ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ໄປ​ໄດ້​ສູງ ວ່າ ​ເລື້ອງການ​ກ່າວ​ຫາ ປ. ທ​ຣຳ ຈະ​ເປັນ​ຫົວ​ຂໍ້ ຢູ່​ທີ່ ການ​ໂຕ້​ວາ​ທີ ຂອງ​ຜູ້​ສະ​ໝັກ ຈາກ​ພັກ​ເດ​ໂມ​ແຄ​ຣັດ


ຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ 8 ທ່ານ ໃນປີ 2020 ຈາກ​​ພັກ​ເດ​ໂມ​ແຄ​ຣັດ ເຫັນ​ໄດ້​ຢູ່​ໃນ​ພາບ​ຖ່າຍ​ລວມ (​ຈາກ​ຊ້າຍ​ຫາ​ຂວາ​ແຖວ​ເທິງ): ສະ​ມາ​ຊິກ​ສະ​ພາ​ສ​ູງ ທ.ນ. ຄາ​ມາ​ຣາ ແຮ​ຣິ​ສ, ​ທ.ນ. ເອ​ລີ​ຊາ​ເບັດ ວໍ​ເຣນ, ທ.ນ. ເອ​ມີ ໂລຄ​ບູ​ຊາ​ຣ ແລະ ທ. ເບີ​ນີ ແຊນ​ເດີ​ສ໌ ແລະ​ທ່ານ​ອື່ນໆ.
ຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ 8 ທ່ານ ໃນປີ 2020 ຈາກ​​ພັກ​ເດ​ໂມ​ແຄ​ຣັດ ເຫັນ​ໄດ້​ຢູ່​ໃນ​ພາບ​ຖ່າຍ​ລວມ (​ຈາກ​ຊ້າຍ​ຫາ​ຂວາ​ແຖວ​ເທິງ): ສະ​ມາ​ຊິກ​ສະ​ພາ​ສ​ູງ ທ.ນ. ຄາ​ມາ​ຣາ ແຮ​ຣິ​ສ, ​ທ.ນ. ເອ​ລີ​ຊາ​ເບັດ ວໍ​ເຣນ, ທ.ນ. ເອ​ມີ ໂລຄ​ບູ​ຊາ​ຣ ແລະ ທ. ເບີ​ນີ ແຊນ​ເດີ​ສ໌ ແລະ​ທ່ານ​ອື່ນໆ.

ຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ​ສິບສອງ​ຄົນ ຈະ​ຂຶ້ນ​ໂຕ້​ວາ​ທີ​ອີກ​ຮອບ​ນຶ່ງ ​ໃນ​ວັນ​ອັງ​ຄາ​ນມື້​ນີ້ ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ​ອໍ​ເຕີ​ເບນ (Otterbein) ໃນ​ເມືອງ ແວ​ສ​ເຕີ​ວີ​ລ (Westerville) ຂອງ​ລັດ​ໂອ​ໄຮ​ໂອ.

ຄັ້ງ​ນີ້ ຈະ​ເປັນເທື່ອ​ທີ 4 ຂອງການ​ໂຕ້​ວາ​ທີ​ ຂອງ​ພັກ​ເດ​ໂມ​ແຄ​ຣັດ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ ແລະ​ຈະນຳ​ສະ​ເໜີ ກຸ່ມ​ບັນ​ດາ​ຜູ້​ສະ​ໝັກ ​ທີ່​ໃຫຍ່​ທີ່​ສຸດ ຂຶ້ນ​ເວ​ທີ​ພ້ອມ​ກັນ ສຳ​ລັບ​ການ​ໂຕ້​ວາ​ທີ​ ໃນ​ຄັ້ງ​ນຶ່ງ​ຄັ້ງ​ດຽວນີ້. ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈາກ​ລັດ​ຮາ​ວາຍ ທ່ານ​ນາງ ທູ​ລ​ຊີ ແກບ​ບາດ ແລະ​ທ່ານ​ທອມ ສ​ເຕ​ເອີ ອະ​ດີດ​ນັກ​ລົງ​ທຶນ​ດ້ານ​ການ​ເງິນ ແລະ​ທັງ​ເປັນ​ນັກ​ເຄື່ອນ​ໄຫວ​ເພື່ອ​ສະ​ພາບ​ແວດ​ລ້ອມ ຈະ​ເຂົ້າ​ຮ່ວມ ເປັນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຜູ້​ທີ 10 ທີ່​ໄດ້​ເຂົ້າ​ຮ່ວມ​ໃນການ​ໂຕ້​ວາ​ທີ ໃນ​ເມື່ອ​ກ່ອນ​ມາ​ແລ້ວ ເມື່ອ​ເດືອນ​ກັນ​ຍາ ຜ່ານ​ມາ.

ເປັນ​ໄປ​ໄດ້​ສູງວ່າ ການ​ສອບ​ຖາມໃນ​ເລື້ອງ​ຂອງການ​ກ່າວ​ຫາ ​ທີ່​ແນ​ເປົ້າ​ໝາຍ​ໃສ່ ປະ​ທານາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ນັ້ນ ຈະ​ເປັນ​ຈຸດ​ເພັ່ງ​ເລັງ ຂອງ​ການ​ປຶກ​ສາ​ຫາ​ລື​ກັນ ໃນ​ວັນ​ອັງ​ຄານມື້​ນີ້.

ເມື່ອ​ສັບ​ປະ​ດາ​ແລ້ວນີ້ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ເຂົ້າ​ຮ່ວມ​ກັບ​ບັນ​ດາ​ຄູ່​ແຂ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ​ຄົນ​ອື່ນໆ ໃນ​ການ​ຮຽກ​ຮ້ອງ​ໃຫ້​ກ່າວ​ຟ້ອງ​ປົດ​ທ່ານ​ທ​ຣຳ ໃນ​ລະຫ​ວ່າງທີ່ ທ່ານ​ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ເມືອງ ຣໍ​ແຈັ​ສ​ເຕີ ຂອງ​ລັດ​ນິວ​ແຮມ​ເຊີ ຢູ່ນັ້ນ.

ທ່ານ​ໄບ​ເດັນ ໄດ້​ກ່າວ​ເຖິງ​ທ່ານ​ທ​ຣຳ ວ່າ “ເພິ່ນ​ໄດ້ຕັດ​ສິນ​ໂທດ​ຕົນ​ເອງ​ແລ້ວ ​ຕໍ່​ໜ້າ​ຊາວ​ໂລກ ແລະ​ປະ​ຊາ​ຊົນ​ຂອງ​ສະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ລະ​ເມີດ​ຄຳ​ສາ​ບານ​ຕໍ່ບົດ​ບາດ​ໜ້າ​ທີ່ຂອງ​ເພິ່ນ, ໄດ້​ທໍ​ລະ​ຍົດຕໍ່ປະ​ເທດ​ຊ​າດ ແລະ​ໄດ້​ກະ​ທຳ​ສິ່ງ​ຕ່າງໆ ທີ່​ນຳ​ໄປ​ສູ່​ການກ່າວ​ຫາ​ທີ່​ສາ​ມາດປົດ​ທ່ານ​ອອກຈາກ​ຕຳ​ແໜ່ງ​ໄດ້.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳຈາກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ເລີ້ມ​ຕົ້ນ ການ​ສືບ​ສວນໃນ​ເລື້ອງ​ການກ່າວ​ຫາ ຫຼັງ​ຈາກ​ມີ​ຜູ້​ແຈ້ງ​ຄວາມຄົນ​ນຶ່ງ ​ໄດ້ປາ​ກົດ​ຕົວ​ອອກ​ມາ ຊຶ່ງ​ໄດ້​ເພັ່ງ​ເລັງ​ໃສ່ ເລື້ອງ​ການ​ໂທ​ລະ​ສັບ​ລົມ​ກັນ ລະ​ຫວ່າງ ທ່ານ​ທ​ຣຳ ກັບ ປະ​ທາ​ນາ​ທິ​ບໍ​ດີ ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ແຊ​ລ​ເລນ​ສ​ກີ ໃນ​ວັນ​ທີ 25 ກໍ​ລະ​ກົດ ທີ່​ຜ່ານ​ມາ.

ບົດ​ສະຫຼຸບຂອງສຳ​ເນົາ​ການ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ທ​ຣຳ ຊຸກ​ຍູ້​ທ່ານ​ແຊ​ລ​ເລນ​ສ​ກີ ໃຫ້ເປີດການ​ສືບ​ສວນ​ສອບ​ສວນ ທ່ານ​ໄບ​ເດັນ ແລະ​ລູກ​ຊາຍ​ຂອງ​ເພິ່ນ ​ຄື ທ່ານຮັນ​ເຕີ ຜູ້​ທີ່​ໃນ​ຄັ້ງ​ນຶ່ງ ເຄີຍ​ເປັນ​ສະ​ມາ​ຊິກໃນ​ຄະ​ນະ​ກຳ​ມະ​ການ​ ຂອງ​ບໍ​ລິ​ສັດນ້ຳ​ມັນ​ຂອງ​ຢູ​ເຄ​ຣນ.

ທ່ານ​ທ​ຣຳ ກ່າວ​ວ່າ ການ​ໂທ​ລົມ​ກັນ​ນັ້ນ ເປັນ​ເລື້ອງ​ທີ່ “ສົມ​ບູນ” ແລະ​ວ່າ ທ່ານບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG