ໃນການກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດຄັ້ງທີສາມຂອງທ່ານນັ້ນ, ປະທານາທິບໍດີ ດໍໂນລ ທຣຳ ໃນຄືນວັນອັງຄານວານນີ້ ໄດ້ກ່າວຕໍ່ລັດຖະສະພາ ແລະ ປະເທດທີ່ແຕກແຍກກັນຢ່າງຂົມຂື່ນວ່າ ລັດຖະບານຂອງທ່ານ, ໃນສາມປີທີ່ຜ່ານມາ, ໄດ້ທຳລາຍຄວາມຄິດ ກ່ຽວກັບ “ຄວາມຕົກຕໍ່າຂອງ ອາເມຣິກາ” ແລະ ໄດ້ປະຕິເສດ “ການຫຼຸດຜ່ອນໃນການແຜ່ຂະຫຍາຍປະຊາທິປະໄຕ ຂອງ ອາເມຣິກາ.”
ການກ່າວຄຳປາໄສດົນເກືອບນຶ່ງຊົ່ວໂມງເຄິ່ງຂອງທ່ານ ທຣຳ ທີ່ເຕັມໄປດ້ວຍການເວົ້າໂອ້ອວດເຖິງປີການເລືອກຕັ້ງ ກ່ຽວກັບ ການຟື້ນຟູພະລັງອຳນາດທາງເສດຖະກິດຂອງ ສະຫະລັດ ຄືນໃໝ່, ໄຊຊະນະໃນການເຈລະຈາການຄ້າ, ການສ້າງຄືນກອງທັບ ແລະ ຕັດອັດຕາການຫວ່າງງານສຳລັບຄົນຜິວດຳ ແລະ ຊົນກຸ່ມນ້ອຍອື່ນໆນັ້ນ, ໄດ້ມີຂຶ້ນໃນຂະນະທີ່ສະພາສູງທີ່ຖືກຄວບຄຸມໂດຍພັກຣີພັບບລີກັນ ແມ່ນກຳລັງຈະລົງຄະແນນສຽງໃນວັນພຸດມື້ນີ້ ເພື່ອຍົກຟ້ອງທ່ານປະທານາທິບໍດີ ຈາກການຟ້ອງຮ້ອງທີ່ຖືກຮັບຜ່ານໂດຍສະພາຕ່ຳ ທີ່ກ່າວຫາທ່ານ ກ່ຽວກັບ ການລະເມີດອຳນາດ ແລະ ການຂັດຂວາງການສືບສວນສອບສວນຂອງລັດຖະສະພາ.
ທ່ານ ທຣຳ ໄດ້ປະກາດວ່າ “ພວກເຮົາກຳລັງກ້າວໄປທາງໜ້າດ້ວຍຄວາມໄວທີ່ບໍ່ສາມາດຈິນຕະນາການໄດ້ເມື່ອບໍ່ດົນມານີ້ ແລະ ພວກເຮົາຈະບໍ່ມີວັນຫັນກັບຄືນ.”
ມັນໄດ້ເປັນເຫດການທີ່ພິເສດຫຼາຍໃນຂະນະທີ່ທ່ານ ທຣຳ ໄດ້ຖືກທັກທາຍໃນຫ້ອງຂອງສະພາຕ່ຳ ດ້ວຍສຽງຮ້ອງທີ່ໂດ່ງດັງຂອງສະມາຊິກພັກຣີພັບບລີກັນວ່າ “ອີກສີ່ປີ!” ແລະ ສະມາຊິກພັກເດໂມແຄຣັດ ສະແດງປະຕິກິລິຍາດ້ວຍການຕົບມືທີ່ບໍ່ມີອາລົມ ຫຼື ສີໜ້າທີ່ລັງກຽດ. ຄ່ຳຄືນນັ້ນໄດ້ເລີ່ມຂຶ້ນດ້ວຍປະທານສະພາຕ່ຳທ່ານນາງ ແນນຊີ ເພໂລຊີ ຍື່ນມືເພື່ອຈັບມືກັບທ່ານ ທຣຳ, ແຕ່ທ່ານປະທານາທິບໍດີໄດ້ຫັນໜ້າໜີໂດຍບໍ່ໄດ້ຈັບມືກັບເພິ່ນ. ປະທານສະພາຕ່ຳໄດ້ຖືກພິຈາລະນາວ່າເປັນສັດຕູຄົນສຳຄັນ ໂດຍທ່ານປະທານາທິບໍດີ ສຳລັບບົດບາດຂອງທ່ານນາງ ໃນການນຳພາຂະບວນການຟ້ອງຮ້ອງຂອງພັກເດໂມແຄຣັດ.
ຄ່ຳຄືນດັ່ງກ່າວໄດ້ສິ້ນສຸດລົງຢ່າງບໍ່ທຳມະດາ ດ້ວຍທ່ານນາງ ເພໂລຊີ ໄດ້ຢືນຂຶ້ນ ແລະ ຈີກເອກະສານກັອບປີ້ ກ່ຽວກັບ ຄຳປາໄສທີ່ຍາວຂອງທ່ານ ທຣຳ ແລະ ຖິ້ມມັນໄວ້ເທິງໂຕະຂອງທ່ານນາງ ຢູ່ແທ່ນກ່າວຄຳປາໄສ.
ທ່ານນາງ ເພໂລຊີ ໄດ້ຍອມຮັບຕໍ່ບັນດານັກຂ່າວວ່າ “ຂ້ອຍໄດ້ຈີກມັນຖິ້ມ,” ມັນເປັນການກະທຳ ທີ່ມີມາດລະຍາດ ຖ້າພິຈາລະນາເຖິງທາງເລືອກອື່ນ.” ທ່ານນາງໄດ້ກ່າວຕື່ມວ່າ “ມັນແມ່ນຄຳປາໄສທີ່ສົກກະປົກ.”
ທ່ານນາງ ເພໂລຊີ ແລະ ແມ່ຍິງຄົນອື່ນໆໃນພັກເດໂມແຄຣັດ ຢູ່ສະພາຕ່ຳ ໄດ້ພາກັນນຸ່ງເຄື່ອງສີຂາວ ເພື່ອເປັນກຽດໃຫ້ແກ່ການເຄື່ອນໄຫວ ອາຍຸ 75 ປີທີ່ສະໜັບສະໜູນ ໃຫ້ທຸກຄົນມີສິດລົງຄະແນນສຽງ, ທີ່ໄດ້ເຮັດໃຫ້ແມ່ຍິງ ມີສິດລົງຄະແນນສຽງໃນການເລືອກຕັ້ງ.