ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບ​ເດັນ ​ເລາະ​ເບິ່ງທ່າ​ເຮື​ອຊາຍ​ແດນ ທີ່​ຮັບ​ມື​ກັບການ​ຫລັ່ງ​ໄຫລ​ຂອງພວກ​ຍົກຍ້າຍ​ຖິ່ນ​ຖານ​ເຂົ້າ​ມາ ສ​ຫລ ຢ່າງຫຼວງຫຼາຍນັ້​ນ


ເຈົ້າຫນ້າທີ່ພາສີແລະປ້ອງກັນຊາຍແດນເອົາ​ເຄື່ອງກວດ​ສິ່ງ​ຂອງ​ໜີ​ພາ​ສີ​ສະ​ແດງ​ ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນເບິ່ງ​ຂະ​ນະ​ທີ່ທ່ານ​ໄປ​​ເບິ່ງ​ດ່ານຊາຍ​ເດນທີ່ທ່າ​ເຮືອ Bridge of the Americas, ​ບ່ອນທີ່​ມີ​ຄົນ​ເຂົ້າ​ເມືອງ​ຢ່າງ​ຫລວງ​ຫລາຍ ໃນ​ເມືອງ El Paso, ລັດ​ເທັກ​ຊັ​ສ, ວັນ​ທີ 8 ມັງ​ກອນ, 2023.
ເຈົ້າຫນ້າທີ່ພາສີແລະປ້ອງກັນຊາຍແດນເອົາ​ເຄື່ອງກວດ​ສິ່ງ​ຂອງ​ໜີ​ພາ​ສີ​ສະ​ແດງ​ ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນເບິ່ງ​ຂະ​ນະ​ທີ່ທ່ານ​ໄປ​​ເບິ່ງ​ດ່ານຊາຍ​ເດນທີ່ທ່າ​ເຮືອ Bridge of the Americas, ​ບ່ອນທີ່​ມີ​ຄົນ​ເຂົ້າ​ເມືອງ​ຢ່າງ​ຫລວງ​ຫລາຍ ໃນ​ເມືອງ El Paso, ລັດ​ເທັກ​ຊັ​ສ, ວັນ​ທີ 8 ມັງ​ກອນ, 2023.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ໄດ້ບິນໄປທີ່ເມືອງແອ​ລ ພາ​ໂຊ (El Paso) ໃນລັດເທັກຊັສ ໃນວັນອາທິດວານນີ້ ເພື່ອເບິ່ງການຫລັ່ງໄຫຼເຂົ້າເມືອງຂອງພວກຍົກ​ຍ້າຍ​ຖິ່ນ​ຖານທີ່ບໍ່ມີເອກະສານຫຼາຍພັນຄົນກຳ​ລັງຂ້າມຊາຍແດນທີ່​ຕິດກັບເມັກຊິໂກນັ້ນ ​ເຂົ້າ​ມາ​ສະ​ຫະ​ລັດ.

ໃນລະຫວ່າງການຢ້ຽມຢາມເມືອງຊາຍແດນ​ແຫ່ງ​ນັ້ນ ເປັນ​ເວ​ລາປະມານ 4 ຊົ່ວໂມງ, ທ່ານໄບ​ເດັນໄດ້ຢຸດຢູ່ທີ່ທ່າເຮືອ Bridge of the Americas ຊຶ່ງ​ແປ​ວ່າຂົວຂອງປະ​ເທດ​ໃນ​ທະ​ວີບອາ​ເມ​ຣິ​ກາ ບ່ອນທີ່ທ່ານໄດ້ພົບກັບເຈົ້າຫນ້າທີ່ພາສີແລະປ້ອງກັນຊາຍແດນ ແລະເບິ່ງພວກເຂົາເຈົ້າສາ​ທິດວິທີການຄົ້ນຍານພາຫະນະ ຢູ່ຊາຍແດນ ເພື່ອຊອກ​ຫາຢາເສບຕິດ, ເງິນ ແລະສິ່ງອື່ນໆ ທີ່ຜິດກົດໝາຍນັ້ນ.

ທ່ານໄບ​ເດັນ ຍັງໄດ້ຍ່າງເລາະ​ຕາມກຳແພງຊາຍແດນສະຫະລັດ-ເມັກຊິໂກ ທີ່ແບ່ງເມືອງ​ດັ່ງ​ກ່າວ ​ໃນລັດ​ເທັກ​ຊັ​ສ ກັບເມືອງຊີ​ອູ​ແດດ ຮົວ​ເຣ​ຊ (Ciudad Juarez). ເຈົ້າໜ້າທີ່ລາດຕະເວນຊາຍແດນສອງຄົນ ໄດ້ຍ່າງໄປກັບທ່ານປະທານາທິບໍດີ.

ທ່ານໄດ້ໄປຢ້ຽມຢາມສູນຊ່ວຍເຫຼືອຄົນຍົກ​ຍ້າຍ​ຖິ່ນ​ຖານເຂົ້າ​ເມືອງຂອງຄາວ​ຕີ ແອ​ລ ພາ​ໂຊ (El Paso) ບ່ອນທີ່ທ່ານໄດ້ພົບກັບເຈົ້າຫນ້າທີ່ທ້ອງຖິ່ນ ແລະ ຜູ້ນໍາປະ​ຊາ​ຄົມນັ້ນອີກ​ດ້ວຍ. ຫຼັງ​ຈາກ​ນັ້ນ ທ່ານ​ກໍ​ໄດ້​ເດີນ​ທາງ​ໄປ​ຍັງນະ​ຄອນ​ຫລວງ​ເມັກ​ຊິ​ໂກ ຊີ​ຕີ.

ເມື່ອໄປຮອດລັດເທັກຊັດນັ້ນ, ທ່ານ ໄບ​ເດັນ ໄດ້ພົບກັບຜູ້ປົກ​ຄອງລັດ, ທ່ານ​ເກ​ຣກ ແອັບ​ບອດ (Greg Abbott), ຜູ້ທີ່ໄດ້ມອບຈົດໝາຍໃຫ້ທ່ານໄບ​ເດັນ. ທ່ານແອັບ​ບອດ ກ່າວ​ວ່າ ຈົດໝາຍ​ສະບັບ​ນີ້ “ໄດ້​ໃຫ້​ວິ​ທີການ​ແກ້​ໄຂ 5 ຢ່າງ​ທີ່​ມີ​ຢູ່​ແລ້ວ​ພາຍ​ໃຕ້​ກົດໝາຍ​ຂອງ​ສະຫະລັດ​ ໃນ​ປັດຈຸ​ບັນ” ທີ່​ຈະ​ຊ່ວຍ​ໃນ​ການ​ຮັກສາຄວາມ​ປອດ​ໄພ​ຂອງ ​ເຂດ​ຊາຍ​ແດນ.

ການຢ້ຽມຢາມຂອງທ່ານ ໄບ​ເດັນ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກມີ​ການປະກາດວ່າ ຄົນຄິວບາ, ນິ​ກາ​ຣາ​ກົວ, ເຮ​ຕິ ແລະເວ​ເນ​ຊູ​ເອ​ລາ 30,000 ຄົນ ຕໍ່ເດືອນ ຈະໄດ້​ຮັບ ອະນຸຍາດໃຫ້ເຂົ້າມາສະຫະລັດ ແລະອະນຸຍາດໃຫ້ເຮັດວຽກຢ່າງຖືກຕ້ອງຕາມກົດ ຫມາຍໄດ້ເຖິງສອງປີ ຖ້າພວກເຂົາ​ເຈົ້າ​ເຮັດ​ໃບ​ຄໍາ​ຮ້ອງ ​ຍື່ນຢູ່ປະເທດຂອງເຂົາເຈົ້າ, ຜ່ານການກວດສອບປະຫວັດຄວາມເປັນມາ ແລະມີ​ຫລັກ​ຖານພິສູດໃຫ້​ເຫັນວ່າ ພວກ ເຂົາເຈົ້າມີຜູ້ສະໜັບສະໜູນ ດ້ານການເງິນ ຢູ່ໃນສະຫະລັດ.

ແຕ່ທ່ານໄບ​ເດັນ ກ່າວວ່າ ເຂົາເຈົ້າຈະຖືກເນລະເທດກັບໄປຢູ່ເມັກຊິໂກ ຖ້າເຂົາເຈົ້າ ເຂົ້າມາໃນສະຫະລັດຢ່າງຜິດກົດຫມາຍ ຊຶ່ງ​ເປັນ​ການ​ຂະ​ຫຍາຍນະໂຍບາຍຄົນເຂົ້າ ເມືອງໃນຍຸກທີ່​ມີ​ໂຣກລະບາດຢ່າງ​ໜັກ ທີ່ອ້າງເຫດ​ຜົນວ່າ ເປັນ​ຍ້ອນຄວາມກັງ​ວົນ ກ່ຽວກັບການແຜ່ລະບາດຂອງໄວ​ຣັ​ສ​ໂຄ​ໂຣ​ນາ ເພື່ອຮັກສາຄື້ນຟອງຂອງພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ພະຍາຍາມເຂົ້າມາໃນສະຫະລັດນັ້ນ​ ບໍ່​ໃຫ້ຫລັ່ງ​ໄຫລເຂົ້າ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG