ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ພັດ​ທະ​ນາ​ສາຍ​ພົວ​ພັນ ຈະ​ບໍ່​ເປັນ​ສັນ​ຍານ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ ສະ​ຫະ​ລັດ, ອີງ​ຕາມ​ນັກ​ຊ່ຽວ​ຊານ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຂອງ​ສະ​ພາ​ການ​ແຂ່ງ​ຂັນຂອງ​ທ່ານ ໃນ​ຫ້ອ​ງ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ລັດ​ຖະ​ບານ​ຂອງ ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 19 ກໍ​ລະ​ກົດ 2023.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຂອງ​ສະ​ພາ​ການ​ແຂ່ງ​ຂັນຂອງ​ທ່ານ ໃນ​ຫ້ອ​ງ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ລັດ​ຖະ​ບານ​ຂອງ ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 19 ກໍ​ລະ​ກົດ 2023.

ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄປຢ້ຽມ​ຢາມ ຫວຽດ​ນາມ ໃນ​ຕົ້ນ​ເດືອນ​ກັນ​ຍານີ້, ບັນ​ດາ​ນັກ​ຊ່ຽວ​ຊານ​ ເວົ້າ​ວ່າ ວໍ​ຊິງ​ຕັນ ແລະ ຮ່າ​ໂນຍ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ພັດ​ທະ​ນາ​ສາຍ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ສຳ​ລັບ​ສາຍ​ພົວ​ພັນ​ສອງ​ຝ່າຍ. ແນວ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ຕື່ມ​ວ່າ, ນີ້ບໍ່​ຄວນ​ຖືກ​ຕີ​ຄວາມ​ໝາຍ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ ສະ​ຫະ​ລັດ.

ໃນ​ລຳ​ດັບ​ການ​ທູດ​ຂອງ ຮ່າ​ໂນຍ ນັ້ນ, ການ​ເປັນ​ຄູ່​ຮ່ວມ​ດ້ານ​ຍຸດ​ທະ​ສາດ​ແມ່ນ​ລະ​ດັບ​ສອງ, ທີ່​ຢູ່​ຕ່ຳ​ກວ່າ​ລະ​ດັບ​ທີ່​ສູງ​ທີ່​ສຸດ​ຄື, ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ.

ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຈະ​ເດີນ​ທາງ​ໄປ ຮ່າ​ໂນ​ຍ ໃນ​ວັນ​ທີ 10 ກັນ​ຍາ, ເພື່ອ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ຄອມ​ມູ​ນິ​ສ ຫງວຽນ ຟູ ຈົງ, ຜູ້​ທີ່​ກຳ​ຕຳ​ແໜ່​ງ​ສູງ​ສຸດ​ຂອງ​ປະ​ເທດ, ແລະ ຜູ້​ນຳ​ຄົນ​ອື່ນໆ ກ່ຽວ​ກັບ ວິ​ທີ​ທີ່​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ເລິກ​ເຊິ່ງ.

ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ວ່າ ການ​ປັບ​ປຸງ​ສາຍ​ພົວ​ພັນ​ແມ່ນ​ເກືອບ​ຈະ​ແມ່ນ​ສິ່ງ​ທີ່​ແນ່ນອນ​ຖ້າ​ການ​ຢ້ຽມ​ຢາມ​ຂອງ​ທ່ານເປັນ​ໄປ​ຕາມ​ແຜນ​ນັ້ນ, ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ບັນ​ດາ​ຜູ້​ນຳ ຫວຽດ​ນາມ ແມ່ນ​ກຳ​ລັງພັດ​ທະ​ນາ​ການ​ເປັນ​ຄູ່​ຮ່ວມ​ຂອງ​ເຂົາ​ເຈົ້າ​ຢ່າງກວ້າງ​ຂວາງກວ່າ​ເກົ່າ ເພື່​ອ​ເປັນ​ການ​ປ້ອງ​ກັນ​ຕໍ່​ທ່າ​ທີ​ແບບຮຸກ​ຮານ​ຍິ່ງ​ຂຶ້ນ​ ໃນ​ພາກ​ພື້ນ​ຂອງ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG