ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ບໍ່​ຍອມຮັບຮູ້ ການ​ຮັບ​ຟັງ​ຄຳ​ໃຫ້​ການ ຢູ່​ໃນ​ການ​ຟ້ອງ​ຮ້ອງຕໍ່​ທ່ານ


ປະ​ທານາ​ທິ​ບໍ​ດີ ທ​ຣຳ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ໃນ​ທຳ​ນຽບ​ຂາວ ໃນ​ວັນ​ທີ 22 ພະ​ຈິກ, 2019
ປະ​ທານາ​ທິ​ບໍ​ດີ ທ​ຣຳ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ໃນ​ທຳ​ນຽບ​ຂາວ ໃນ​ວັນ​ທີ 22 ພະ​ຈິກ, 2019

ປະ​ທານາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ ​ໄດ້​ເພີ້ມ​ຄຳ​ກ່າວ​ອ້າງ​ແຮງ​ຂຶ້ນ​ໄປ​ອີກ​ສອງ​ເທົ່າ ທີ່​ເວົ້າ​ວ່າການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ທ່ານເປັນ​ອີກ​ສາກ​ນຶ່ງ ຂອງ ເລື້ອງ​ລາວທີ່​ຍືດ​ຍາວຂອງພວກ​ຄັດ​ຄ້ານ​ທາງ​ການ​ເມືອງ​ຂອງ​ທ່ານ ເພື່ອ​ກີດ​ກັນ​ບໍ່​ໃຫ້​ທ່ານ​ຊະ​ນະ​ການ​ເລືອກ​ຕັ້ງ​ໃນ​ປີ 2020 ນີ້​ ແລະ​ໂຄ່ນ​ລົ້ມ​ທ່ານ​ໃຫ້​ອອກ​ຈາກ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ນຶ່ງມື້​ ພາຍ​ຫລັງ​ທີ່​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດໄດ້​ສະ​ຫລຸບ​ອາ​ທິດ​ທີ​ສອງ ​ຂອງການ​ໃຫ້​ການຢ່າງ​ເປີ​ດ​ເຜີຍ ໂດຍບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ ແລະ​ພວກ​ເຈົ້າ​ໜ້າ​ທີ່ໃນ​ລັດ​ຖະ​ບານ​ຄົນ​ອື່ນໆ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກໍ​ໄດ້​ທຳ​ການ​ກ່າວ​ຫາ​ຄືນ​ອີກ ຕໍ່ພວກສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຢູ່​ໃນ​ການ​ໃຫ້​ສຳ​ພາ​ດຜ່ານ​ທາງ​ໂທ​ລະ​ສັບ​ທີ່​ຖ່າຍ​ທອດ​ສົດອອກ​ລາຍ​ການ​ໂທ​ລະ​ພາບ​ຂອງອົງການ​ຂ່າວ ຟັອກ​ສ໌ ນີວ​ສ໌ (Fox News).

ໃນ​ຂະ​ນະ​ທີ່​ໂອ້​ລົມ​ກັບ​ພວກ​ຈັດ​ລາຍ​ການ "Fox & Friends" ຢູ່ນັ້ນ ທ່ານທ​ຣຳ ກໍໄດ້​ກ່າວ​ຢ້ຳຄືນ ​ຂໍ້​ກ່າວ​ອ້າງ​ອັນ​ເກົ່າ​ອີກວ່າ ພວກສັງ​ກັດ​ພັກ​ເດ​ໂມ​ແຄຣັດແນ​ເປົ້າ​ໝາຍ​ໂຈມ​ຕີ​ຕໍ່​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ນັບ​ຕັ້ງແຕ່​ຕອນເລີ້ມ​ຕົ້ນເລີຍ ໂດຍ​ໄດ້ສະ​ແດງ​ຄວາມ​ສົງ​ໄສອອກ​ມາວ່າ ທຳ​ນຽບ​ຂາວ​ທີ່​ຢູ່​ພາຍ​ໃຕ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີບາ​ຣັກ ໂອ​ບາ​ມາ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ.

ທ່ານ ທ​ຣຳ​ເວົ້າ​ວ່າ "ເຈົ້າ​ຮັບ​ມື​ກັບ​ລັດ​ຖະ​ບານ​ໃນ​ລະ​ດັບ​ສູງ​ທີ່​ສຸດ. ພວກ​ເຂົາ​ເຈົ້າ​ພາ​ກັນ​ລັກ​ສອດ​ແນ​ມເບິ່ງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ຂ້າ​ພະ​ເຈົ້າ.”

ທ່ານປະ​ທານາ​ທິ​ບໍ​ດີໄດ້​ເຮັດ​ການ​ກ່າວ​ຫາ​ໃນ​ເມື່ອ​ກ່ອນ​ວ່າ ທຳ​ນຽບ​ຂາວ​ທີ່​ຢູ່​ພາຍ​ໃຕ້​ທ່ານໂອ​ບາ​ມາ ໄດ້​ລັກ​ບັນ​ທຶກ​ການ​ລົມ​ໂທ​ລະ​ສັບ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໂຄ​ສະ​ນາ​ຫາ​ສຽງ​ຂອງທ່ານ​ ໂດຍ​ທີ່ບໍ່​ໄດ້​ສະ​ໜອງ​ຫລັກ​ຖານ​ໃດໆ. ກະ​ຊວງ​ຍຸ​ຕິ​ທຳ​ຄາດ​ວ່າ​ຈະ​ອອກ​ໃບ​ລາຍ​ງານ​ກ່ຽວ​ກັບວ່າ ​ການ​ສືບ​ສວນ ສອບ​ສວນ​ຂອງອົງ​ການເອັ​ຟ​ບີ​ໄອ (FBI) ໃນເລື້ອງ​ການແຊກ​ແຊງ​ຂອງ​ຣັດ​ເຊຍເຂົ້າໃນ​ການ​ເລືອກ​ຕັ້ງ ເລີ້ມ​ຕົ້ນເກີດ​ຂຶ້ນ​ແນວ​ໃດ ໃນ​ວັນ​ທີ 9 ທັນ​ວາ​ຈະ​ມາ​ເຖິງນີ້.

ການແຊກ​ແຊງຂອງ​ຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ໃນ​ປີ 2016 ສືບ​ຕໍ່​ເປັນຈຸດ​ສຸມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ທີ່​ມີ​ຄວາມ​ສົງ​ໄສ​ຕໍ່​ການ​ສະ​ຫລຸບ​ຂອງ​ປະ​ຊາ​ຄົມ​ສືບ​ລັບ​ຂອງ​ສະ​ຫະ​ລັດທີ່ເວົ້າ​ວ່າ ມົ​ສ​ກູ​ເປັນ​ຜູ້​ຮັບ​ຜິດ​ຊອບ​ແຕ່​ຜູ້​ດຽວ​ ຕໍ່​ການ​ກະ​ທຳ​ດັ່ງ​ກ່າວນັ້ນ. ໃນ​ທາງກົງ​ກັນ​ຂ້າມ ​ທ່ານ​ທ​ຣຳ​ກັບສືບ​ຕໍ່​ເຊື່ອ​ວ່າຢູເຄ​ຣນ ແລະ​ບໍ​ລິ​ສັດ​ອັນ​ນຶ່ງ​ຂອງ​ຢູ​ເຄ​ຣນ ເປັນ​ຜູ້​ມີ​ບົດ​ບາດ​ສຳ​ຄັນໃນການ​ກັກ​ໜ່ວຍ​ເກັບ​ຂໍ້​ມູນຂອງ​ຄອມ​ພີວ​ເຕີ ທີ່​ມີ​ຂໍ້​ມູນ​ຂອງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງ ທ່ານ​ນາງ ຮີລລາ​ຣີ ຄ​ລິນ​ຕັນໄວ້. ທ່ານ​ຢືນ​ຢັດ​ຢູ່​ໃນ​ຄຳ​ສຳ​ພາດ​ຂອງ​ທ່ານ​ໃນ​ວັນ​ສຸກວານນີ້ວ່າ ທ່ານ​ໄດ້​ກົດ​ດັນ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ໃຫ້​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ທິດ​ສະ​ດີນີ້​ມາ​ໃຫ້​ທ່ານ.

“ພວກ​ເຂົາ​ມີ​ໜ່ວຍ​ເກັບ​ຂໍ້​ມູນ​ນັ້ນ. ຂ້າ​ພະ​ເຈົ້າ​ຢາກ​ເຫັນ​ໜ່ວຍ​ເກັບ​ຂໍ້​ມູນນັ້ນ, ອົງ​ການເອັ​ຟ​ບີ​ໄອ (FBI) ຍັງ​ບໍ່​ໄດ້​ໜ່ວຍ​ເກັບ​ຂໍ້​ມູນນັ້ນມາ​ເທື່ອ. ບໍ​ລິ​ສັດ​ອັນ​ນຶ່ງ​ຂອງ​ຢູ​ເຄ​ຣນ ມີ​ໜ່ວຍ​ເກັບ​ຂໍ້​ມູນນັ້ນ. ນັ້ນຄື​ເລື້ອງ​ທີ່​ໄດ້​ລົມ​ຢູ່​ໃນ​ໂທ​ລະ​ສັບ (ກັບ​ທ່ານ ເຊ​ເລັນ​ສ​ກີ. ພວກ​ເຮົາ​ຊອກ​ຫາການສໍ້​ລາດ​ບັ​ງຫລວງ. ຂ້າ​ພະ​ເຈົ້າ​ໄດ້​ຂໍ​ທ່ານ​ແບບ​ກົງໆ ເພາະ​ພວກ​ເຮົາ​ຊອກ​ຫາ​ການ​ສໍ້​ລາດ​ບັງ​ຫລວງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ່ານ​ທ​ຣຳ.

ໃນ​ອ​າທິດນີ້, ທ່ານ​ນາງ​ຟີ​ໂອ​ນາ ຮິ​ລ, ອະ​ດີດ​ເຈົ້າ​ໜ້າ​ທີ່ລະ​ດັບ​ສູງ​ຄົນ​ນຶ່ງຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທີ່​ມີ​ຄວາມ​ຊ່ຽວ​ຊ້ານ​ດ້ານ​ຣັດ​ເຊຍ ໄດ້​ເຕືອນພວກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ວ່າ ການ​ລຶ້​ມຄືນທິດ​ສະ​ດີ​ທີ່ບໍ່​ມີການ​ພິ​ສູດ​ຕົວ​ຈິງວ່າ​ ຢູເຄ​ຣນເປັນ​ຜູ້​ຢູ່​ເບື້ອງ​ຫລັງການ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງນັ້ນ ແມ່ນຕົກ​ເຂົ້າ​ໄປ​ຢູ່​ໃນ​ການ​ປຸກລະ​ດົມ​ຊວນ​ເຊື່ອ ​ຂອງ​ຣັດ​ເຊຍ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG