ນັກໂທດຫຼາຍພັນຄົນໃນຄຸກຂອງປະເທດ ເທີກີ ໄດ້ຢຸດການປະທ້ວງອົດອາຫານດົນ
200 ວັນ ຫຼັງຈາກຜູ້ນຳກຸ່ມກະບົດຊາວ ເຄີດ ທີ່ຖືກຂັງຄຸກ ທ້າວ ອັບດຸນລາ ໂອກາລານ
ໄດ້ຮັບອະນຸຍາດໃຫ້ພົບກັບທະນາຍຄວາມຂອງລາວເປັນຄັ້ງທຳອິດໃນຮອບແປດປີ.
ທ້າວ ໂອກາລານ ໄດ້ຮຽກຮ້ອງຜູ້ສະໜັບສະໜູນຂອງລາວ ໃນວັນອາທິດວານນີ້ວ່າ
“ບັນດາສະຫາຍຜູ້ທີ່ໄດ້ເຂົ້າຮ່ວມໃນການປະທ້ວງອົດອາຫານ ແລະ ອົດອາຫານຈົນ
ຕາຍນັ້ນ, ຂ້າພະເຈົ້າຄາດວ່າເຈົ້າຈະຢຸດການປະທ້ວງຂອງເຈົ້າ.” ລາວໄດ້ຮັບອະນຸ
ຍາດໃຫ້ພົບທະນາຍຄວາມຂອງລາວສອງຄັ້ງໃນອາທິດທີ່ຜ່ານມາ.
ສະມາຊິກສະພາຊາວ ເຄີດ ຈຳນວນນຶ່ງ ໄດ້ເຂົ້າຮ່ວມກັບພວກນັກໂທດ 3,000 ຄົນ
ແລະ ຄົນອື່ນໆໃນການປະຕິເສດທີ່ຈະກິນອາຫານ ນອກຈາກວ່າທ້າວ ໂອກາລານ
ຈະໄດ້ຮັບອະນຸຍາດໃຫ້ປຶກສາກັບທະນາຍຄວາມຂອງລາວຢູ່ຄຸກ ເກາະ ອິມຣາລີ.
ສະມາຊິກສະພາທີ່ສະໜັບສະໜູນຊາວ ເຄີດ ທ່ານນາງ ເລລາ ກູເວັນ ໄດ້ກ່າວໃນວັນ
ອາທິດວານີ້ວ່າ ການປະທ້ວງໄດ້ບັນລຸເປົ້າໝາຍຂອງເຂົາເຈົ້າ.
ທ່ານນາງໄດ້ກ່າວກ່ອນຖືກນຳຕົວຂຶ້ນລົດໂຮງໝໍວ່າ “ແຕ່ການດີ້ນຮົນຂອງພວກເຮົາຕໍ່
ການຖືກໂດດດ່ຽວ ແລະ ການດີ້ນຮົນຂອງພວກເຮົາສຳລັບຄວາມສະຫງົບໃນສັງຄົມ
ຈະດຳເນີນຕໍ່ໄປ ໃນທຸກຂົງເຂດ. ການດີ້ນຮົນນີ້ຕ້ອງນຳໄປສູ່ຄວາມສະຫງົບຢ່າງສົມ
ກຽດ.”
ທ້າວ ໂອກາລານ ແມ່ນຜູ້ນຳຂອງພັກກຳມະກອນ ຊາວ ເຄີດ ນອກກົດໝາຍ ຫຼື PKK,
ເຊິ່ງໄດ້ຕໍ່ສູ້ໃນສົງຄາມກອງໂຈນ ເພື່ອເອກະລາດຂອງລັດ ເຄີດິສຖານ ໃນປະເທດ
ເທີກີ.
ເທີກີ, ສະຫະລັດ ແລະ ສະຫະພາບ ຢູໂຣບ ໄດ້ຈັດພັກ PKK ໃຫ້ເປັນກຸ່ມກໍ່ການຮ້າຍ.
ນັກວິເຄາະຊາວ ເທີກີ ບາງຄົນເວົ້າວ່າ ການອະນຸຍາດໃຫ້ທ້າວ ໂອກາລານ ພົບກັບທະ
ນາຍຄວາມຂອງລາວ ອາດເປັນສັນຍານຂອງລັດຖະບານທີ່ຫວັງຈະໄດ້ຮັບຄະແນນ
ສຽງຈາກຊາວ ເຄີດ ກ່ອນການເລືອກຕັ້ງຜູ້ປົກຄອງເມືອງຄືນໃໝ່ໃນເດືອນໜ້າທີ່ນະ
ຄອນ ອິສຕັນບູລ.