ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈົດ​ໝາຍ ​ຮຽກ​ຮ້ອງ​ ໃຫ້​ຈີນ ປ່ອຍຊາວ​ກາ​ນາ​ດາ 2 ຄົນ ທີ່​ຖືກ​ຈັບ​ກຸມ


​ທ່ານ ໄມ​ໂຄ​​ລ ຄໍ​ວິກ (ຊ້າຍ) ແລະ​ທ່ານ ໄມ​ໂຄ​​ລ ສ​ປາ​ວໍ​ (ຂວາ) ​ຖືກ​ຈັບ​ກຸ​ມ​ໃນ​ວັນ​ທີ 10 ທັນ​ວາ, 2018.
​ທ່ານ ໄມ​ໂຄ​​ລ ຄໍ​ວິກ (ຊ້າຍ) ແລະ​ທ່ານ ໄມ​ໂຄ​​ລ ສ​ປາ​ວໍ​ (ຂວາ) ​ຖືກ​ຈັບ​ກຸ​ມ​ໃນ​ວັນ​ທີ 10 ທັນ​ວາ, 2018.

ມີ​ພວກ​ນັກ​ວິ​ຊາ​ການ​ແລະອະ​ດີດນັກ​ການ​ທູດ ຫຼາຍກວ່າ 100 ຄົນ ຈາກ 19 ປະ​ເທດ ໄດ້​ຮຽກ​ຮ້ອງ​ໃຫ້​ຈີນ ປ່ອຍ​ຊາວ​ກາ​ນາ​ດາ 2 ຄົນ ທີ່​ຖືກ​ຈັບ​ໃນ​ອັນ​ທີ່​ປາ​ກົດ​ວ່າ​ ເປັນ​ການ​ຕອບ​ໂຕ້​ຕໍ່​ການຈັບ​ກຸ​ມ ​ຫົວ​ໜ້າ​ບໍ​ລິ​ຫານ​ຂັ້ນ​ສູງ​ຂອງ​ຈີນ ທີ່​ກາ​ນາ​ດາ.

ກຸ່ມ​ດັ່ງ​ກ່າວ ໄດ້ລົ​ງນາມ​ໃນ​ຈົດ​ໝາຍເປີດ​ຊອງ ຕໍ່​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ກ່າວຍົກ​ຍ້ອງ​ທ່ານ ໄມ​ໂຄລ ຄໍ​ວິກ ແລະ​ທ່ານ ໄມ​ໂຄລ ສ​ປາ​ວໍ​ ທີ່​ພະ​ຍາ​ຍາມທີ່​ຈະ​ສ້າ​ຄວາມ​ສຳ​ພັນລະ​ຫວ່າງ​ກາ​ນາ​ດາແລະ ທົ່ວ​ໂລກ.

ທ່ານຄໍວິກ ແມ່ນ​ອະ​ດີດ​ນັກ​ການ​ທູດ ທີ່​ໄດ້​ເຮັດ​ວຽກ​ໃຫ້​ກັບກຸ່ມ​ຄົ້ນ​ຄວ້າ International Crisis Group ເວ​ລາ​ທີ່​ທ່ານ​ຖືກ​ຈັບ​ກຸມ​ນັ້ນ ໃນ​ຂະ​ນະ​ທີ່​ທ່ານສ​ປາ​ວໍ​ ແມ່ນ​ເປັນ​ຜູ້​ອຳ​ນວຍ​ການ​ຂອງ​ສູນ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ພິກ​ຕູ, ຊຶ່ງ​ແມ່ນ​ຫ້ອງ​ການ​ແລກ​ປ່ຽນດ້ານ​ການ​ກິ​ລາ ແລະ​ການ​ສຶກ​ສາກັບ​ເກົາ​ຫຼີ​ເໜືອ. ທັງ​ສອງ​ທ່ານ​ໄດ້​ຖືກ​ຈັບ​ກຸ​ມ​ໃນ​ວັນ​ທີ 10 ທັນ​ວາ ແລະ​ຖືກ​ກ່າວ​ຫາ​ວ່າ ​ເປັນ​ອັນ​ຕະ​ລາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງຈີນ.

ຈົດ​ໝາຍດັ່ງ​ກ່າວໄດ້​ລະ​ບຸ​ວ່າ ການ​ຈັບ​ກຸ​ມ​ຂອງ​ທ່ານຄໍວິກແລະທ່ານສ​ປາ​ວໍ​ ວ່າ “ໄດ້​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ ການ​ເຮັດ​ວຽກ​ແບບ​ສ້າງ​ສັນ​ດັ່ງ​ກ່າວ ແມ່ນ​ບໍ່​ຍິນ​ດີ​ຕ້ອນ​ຮັບ​ແລະ​ເປັນ​ການ​ສ່ຽງຢູ່ຈີນ.”

ຈົດ​ໝາຍດັ່ງ​ກ່າວ ແມ່ນ​ຍິນ​ດີ​ຕ້ອນ​ຮັບ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັສ​ຕິນ ທ​ຣູ​ໂດ, ທີ່​ໄດ້​ກ່າວ​ວ່າ ເພື່ອນມິດ ແລະ​ພັນ​ທະ​ມິດ​ ຊາວ​ກາ​ນາ​ດາທັງ​ຫຼາຍ ​ຄວນ​ຈະ​ຢືນ​ຂຶ້ນ​ ເພື່ອສະ​ໜັບ​ສະ​ໜຸນ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດ​ໝາຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG