ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ອິມຣານ ຄານ ສາບານໂຕ ເຂົ້າຮັບຕໍາແໜ່ງເປັນ ນາຍົກລັດຖະມົນຕີ ປາກິສຖານ


ໃນພາບນີ້ ເຊິ່ງຖືກເຜີຍແຜ່ໂດຍສະພາແຫ່ງຊາດ, ສະແດງ
ໃຫ້ເຫັນຫົວໜ້າຂອງພັກ ຕາຣີ-ອີ-ອິນຊັຟ (Tahreek-e-Insaf) ທ່ານ ອິມຣານ ຄານ, ໃຫ້ຄຳເຫັນຢູ່ສະພາແຫ່ງຊາດ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 17 ສິງຫາ, 2018.
ໃນພາບນີ້ ເຊິ່ງຖືກເຜີຍແຜ່ໂດຍສະພາແຫ່ງຊາດ, ສະແດງ ໃຫ້ເຫັນຫົວໜ້າຂອງພັກ ຕາຣີ-ອີ-ອິນຊັຟ (Tahreek-e-Insaf) ທ່ານ ອິມຣານ ຄານ, ໃຫ້ຄຳເຫັນຢູ່ສະພາແຫ່ງຊາດ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 17 ສິງຫາ, 2018.

ອະດີດນັກກິລາ ຄຣິເກັດ ທີ່ມີຊື່ສຽງ ທ່ານ ອິມຣານ ຄານ ໄດ້ສາບານຕົວ ເປັນນາຍົກ
ລັດຖະມົນຕີຄົນໃໝ່ ຂອງ ປາກິສຖານ ໃນວັນເສົາວານນີ້, ແລະ ໄດ້ເອົາການສະເໜີ
ວຽກງານທີ່ທ້າທາຍໃຫ້ແກ່ທ່ານ ກ່ຽວກັບ ການກໍ່ຕັ້ງ ລັດຖະບານພັນທະມິດ ຫຼັງຈາກ
ການປ່ຽນແປງ ການນຳພາໃນຫຼາຍທົດສະວັດທີ່ຜ່ານມາ ໄດ້ສະຫຼັບກັບການປົກຄອງ
ໂດຍທະຫານໃນຫຼາຍໄລຍະ.

ທ່ານ ຄານ ໄດ້ກ່າວດ້ວຍຄວາມຮູ້ສຶກຫວັ່ນໄຫວ ຢູ່ພິທີໃນນະຄອນ ຫຼວງ ອິສລາມາບັດ
ວ່າ “ຂ້າພະເຈົ້າຈະອົດທົນດ້ວຍຄວາມເຊື່ອຖື ອັນແທ້ຈິງ ແລະ ຈະຈົງຮັກພັກດີຕໍ່
ປາກິສຖານ.” ທ່ານ ຄານ ໄດ້ສັນຍາວ່າ ຈະດຳເນີນໜ້າທີ່ຂອງທ່ານດ້ວຍ “ຄວາມຊື່ສັດ”
ແລະ ໃນທາງທີ່ຈະ “ເປັນປະໂຫຍດໃຫ້ແກ່ອຳນາດອະທິປະໄຕ, ຄວາມເປັນເອກະ
ພາບ, ຄວາມສາມັກຄີ, ຄວາມຢູ່ດີກິນດີ ແລະ ຄວາມຈະເລີນຮັ່ງມີຂອງ ປາກິສຖານ.”

ສະພາແຫ່ງຊາດ ທີ່ຖືກເລືອກໃໝ່ຂອງ ປາກິສຖານ ໄດ້ເລືອກທ່ານ ຄານ ເປັນນາຍົກ
ລັດຖະມົນຕີຢ່າງເປັນທາງການ ເມື່ອວັນສຸກທີ່ຜ່ານມາ, ເປັນຂີດໝາຍຄວາມສຳເລັດ
ຂອງການປ່ຽນລັດຖະບານຢ່າງສະຫງົບເປັນຄັ້ງທີສອງ ຈາກລັດຖະບານທີ່ຖືກເລືອກ
ຂຶ້ນມາຢ່າງເປັນປະຊາທິປະໄຕ ອີກອັນນຶ່ງໃນປະຫວັດສາດການເມືອງ 70 ປີ ຂອງປະເທດ, ເຊິ່ງໄດ້ເສື່ອມໂຊມ ຍ້ອນການແຊກແຊງຂອງທະຫານ ແລະ ຄວາມວຸ້ນວາຍ.

ທ່ານ ຄານ ອາຍຸ 65 ປີ, ຫົວໜ້າຂອງພັກ ເທຣີ-ອີ-ອິນຊາຟ (Tehreek-i-Insaf) ຫຼື
PTI ໄດ້ຮັບຄະແນນສຽງ 176 ຈາກ 272 ຄະແນນ ໃນສະພາຕໍ່າຂອງສະພາແຫ່ງ
ຊາດ.

ພັກ PTI ໄດ້ຊະນະຕຳແໜ່ງສ່ວນຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ ເມື່ອວັນທີ
25 ກໍລະກົດທີ່ຜ່ານມາ, ແຕ່ເຂົາເຈົ້າຕ້ອງການ ການສະໜັບສະໜູນຂອງພັກການ
ເມືອງອິດສະຫຼະ ແລະ ກຸ່ມການເມືອງນ້ອຍ ໃນສະພາຕໍ່າ ທີ່ມີບ່ອນນັ່ງ 342 ຕຳແໜ່ງ
ເພື່ອໃຫ້ທ່ານ ຄານ ສາມາດຖືກເລືອກເອົາໃນວັນສຸກທີ່ຜ່ານມາ.

ຄູ່ແຂ່ງຂອງທ່ານ ຄານ ຈາກພັກ ປາກິສຖານ ມຸສລິມ ຫຼີກ-ເອັນ (Pakistan Muslim
League-N ທ່ານ ຊາບາສ ຊາຣິຟ, ໄດ້ຮັບຄະແນນສຽງ 96 ຄະແນນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG