ບັນດາຜູ້ຈັດການ ດ້ານການຟ້ອງຮ້ອງປະທານາທິບໍດີ ສັງກັດພັກເດໂມແຄຣັດກຳລັງວາງແຜນທີ່ຈະສະແດງໃຫ້ເຫັນເຖິງບົດບາດຂອງປະທານາທິບໍດີ ດໍໂນລ ທຣໍາ ທີ່ນຳໄປສູ່ຄວາມວຸ້ນວາຍຮ້າຍແຮງໃນອາທິດແລ້ວນີ້ຢູ່ໃນຫໍລັດຖະສະພາສະຫະລັດ ໃນຂະນະທີ່ສະພາດັ່ງກ່າວພະຍາຍາມທີ່ຈະຕັດສິນໂທດຕໍ່ທ່ານຍ້ອນໄດ້ຍຸແຍ່ໃຫ້ເກີດການຈາລະຈົນ ຢູ່ໃນການໄຕ່ສວນຄະດີການຟ້ອງຮ້ອງຂອງສະ ພາສູງ ທີ່ກຳນົດວ່າຈະເລີ່ມຕົ້ນໃນໄວໆ ພາຍຫລັງທີ່ປະທານາທິບໍດີເລືອກໃໝ່, ທ່ານໂຈ ໄບເດັນໄດ້ສາບານຕົວເຂົ້າຮັບຕໍາແໜ່ງໃນວັນພຸດໜ້ານີ້.
ສະມາຊິກສະພາໄດອານາ ດິແກັດ (Diana DeGette) ຈາກລັດໂຄໂລຣາໂດກ່າວຕໍ່ອົງການຂ່າວ CNN ໃນວັນພະຫັດວານນີ້ວ່າທ່ານນາງ ແລະຜູ້ຈັດການການຟ້ອງຮ້ອງຄົນອື່ນໆ ຈະສະແດງວິດີໂອຂອງຜູ້ກໍ່ການຮ້າຍໂຈມຕີ ຫໍລັດຖະສະພາໃນເວລາບໍ່ເທົ່າໃດ ຫຼັງຈາກທ່ານທຣໍາໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າທີ່ຢູ່ບ່ອນໂຮມຊຸມນຸມນັ້ນ ໃຫ້ຍ່າງໄປຫາຫໍລັດຖະສະພາ ເພື່ອ “ຕໍ່ສູ້” ໃຫ້ຕ່າວປີ້ນ ການເລືອກຕັ້ງ ທີ່ທ່ານການເສຍໄຊໃຫ້ແກ່ທ່ານໄບເດັນນັ້ນ. ໃນເວລານັ້ນ, ບັນ ດາສະມາຊິກລັດຖະສະພາ ແມ່ນຢູ່ໃນໄລຍະເລີ້ມຕົ້ນຂອງການຢັ້ງຢືນການລົງຄະແນນສຽງຂອງຜູ້ແທນເລືອກຕັ້ງ ທີ່ສະແດງໃຫ້ເຫັນວ່າທ່ານ ໄບເດັນໄດ້ຮັບໄຊຊະນະ.
ນີ້ແມ່ນສະຖານະການທີ່ປະທານາທິບໍດີໄດ້ກະທຳຜິດທີ່ສະແດງໃຫ້ເຫັນຢູ່ໃນໂທ ລະພາບແຫ່ງຊາດນັ້ນເອງ. ພວກເຮົາຈະສາຍໃຫ້ເຫັນພາບຕົວຈິງນັ້ນ. ພວກເຮົາຈະເລົ່າເລື່ອງນີ້ ໃຫ້ແກ່ບັນດາສະມາຊິກສະພາສູງຟັງ," ນັ້ນຄືຄໍາເວົ້າຂອງທ່ານນາງ ດິແກັດ (DeGette) ທີ່ກ່າວໃນນຶ່ງມື້ຫຼັງຈາກສະພາຕໍ່າໄດ້ລົງຄະແນນສຽງທີ່ມີຄະແນນເຫັນດີ 232 ຕໍ່ 197 ເພື່ອຟ້ອງຮ້ອງທ່ານທຣໍາ.
ສະມາຊິກສະພາຕໍ່າທີ່ສັງກັດພັກຣີພັບບລິກັນ 10 ຄົນ ໄດ້ຫັນໜ້າໄປຄັດຄ້ານທ່ານທຣໍາ ເຊິ່ງເປັນຜູ້ສັງກັດພັກຣີພັບບລິກັນນໍາກັນນັ້ນ, ໂດຍເຫັນດີກັບພັກເດໂມແຄຣັດທັງໝົດທີ່ເປັນສ່ວນຫລາຍຢູ່ໃນສະພານັ້ນ.
ການລົງຄະແນນສຽງຂອງສະພາຕໍ່າເຮັດໃຫ້ທ່ານທຣໍາ ເປັນປະທານາທິບໍດີສະ ຫະລັດຄົນທຳອິດ ທີ່ຖືກຟ້ອງຮ້ອງສອງຄັ້ງ. ໃນທ້າຍປີ 2019, ທ່ານໄດ້ຖືກຟ້ອງຮ້ອງຈາກສະພາຕໍ່າທີ່ໄດ້ຂໍຄວາມຊ່ວຍເຫລືອຈາກຢູເຄຣນ ໃນການຂຸດຄຸ້ຍຫາຄວາມຜິດຂອງທ່ານໄບເດັນກ່ອນການເລືອກຕັ້ງ ໃນເດືອນພະຈິກຜ່ານມາ, ແຕ່ໄດ້ຖືກສະພາສູງເຮັດໃຫ້ພົ້ນໂທດໄປ ໃນເດືອນກຸມພາທີ່ຜ່ານມາ.
ທະນາຍຄວາມດິແກັດ (DeGette) ກ່າວວ່າ ບັນດາຜູ້ຈັດການດ້ານການຟ້ອງຮ້ອງປະທານາທິບໍດີກຳລັງພິຈາລະນາທີ່ຈະນໍາເອົາພະຍານຫຼາຍຄົນມາໃຫ້ການໃນເວລາໄຕ່ສວນຄະດີຟ້ອງຮ້ອງທ່ານທຣໍາ ທີ່ຍັງບໍ່ທັນໄດ້ກຳນົດເວລາເທື່ອນັ້ນ.
ທ່ານນາງກ່າວວ່າໃນບັນດາພະຍານທີ່ຖືກພິຈາລະນາແມ່ນຜູ້ຖືກເຄາະຮ້າຍຈາກການໂຈມຕີທີ່ຮ້າຍແຮງ ຕະຫລອດທັງຫົວໜ້າຜູ້ກໍາກັບການເລືອກຕັ້ງຂອງລັດຈໍເຈຍ, ທ່ານແບຣດ ຣັຟເຟນສເພີເກີ (Brad Raffensperger), ຊຶ່ງເປັນເຈົ້າໜ້າທີ່ເລືອກຕັ້ງຂັ້ນສູງຂອງລັດດັ່ງກ່າວທີ່ທ່ານທຣໍາໄດ້ຜັກດັນໃນຫລາຍມື້ ກ່ອນມີການໂຈມຕີໃນວັນທີ 6 ມັງກອນທີ່ຫໍລັດຖະສະພານັ້ນວ່າໃຫ້ "ຊອກຫາ" ຄະ ແນນສຽງໃຫ້ໄດ້ຫຼາຍກວ່າ 11,000 ສຽງໃຫ້ທ່ານ ເພື່ອໃຫ້ມັນພໍທີ່ຈະຕ່າວປີ້ນໄຊຊະນະຂອງທ່ານໄບເດັນຢູ່ໃນລັດພາກໃຕ້ ແຫ່ງນັ້ນໄດ້.