ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປິດເມືອງສຸກເສີນ ຮອບ 3 ໃນນະຄອນຫຼວງວຽງຈັນ ສົ່ງຜົນກະທົບ ຕໍ່ປະຊາຊົນ ແລະທຸລະກິດຢ່າງໜັກ


ດ່ານປິດເສັ້ນທາງກວດກາ ຢູ່ສີ່ແຍກຫຼັກ ໃນເມືອງໄຊເສດຖາ ເມື່ອວັນທີ 23 ກັນຍາ 2021.
ດ່ານປິດເສັ້ນທາງກວດກາ ຢູ່ສີ່ແຍກຫຼັກ ໃນເມືອງໄຊເສດຖາ ເມື່ອວັນທີ 23 ກັນຍາ 2021.

ການປິດຫລືລັອກດາວ ນະຄອນຫລວງວຽງຈັນ ຢ່າງກະທັນຫັນ ເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ຮອບໃໝ່ ນັບແຕ່ວັນທີ 18 ກັນຍາ ຜ່ານມານັ້ນ ເຮັດໃຫ້ຊານະຄອນຫລວງ ຮູ້ສຶກໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະແມ່ນທາງດ້ານເສດຖະກິດ ກໍຝືດເຄືອງເມື່ອຫ້າງຮ້ານແລະກິດຈະການ ຕ່າງໆຖືກສັ່ງໃຫ້ປິດລົງ. ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນະຄອນຫລວງວຽງຈັນຊຶ່ງເປັນຕົວເມືອງໃຫຍ່ ມີປະຊາຊົນໜາແໜ້ນທີ່ສຸດຂອງ ລາວເຄີຍມີການສັນຈອນໄປມາຄ້າຂາຍຢ່າງຄັບຄັ່ງໃນແຕ່ລະມື້ນັ້ນ ບັດນີ້ ແມ່ນເຕັມໄປດ້ວຍຄວາມມິດງຽບເມື່ອຫ້າງຮ້ານຕ່າງໆ ຖືກສັ່ງໃຫ້ປິດດ່ວນແລະປະຊາຊົນຖືກຫ້າມເດີນທາງຫລືອອກຈາກບ້ານເຮືອນ ເວັ້ນເສຍແຕ່ວ່າ ມີຄວາມຈໍາເປັນທີ່ສຸດ ເຊັ່ນການເຈັບເປັນ, ການຖືກມອບໝາຍໃຫ້ໄປປະຈໍາການແລະຊື້ອາຫານການກິນທີ່ຢູ່ໃນເຂດອັນຈໍາກັດເທົ່ານັ້ນ.

ດ່ານປິດເສັ້ນທາງກວດກາ ໃນເມືອງໄຊທານີ ເມື່ອວັນທີ 23 ກັນຍາ 2021.
ດ່ານປິດເສັ້ນທາງກວດກາ ໃນເມືອງໄຊທານີ ເມື່ອວັນທີ 23 ກັນຍາ 2021.

ສໍານັກງານນາຍົກໄດ້ປະກາດສະພາວະສຸກເສີນອອກມາ ໃນວັນທີ 18 ກັນຍາວ່າ ໃຫ້ນະຄອນຫລວງວຽງຈັນປິດເມືອງ ນັບແຕ່ວັນທີ 18 ຫາວັນທີ 30 ເດືອນນີ້ ເພື່ອແນໃສ່ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ໃນນະຄອນຫລວງດັ່ງກ່າວຫລຸດລົງ. ສະພາບການແບບນີ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະທຸລະກິດຂອງຫລາຍຄົນຖືກກະທົບກະເທືອນຫລາຍ ດັ່ງທີ່ນັກທຸລະກິດທີ່ມີຮ້ານຂາຍຢາ ແລະຮ້ານຂາຍເຂົ້າປຽກທ່ານນຶ່ງ ຢູ່ເຂດເມືອງນາຊາຍທອງ ເລົ່າເຖິງເຫດການນີ້ສູ່ຟັງວ່າ:

“ມັນເປັນການລັອກດາວແບບປິດຕາຍເກີນໄປ ໄປໃສກະບໍ່ໄດ້ ມັນເປັນການຈໍາກັດສິດເສລິພາບຂອງຄົນຫລາຍເກີນໄປ. ເຂົ້າໃຈວ່າໂຄວິດ, ເຂົ້າໃຈເຂົ້າໃຈວ່າຫ່ວງໃຍປະຊາຊົນ, ຫ່ວງໃຍປະເທດຊາດ. ແຕ່ວ່າຢາກໃຫ້ເບິ່ງຄວາມເໝາະສົມແນ່ ຢຶດຖືທາງສາຍກາງ ຂອງພະພຸດທະເຈົ້າແນ່ ບໍ່ແມ່ນວ່າ ຊິຄິດມິຕິດຽວ ມັນຕ້ອງຄິດຫລາຍມິຕິ. ເອົາຂະໜາດວ່າຄົນໄປໃສບໍ່ໄດ້ເລີຍໜີ້ ເຂົາໄປຫາປູຫາປາບໍ່ໄດ້ເລີຍໄປໃສ.”

ພ້ອມກັນນັ້ນປະຊາຊົນໃນເຂດເມືອງສີສັດຕະນາກທ່ານນຶ່ງທີ່ເຮັດອາຊີບຄ້າຂາຍເຄື່ອງຍ່ອຍທົ່ວໄປທາງອອນລາຍກໍບອກວ່າ:

“ເອີໄປໃສກະບໍ່ໄດ້ ຈັກຊິເຮັດແນວໃດ ຂໍເຂົາເຈົ້າໄປຫັ້ນໄປນີ້ກະບໍ່ໄດ້ ໄປສົ່ງເຄື່ອງສົ່ງຂອງກະບໍ່ໄດ້. ບໍ່ເຂົາເຈົ້າກະບໍ່ໄດ້ຊ່ວຍຫຍັງ ລັດຖະບານອີ່ຫຍັງກະບໍ່ໄດ້ມາຊ່ວຍຫຍັງດອກ”

ແຕ່ສິ່ງທີ່ພາໃຫ້ຜູ້ຄົນເປັນຫ່ວງຫລາຍກໍຄືວ່າ ໃຜຈະເປັນຜູ້ຊົດເຊີຍ ໃຫ້ແກ່ຜົນ ເສຍຫາຍຈາກການຖືກສັ່ງໃຫ້ປິດທຸລະກິດແບບສຸກເສີນ ທີ່ພາໃຫ້ທຸລະກິດຂາດທຶນ ແລະພະນັກງານ, ກໍາມະກອນຕ້ອງຖືກເລີກຈ້າງງານ? ແລະຫລັງຈາກໄລຍະລັອກດາວທີ່ວ່ານີ້ ສິ້ນສຸດລົງ ແຕ່ຈໍານວນຜູ້ຕິດເຊື້ອບໍ່ຫລຸດລົງເດ່ ມັນຈະເປັນແນວໃດ? ເຈົ້າຂອງຮ້ານອາຫານໃຫຍ່ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ໄດ້ສະແດງຄວາມເປັນຫ່ວງໃນເລື້ອງນີ້ອອກມາວ່າ:

“ໄປຮອດສິບຫ້າວັນ ແຕ່ຖ້າມາຮອດມື້ນັ້ນມາ ກະຕໍ່ອີກສິບຫ້າວັນ, ອີກສິບຫ້າວັນ ຕໍ່ໄປຈັ່ງຊີ້ ເສດຖະກິດໜີ້ຫາຍະນະເລີຍ. ບໍ່ຄວນຈະມຸ້ງທີ່ຈະເອົາໂຕເລກ ເປັນ 0 ເອົາສະຖິຕິເປັນສູນຫລາຍເກີນໄປ ແລ້ວທຳລາຍວົງຈອນເສດຖະກິດ, ທໍາລາຍທັງລະບົບເລີຍ ມີສິນຄ້າແຕ່ລະຮ້ານເຈັ້ງໆໆ. ກະແຈ້ງເຂົາກ່ອນຕະຫວ່າ ຮ້ານອາຫານເຂົາ ມີສິນຄ້າມາກັກຕຸນໄວ້ ເຂົາກະເສຍຫາຍ. ເຂົາໄປເອົາສິນຄ້າມາບັກຫລາຍໆ ເງິນເຂົາກະຕ້ອງຈ່າຍແລະເຂົາກະຕ້ອງໃຊ້ຈ່າຍຄ່າແຮງພະນັກງານ. ຈັ່ງຊັ້ນແລ້ວ ພະຍາຍາມຢູ່ກັບໂຄວິດໃຫ້ໄດ້. ປະເທດອື່ນເຂົາກະຕິດບັກຫລາຍໆ ຕິດຕັ້ງສອງຮ້ອຍ ສາມຮ້ອຍ ສີ່ຮ້ອຍ ເຂົາກະບໍ່ໄດ້ປິດປະເທດ. ເຂົາກະຢູ່ກັບມັນໄປ. ໃຊ້ມາດຕະການຮັກສາປ້ອງກັນໄປເປັນຫລັກ. ຢ່າມຸ້ງເນັ້ນແຕ່ ລັອກດາວເປັນຫລັກ ເພາະການລັອກດາວມັນສ້າງຄວາມເສຍຫາຍຫລາຍ. ອັນນີ້ລ໊ອກດາວໜີ້ນະ ມັນຄືກັບວ່າລັດຖະບານລະເມີດສິດທິເຂົາ ຄືຮ້ານອາຫານໜີ້ໜາ ຢູ່ຊື່ໆມາບອກໃຫ້ປິດ ທໍາມະດາລັອກດາວເຈົ້າຕ້ອງຊົດເຊີຍເຂົາຄືຢູ່ຢູໂຣບ, ຢູ່ອີຕາລີ, ຢູ່ອັງກິດຮ້ານອາຫານ ເຂົາໄດ້ເງິນຊົດເຊີຍໄດ໋.”

ແຕ່ຢ່າງໃດກໍຕາມໃນວັນທີ 22 ກັນຍາຜ່ານມາ ທາງຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ກໍມີແຈ້ງການອອກມາວ່າ ໃຫ້ສືບສວນແຫລ່ງທີ່ມາຂອງການລະບາດໃນຄັ້ງນີ້ ແລະກວດເບິ່ງຄວາມຮັບຜິດຊອບຂອງຜູ້ປະກອບການ ແລະຜູ້ກ່ຽວຂ້ອງທີ່ເຮັດໃຫ້ມີການລະບາດທີ່ວ່ານີ້.

ສ່ວນຕົວເລກຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫລວງວຽງຈັນກໍຖີບຕົວສູງຂຶ້ນຕະ ຫລອດ ນັບແຕ່ໄດ້ພົບການຕິດເຊື້ອໃນໂຮງງານຕັດຫຍິບຢູ່ບ້ານໜອງທາເໜືອ 247 ຄົນໃນວັນທີ 18 ກັນຍາເປັນຕົ້ນມາ. ຕົວເລກຫລ້າສຸດ ກໍຄື ໃນວັນທີ 25 ກັນຍາຜ່ານມາ ມີຜູ້ຕິດເຊື້ອໃນຊຸມຊົນ 206 ຄົນ ຊຶ່ງຜັກດັນໃຫ້ໂຕເລກຜູ້ຕິດ ເຊື້ອທົ່ວປະເທດເພີ້ມຂຶ້ນ 2,713 ຄົນ ຫລືເກືອບ 15 ເປີເຊັນ ພາຍໃນນຶ່ງອາທິດ, ຈາກ 18,814 ຄົນ ໃນວັນທີ 18 ມາເປັນ 21,527 ຄົນ ໃນວັນ 25 ກັນຍາຜ່ານມາ.

ນອກຈາກນັ້ນແລ້ວ ການລະບາດຂອງພະຍາດໃນນະຄອນຫລວງຄັ້ງນີ້ ໄດ້ເລີ້ມ ສົ່ງຜົນໃຫ້ມີການປິດເມືອງແບບສຸກເສີນ ໃນຂະນະດຽວກັນ ກໍມີຢູ່ແຂວງອື່ນໆຕາມມາອີກດ້ວຍ ເຊັ່ນ ໃນວັນທີ 25 ກັນຍາ ຜ່ານມາ ແຂວງວຽງຈັນທີ່ຢູ່ຕິດກັນນັ້ນ ກໍມີການປິດເມືອງຢ່າງເຄັ່ງຄັດທີ່ສຸດເຊັ່ນກັນ ໂດຍໄດ້ສັ່ງໃຫ້ພະນັກງານລັດ ແລະເອກະຊົນທຸກຄົນ ເຮັດວຽກຢູ່ເຮືອນ ນັບແຕ່ວັນທີ 27 ກັນຍາເຖິງ ວັນທີ 8 ຕຸລາ ແລະຫ້າມທຸກຄົນອອກຈາກບ້ານເຮືອນໄປມາຫາກັນ ເວັ້ນເສຍແຕ່ໃນ ກໍລະນີຈໍາເປັນທີ່ສຸດ ແລະໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ນັບແຕ່ວັນທີ 25 ກັນຍາ ຫາວັນທີ 8 ຕຸລາ. ພ້ອມກັນນັ້ນ ໃນວັນດຽວກັນ ແຂວງຫົວພັນ ກໍປະກາດວ່າ ແຕ່ວັນທີ 25 ກັນຍາຫາວັນທີ 4 ຕຸລາ ຫ້າມຄົນຕ່າງ ແຂວງເດີນທາງເຂົ້າໄປໃນແຂວງດັ່ງກ່າວ ນອກຈາກຄົນທີ່ຢູ່ໃນແຂວງນັ້ນເອງ ຈຶ່ງເຂົ້າໄປໄດ້.

Video Lao Covid 3rd Lockdown in Vientiane 09-23-2021
please wait

No media source currently available

0:00 0:02:47 0:00

XS
SM
MD
LG