລ ເໜືອເຂດ​ພູ​ພຽງໂກລານ ອັນເປັນ​ດິ​ນແດນຂອງຊີເຣຍ
ທີ່ອິສຣາແອລ ​ເຂົ້າຢຶດຄອງ ໃນປີ 1967 ​ໃນ​ສະ​ໄໝສົງຄາມ 6 ວັນ ແລະໄດ້ຄອບຄອງ
ເຂດແດນດ​ດັ່ງ​ກ່າວ ຕັ້ງແຕ່ນັ້ນມາ.

ທ່ານ ທຣຳ ໃນຄຳເຫັນທີ່ຂຽນລົງທວີດເຕີ ໂດຍກ່າວວ່າ ​ພູ​ພ​ຽງໂກລານ “ເປັນເຂດ
ຍຸດທະສາດ ແລະຄວາມປອດໄພທີ່ສຳຄັນຍິ່ງ ຕໍ່ປະເທດອິສຣາແອລ ແລະສະຖຽນ
ລະພາບຢູ່ໃນພາກພື້ນ!”

ຄຳຖະແຫລງຂອງທ່ານທຣຳ ໄດ້ມີຂຶ້ນ ໃນຂະນະທີ່ ລັດຖະມົນຕີວ່າການຕ່າງປະເທດ
ທ່ານໄມຄ໌ ພອມພຽວ ໄດ້ຢູ່ທີ່ນະຄອນຫຼວງເຈຣູຊາແລັມ ໂດຍກາຍ ເປັນເຈົ້າໜ້າທີ່
ລະດັບສູງສຸດຂອງສະຫະລັດ ຄົນທຳອິດ ທີ່ໄດ້ຢ້ຽມຢາມເຂດຂັດແຍ້ງກັນ ທີ່ເອີ້ນວ່າ
ກຳແພງກ້ຳຕາເວັນຕົກ ຫຼື Western Wall ຢູ່ໃນເມືອງສັກສິດເຈຣູຊາແລັມ ໂດຍມີ
ຜູ້ນຳຂອງອິສຣາແອລ ນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ຕິດ​ຕາມ​ໄປ​ພ້ອມ.

ການຢ້ຽມຢາມໃນຄັ້ງນີ້ ເປັນໄປໄດ້ວ່າ ເປັນການສົ່ງສັນຍານທີ່ມີຄວາມໝາຍວ່າ
ສະຫະລັດ ຮັບຮູ້ເຖິງການຄວບຄຸມ ສະຖານທີ່ສັກສິດຂອງຊາວຢິວ ໂດຍອິສຣາແອລ
ແຕ່ມັນກໍຕິດຕາມມາດ້ວຍຢ່າງວ່ອງໄວ ໂດຍການປະກາດທີ່ສະເພາະເຈາະຈົງ ຂອງ
ທ່ານທຣຳ ກ່ຽວກັບເຂດພູ​ພຽງໂກລານ ນຳດ້ວຍ.

ທ່ານເນຕັນຢາຮູ ໄດ້ກ່າວຫາອີຣ່ານ ໃນການພະຍາຍາມຈະເປີດສາກບຸກໂຈມຕີ ຕໍ່
ອິສຣາແອລ ຈາກເຂດພູ​ພຽງໂກລານ ໂດຍກ່າວວ່າ “ຂ້າພະເຈົ້າຄຶດວ່າ ຍ້ອນສາ
ເຫດນີ້ ແລະຫຼາຍໆຢ່າງ ມັນເຖິງເວລາ ທີ່ປະຊາຄົມນານາຊາດ ຮັບຮູ້ເຖິງ ການ
ມີ​ໜ້າຂອງອິສຣາແອລ ໃນເຂດພູ​ພຽງໂກລານ ແລະຄວາມເປັນຈິງທີ່ວ່າ ເຂດ
ໂກລານ ຈະຍັງຄົງເປັນພາກສ່ວນນຶ່ງ ຂອງປະເທດອິສຣາແອລ ຕະຫຼອດໄປ.”

ຜູ້ນຳອິສຣາແອລ ໄດ້ຍົກຍ້ອງ ການຕັດສິນໃຈຂອງທ່ານທຣຳ ບໍ່ດົນຫຼັງຈາກ ການປະ
ກາດຂອງທ່ານປະທານາທິບໍດີ.

“ປະທານາທິບໍດີ ທຣຳ ຫາກໍສ້າງປະຫວັດສາດ” ທ່ານເນຕັນຢາຮູ ໄດ້ກ່າວໄປ ຫຼັງ
ຈາກໄດ້ໂທຫາຜູ້ນຳຂອງສະຫະລັດ. ທ່ານກ່າວອີກວ່າ “ຂໍ້ຄວາມທີ່ ປະທານາທິບໍດີ
ທຣຳ ໄດ້ໃຫ້ໄປຕໍ່ໂລກນັ້ນ ແມ່ນວ່າ ສະຫະລັດ ຢືນຢູ່ກັບອິສຣາແອລ. ພວກເຮົາ
ຮູ້ບຸນຄຸນຢ່າງເລິກເຊິ່ງ ສຳລັບ ການສະໜັບສະໜຸນຂອງສະຫະລັດ.”

ເມື່ອສັບປະດາແລ້ວນີ້ ກະຊວງການຕ່າງປະເທດສະຫະລັດ ໃນບົດລາຍງານ ດ້ານ
ສິດທິມະນຸດ ປະຈຳປີຂອງຕົນນັ້ນ ໄດ້ຢຸດ​ເຊົາ​ ການ​ໃຊ້ປະໂຫຍກທີ່ ວ່າ “ອິສຣາແອລ
ໄດ້ຢຶດຄອງ”
ພາກສ່ວນນຶ່ງຂອງເຂດພູ​ພຽງໂກລານ ແຕ່​ກັບເອີ້ນ ມັນວ່າ “ອິສຣາແອລ
ໄດ້ຄວບຄຸມ.”
ທ່ານພອມພຽວ ໄດ້ກ່າວບອກບັນດານັກ ຂ່າວວ່າ ການປ່ຽນໃນຄຳເວົ້າ
ນັ້ນ ບໍ່ແມ່ນເຫດບັງເອີນ ແຕ່ເປັນການສະທ້ອນ ເຖິງຄວາມເປັນຈິງຢູ່ພາກພື້ນດິນທີ່ວ່າ
ປະເທດຂອງຊາວຢິວ ໄດ້ຄວບຄຸມດິນແດນດັ່ງກ່າວ.

Trump: Time for US to Recognize Israeli Sovereignty Over Golan Heights
please wait

No media source currently available

0:00 0:02:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG