ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄຳ​ໃຫ້​ການ ​ຕໍ່​ຄະ​ນະ​​ສືບ​ສວນ​ ຟ້ອງ​ຮ້ອງ ປ. ທ​ຣຳ ບອກວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ ອີ​ຢູ ມີ​ບົດ​ບາດ ໃນ ​ນະ​ໂຍ​ບາຍຕໍ່ຢູ​ເຄ​ຣນ


ທ່ານ​ມາກ ແຊນ​ດີ, ​ປະ​ຈຳ​ສຳ​ນັກ​ງານງົບ​ປະ​ມານ ແລະ​ຄຸ້ມ​ຄອງ ຂອງ​ທຳ​ນຽບ​ຂາວ, ​ເດີນ​ທາງ​ໄປ​ຮອດ​ລັດ​ຖະ​ສະ​ພາ ເພື່ອ​ໃຫ້​ປາກ​ຄຳ ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ ປ​ະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ​ທີ່​ຈະ​ເຊື່ອມ​ໂຍງ ການ​ພະ​ຍາມ​ໃຊ້​ການ​ຊ່ອຍ​ເຫຼືອ ເພື່ອ ໃຫ້​ຢູ​ເຄ​ຣນກວດ​ສອບຄູ່​ແຂ່ງ​ຂອງ​ຕົນ.
ທ່ານ​ມາກ ແຊນ​ດີ, ​ປະ​ຈຳ​ສຳ​ນັກ​ງານງົບ​ປະ​ມານ ແລະ​ຄຸ້ມ​ຄອງ ຂອງ​ທຳ​ນຽບ​ຂາວ, ​ເດີນ​ທາງ​ໄປ​ຮອດ​ລັດ​ຖະ​ສະ​ພາ ເພື່ອ​ໃຫ້​ປາກ​ຄຳ ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ ປ​ະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ​ທີ່​ຈະ​ເຊື່ອມ​ໂຍງ ການ​ພະ​ຍາມ​ໃຊ້​ການ​ຊ່ອຍ​ເຫຼືອ ເພື່ອ ໃຫ້​ຢູ​ເຄ​ຣນກວດ​ສອບຄູ່​ແຂ່ງ​ຂອງ​ຕົນ.

ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ​ທີ່ກຳ​ກັບການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເປີ​ດ​ເຜີຍບົດ​ບັນ​ທຶກ​ຄຳ​ໃຫ້​ການ​ຈາກ​ເຈົ້າ​ໜ້າ​ທີ່​ສອງ​ທ່ານ ​ໃນ​ວັນ​ເສົາ​ວານນີ້ ຜູ້​ທີ່​ຈະຖືກ​ສອບ​ຖາມ​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ແບບ​ເປີດ​ເຜີຍ ໃນ​ສັບ​ປະ​ດາ​ໜ້າ.

ບັນ​ດາ​ນັກ​ສືບ​ສວນ​ຂອງ​ລັດ​ຖະ​ສະ​ພາ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ມາກ ແຊນ​ດີ ແບບ​ປິດ​ລັບ ​ຜູ້ທີ່ເປັນເຈົ້າ​ໜ້າ​ທີ່ລັດ​ຖະ​ກອນ​ມາ​ຍາວ​ນານ ປະ​ຈຳ​ສຳ​ນັກ​ງານງົບ​ປະ​ມານ​ແລະການຄຸ້ມ​ຄອງ​ ໃນ​ວັນ​ເສົາ​ວານນີ້ ຊຶ່ງຜູ້​ກ່ຽວ​ອາດ​ສະ​ໜອງ​ຂໍ້​ມູນ​ທີ່​ມີ​ຄຸນ​ຄ່າ ​ກ່ຽວ​ກັບວ່າ ສ​ະ​ຫະ​ລັດຖ່ວງ​ເວ​ລາ ໃນ​ການມອບ​ເງິນ​ຊ່ອຍ​ເຫຼືອ​ມູນ​ຄ່າ 400 ລ້ານ​ໂດ​ລາ ໃຫ້​ແກ່ ​ຢູ​ເຄ​ຣນ ເມື່ອ​ລະ​ດູ​ຮ້ອນ​ທີ່​ຜ່ານ​ມາ.

ບົດ​ບັນທຶກ​ທີ່​ໄດ້​ຖືກ​ເປີ​ດ​ເຜີຍ ໃນ​ວັນ​ເສົາ​ວານນີ້ນັ້ນ ແມ່ນ​ການ​ໃຫ້​ປາກ​ຄຳ​ແບບ​ປິດ​ລັ​ບ ໃນ​ເມື່​ອ​ກ່ອນ​ ຈາກ​ອະ​ດີດ​ເຈົ້າ​ໜ້າ​ທີ່ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ທິມ ມໍ​ຣີສັນ ແລະ​ທ່ານ​ນາງ ເຈັນ​ນີ​ເຟີ ວີ​ລ​ລຽມ​ສ໌ ​ຜູ້​ເປັນທີ່​ປຶກ​ສາ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັ​ສ. ທ່ານ​ມໍ​ຣີ​ສັນ ​ແລະ​ທ່ານ​ນາງວີ​ລ​ລຽມ ມີ​ກຳ​ນົດ​ຈະ​ຖືກ​ສອບ​ຖາມ​ແບບ​ເປີດ​ເຜີຍ ໃນ​ວັນ​ອັງ​ຄານ​ຈະ​ມາ​ເຖິງນີ້ ໂດຍ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ.

ໃນ​ເລື້ອງຢູ່ໃນໃຈ​ກາງ​ຂອງ​ການ​ສືບ​ສວນຟ້ອງ​ຮ້ອງຕໍ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ນຳ​ພາ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ກໍ​ແມ່ນ​ວ່າ ທ່ານ​ທ​ຣຳ ກັກ​ກາ​ນ​ຊ່ອຍ​ເຫຼືອ​ດ້ານ​ທະ​ຫານ​ທີ່ ​ຢູ​ເຄ​ຣນ ​ຕ້ອງ​ການ​ເປັນ​ຢ່າງ​ຍິ່ງນັ້ນ​ໄວ້ ໃນ​ການ​ພະ​ຍາ​ຍາມ​ເພື່ອ​ກົດ​ດັນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ ​ຢູ​ເຄ​ຣນ ໃຫ້​ເປີດ​ການ​ສື​ບ​ສວນ​ສອບ​ສວນ ອະ​ດີດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ໄບ​ເດັນ ຜູ້ທີ່​ມີ​ຄວາມ​ເປັນ​ໄດ້​ສູງ​ວ່າ ຈະ​ເປັນ​ຄູ​ແຂ່ງ​ຂອງ​ທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ປີ 2020 ​ແລະ​ລູກ​ຊາຍ​ຂອງ​ເພິ່ນ​ ທ່ານ​ຮັນ​ເຕີ ໄບ​ເດັນ ນັ້ນ ຫຼືບໍ່. ທັງ​ທ່ານ ​ໄບ​ເດັນ ​ແລະ​ລູກ​ຊາຍ​ຂອງ​ເພິ່ນ ກໍ​ໄດ້​ຮັບ​ການ​ພິ​ສູດແລ້ວ​ວ່າ ບໍ່​ໄດ້​ເຮັດ​ຫຍັງ​ຜິດເລີຍ.

ການ​ໃຫ້​ປາກ​ຄຳ​ແບບ​ປິດ​ລັບ​ຂອງ​ທ່ານ ​ມໍ​ຣີ​ສັນ ໂດຍ​ສ່ວນ​ໃຫຍ່​ແລ້ວ ໄດ້​ຢືນ​ຢັນ​ຄຳ​ໃຫ້​ການໂດຍ​ເປີ​ດ​ເຜີຍ ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ໃນ​ການ​ຮັບ​ຟັງ​ການ​ໃຫ້​ການ​ໄປ​ແລ້ວນັ້ນ ແຕ່​ທ່ານ​ຍັງ​ໄດ້​ຕອບ​ຄຳ​ຖາມ​ຕ່າງໆ ທີ່​ກ່ຽວ​ຂ້ອງ​ກັ​ບ ການ​ດຳ​ເນີນການ​ດ້ານ​ການ​ທູດ​ແບບລຶກ​ລັບ​ໃນ ​ຢູ​ເຄ​ຣນ ທີ່ປະ​ຕິ​ບັດ​ການ​ໂດຍ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ ​ທ​ຣຳ.

ໃນ​ບົດ​ບັນ​ທຶກ​ດັ່ງ​ກ່າວ ທ່ານ​ມໍ​ຣີ​ສັນ ໄດ້​ກ່າວ​ວ່າ ທ່ານ “ພະ​ຍາ​ຍາມ​ຈະ​ຢູ່​ຫ່າງໆ​ຈ​າກ” ການສົນ​ທະ​ນາ​ຊຶ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ​ສະ​ຫະ​ພາບ ​ຢູ​ໂຣບ ທ່ານ ກໍ​ດັນ ຊັນ​ແລັນ, ທ່ານ​ ຈູ​ລີ​ອາ​ນີ ແລະ ຄົນ​ອື່ນໆ ໄດ້​ພະ​ຍາ​ຍາມທີ່​ຈະ​ຊັກ​ຊວນ​ ​ປະ​ທານ​າ​ທິ​ນໍ​ດີ ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໃຫ້ເປີ​ດ​ການ​ສືບ​ສ​ວນ​ສອບ​ສວນ ຄອບ​ຄົວ​ໄບ​ເດັນ ແລະ​ບໍ​ລິ​ສັດ ບູຣິ​ສ​ມາ ໂຮ​ດິງ​ສ໌ ທີ່​ເປັນ​ຜູ້​ຜະ​ລິດ​ແກັ​ສ​ທຳ​ມະ​ຊາດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG