ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜົນກະທົບ ຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ຕໍ່ໂຮງຮຽນໃນຂົງເຂດເມືອງຮັນສວີລ ລັດອາລາບາມາ


ຮູບປະກອບ-ຈູລຽນ ຄອນໂຊລລາ (Julian Consolla), ເຊິ່ງເປັນຄູປ່ຽນສອນ ນັ່ງສອນນັກຮຽນ ຢູ່ໃນໂຮງຮຽນປະຖົມເມົາທ໌ ອີໂກລ, ໃນເມືອງອາເລັກຊານເດຣຍ, ເຂດແຟແຟັກ, ລັດເວີຈີເນຍ. (Courtesy Donnie Biggs, Fairfax County Public Schools).
ຮູບປະກອບ-ຈູລຽນ ຄອນໂຊລລາ (Julian Consolla), ເຊິ່ງເປັນຄູປ່ຽນສອນ ນັ່ງສອນນັກຮຽນ ຢູ່ໃນໂຮງຮຽນປະຖົມເມົາທ໌ ອີໂກລ, ໃນເມືອງອາເລັກຊານເດຣຍ, ເຂດແຟແຟັກ, ລັດເວີຈີເນຍ. (Courtesy Donnie Biggs, Fairfax County Public Schools).

ສະຖານະການຂອງການລະບາດພະຍາດໂຄວິດ-19 ສາຍພັນໂອໄມຄຣອນແມ່ນຍັງໜັກໜ່ວງຫຼາຍຢູ່ໃນສະຫະລັດ, ເຖິງແມ່ນວ່າ ສາຍພັນດັ່ງກ່າວຈະບໍ່ເປັນອັນຕະລາຍຫຼືຮ້າຍແຮງ ເທົ່າກັບສາຍພັນເດລຕ້າ ແຕ່ການລະບາດຢ່າງໄວວາຂອງສາຍພັນນີ້ ຍັງໄດ້ສ້າງຄວາມກັງວົນໃຈໃຫ້ປະຊາຊົນຢູ່ພໍສົມຄວນ ໂດຍສະເພາະຢ່າງຍິ່ງ ກັບຜູ້ປົກຄອງຂອງນັກຮຽນທັງຫຼາຍ. ສະເພາະຢູ່ເຂດເມືອງຮັນສວີລຂອງລັດອາລາບາມາ, ມີລາຍງານການລະບາດຂອງພະຍາດດັ່ງກ່າວ ຈາກເວັບໄຊທ໌ ຂອງໂຮງຮຽນ ປະຈໍາເມືອງຮັນສວີລ ແຈ້ງໃຫ້ຮູ້ວ່າ ໃນອາທິດທີ່ຜ່ານມາ ມີນັກຮຽນ ແລະຄູອາຈານຕິດພະຍາດຕິດພະຍາດດັ່ງກ່າວຫຼາຍກວ່າ 400 ຄົນ ໂດຍລາຍງາຍຫຼ້າສຸດປະຈໍາວັນທີ 26 ມັງກອນ 2022 ຢູ່ທີ່ຈໍານວນ 275 ຄົນ.

ຜູ້ປົກຄອງທ່ານນຶ່ງທີ່ອາໄສຢູ່ເມືອງຮັນສວີລກ່າວໃຫ້ທາງ VOA ຟັງວ່າ: ລູກຜູ້ໃຫຍ່ສອງຄົນ ທີ່ຮຽນຢູ່ໂຮງຮຽນມັດທະຍົມປາຍ ແມ່ນໄປໂຮງຮຽນຕາມປົກ ກະຕິ, ແຕ່ລູກຜູ້ຫຼ້າທີ່ຮຽນຢູ່ໂຮງຮຽນປະຖົມ ແມ່ນໄດ້ຮຽນຢູ່ເຮືອນ ໄດ້ເລີ້ມໃນມື້ວັນຈັນທີ 24 ມັງກອນທີ່ຜ່ານມາ, ເຊິ່ງທາງໂຮງຮຽນໃຫ້ຮຽນທາງອອນລາຍໄປກ່ອນນຶ່ງອາທິດ, ເຊິ່ງນາງໄດ້ກ່າວໃຫ້ຟັງໃນບາງຕອນດັ່ງນີ້:

“ລູກຂ້ອຍບໍ່ໄດ້ໄປໂຮງຮຽນ ເພາະວ່າເຂົາເຈົ້າປິດ ສາເຫດມາຈາກໂຄວິດ-19 ສາຍພັນໂອໄມຄຣອນລະບາດແຮງ ໂດຍສະເພາະແມ່ນພວກໂຮງຮຽນປະຖົມ ເພິ່ນກໍເລີຍບໍ່ໄດ້ໃຫ້ໄປອາທິດນຶ່ງລອງເບິ່ງ, ມັນແຜ່ລະບາດແຮງ ອອກຂ່າວ ທັງຄູທັງນັກຮຽນ ເຂົາເຈົ້າກໍເລີຍວ່າໂອເຄ ໃຫ້ຢຸດໄປກ່ອນອາທິດນຶ່ງ.”

ລະຫວ່າງວັນທີ 22 ຫາ 28 ມັງກອນ, ທາງໂຮງຮຽນປະຈໍາຂົງເຂດເມືອງຮັນສວີລ ໄດ້ມີກົດຂໍ້ບັງຄັບອອກມາ ຢ່າງໜັກແໜ້ນວ່າ ນັກຮຽນ ແລະພະນັກງານທຸກໆຄົນຕ້ອງໃສ່ໜ້າກາກໂດຍບໍ່ມີຂໍ້ຍົກເວັ້ນ. ສ່ວນເມືອງທີ່ຢູ່ໃກ້ຄຽງເຊັ່ນເມືອງເມດີຊັນ ທາງໂຮງຮຽນປະຈໍາຂົງເຂດໄດ້ຍຸຕິການເຂົ້າໂຮງຮຽນສາມມື້ ໂດຍເລີ້ມຈາກວັນທີ 27, 28 ແລະວັນທີ 31 ມັງກອນ, ໂດຍຈະກັບໄປໂຮງຮຽນຄືນຫຼັງຈາກນັ້ນ ເຊິ່ງຈະເລີ້ມໃນມື້ອື່ນນີ້ເປັນຕົ້ນໄປ.

ອີງຕາມຂໍ້ມູນຈາກມະຫາວິທະຍາໄລຈອນສ໌ ຮອປກິນສ, ປັດຈຸບັນນີ້ ຢູ່ໃນສະ ຫະລັດ ມີຈໍານວນຜູ້ຕິດເຊື້ອທັງໝົດ 73,429,572 ຄົນ, ໃນນັ້ນ ຫຼາຍທີ່ສຸດແມ່ນຢູ່ນະ​ຄອນລອສແອັນເຈີລິສໂດຍມີຜູ້ຕິດເຊື້ອເຖິງ 2,586,739 ຄົນ. ​ສຳ​ລັບຜູ້ຕິດເຊື້ອທັງໝົດ ຢູ່ລັດອາລາບາມາ 1,153,149 ຄົນ, ເສຍຊີວິດແລ້ວ 16,826 ຄົນ, ຈໍານວນຢາທີ່ໄດ້ແຈກສັກໃຫ້ປະຊາຊົນໃນລັດໄປແລ້ວ 5,935,375 ໂດສ, ມີປະຊາຊົນທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ 2,148,268 ຄົນ ຄິດເປັນ 49.59 ເປີເຊັນ ຂອງຈໍານວນປະຊາກອນທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນ.

XS
SM
MD
LG