ກຳມະກອນທີ່ເປັນຄົນເຂົ້າເມືອງຫລາຍຮ້ອຍຄົນໄດ້ຖືກປ່ອຍຕົວ, ນຶ່ງມື້ພາຍຫລັງທີ່ເຈົ້າໜ້າທີ່ລັດຖະບານກາງໄດ້ຈັບກຸມຄົນເຂົ້າເມືອງທີ່ບໍ່ມີເອກະສານ 680 ຄົນຢູ່ໃນການບຸກເຂົ້າກວດຄົ້ນ ໂຮງງານແປຮູບອາຫານ ໃນລັດມິສຊິສຊິບປີ ໃນວັນ ພຸດຜ່ານມາ, ຊຶ່ງເປັນການຈັບກຸມທີ່ໃຫຍ່ທີ່ສຸດໃນສະຫະລັດໃນຮອບ 10 ປີ.
ຢູ່ໃນກອງປະຊຸມຖະແຫລງຂ່າວທີ່ຈັດຂຶ້ນໃນວັນພະຫັດວານນີ້, ບັນດາເຈົ້າໜ້າທີ່ຈາກໜ່ວຍສອບສວນດ້ານຮັກສາຄວາມປອດໄພແຫ່ງຊາດຂອງອົງການກວດຄົນເຂົ້າເມືອງ ແລະພາສີ ຫຼື ICE ແລະຫ້ອງການທະນາຍຄວາມສະຫະລັດໃນລັດມິສຊິສຊິບປີທີ່ຢູ່ທາງພາກໃຕ້ຂອງປະເທດເວົ້າວ່າ ມີຫລາຍກວ່າ 300 ຄົນຖືກປ່ອຍຕົວໃນຕອນເຊົ້າຂອງວັນພະຫັດວານນີ້ຍ້ອນເຫດຜົນດ້ານມະນຸດສະທຳ, ຊຶ່ງລວມທັງແມ່ຍິງຖືພາ ແລະຊາວໜຸ່ມທີ່ບໍ່ເຖິງກະສຽນ.
ການປະຕິບັດງານດັ່ງກ່າວແມ່ນມີການວາງແຜນລ່ວງໜ້າປະມານ 1 ປີ. ພວກ ທີ່ຖືກປ່ອຍຕົວແມ່ນໃຫ້ຮູ້ສຶກຕື່ນຕົວເອງໂດຍທີ່ບໍ່ໜີໄປໃສໃນໄລຍະລໍຖ້າໃບແຈ້ງການ, ແລະໃນໄລຍະໃດນຶ່ງພວກເຂົາເຈົ້າຕ້ອງໄດ້ໄປປາກົດຕົວຢູ່ຕໍ່ໜ້າຜູ້ພິພາກສາດ້ານຄົນເຂົ້າເມືອງ. ເກືອບໝົດທຸກຄົນຢູ່ໃນຄົນເຂົ້າເມືອງ 680 ຄົນທີ່ຖືກນຳຕົວໄປນັ້ນ ແມ່ນມາຈາກເຂດອາເມຣິກາລາຕິນ.
ສ່ວນຈຳນວນທີ່ຍັງເຫລືອແມ່ນຖືກສົ່ງໄປຢູ່ໃນສູນຄຸມຂັງໃນລັດຫລຸຍເຊຍນາ ແລະ ລັດມິສຊິສຊິບປີ.
ອີງຕາມພວກເຈົ້າໜ້າທີ່ແລ້ວ, ການປະຕິບັດງານດັ່ງກ່າວໄດ້ດຳເນີນໄປພາຍຫລັງທີ່ໄດ້ຮັບການເຫັນພ້ອມຈາກຜູ້ພິພາກສາຄົນນຶ່ງທີ່ເຫັນວ່າ ພວກເຈົ້າໜ້າທີ່ ມີ "ເຫດຜົນທີ່ໜ້າເປັນໄປໄດ້ຢ່າງພຽງພໍທີ່ຈະໄດ້ຮັບໃບອະນຸຍາດກວດຄົ້ນຢ່າງແທ້ຈິງ ເພື່ອໃຫ້ອອກໄປ ແລະທຳການກວດຄົ້ນຄົນໄດ້."
ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງເວົ້າວ່າ ໃນຈຳນວນຄົນທີ່ຖືກຈັບນັ້ນບໍ່ມີໃຜຖືກນຳໄປດຳເນີນການຕາມຂັ້ນຕອນຢູ່ພາຍໃຕ້ຄຳສັ່ງແນະນຳໃຫ້ສົ່ງອອກຈາກປະເທດໂດຍດ່ວນທີ່ວາງອອກໂດຍອົງການ ICE ໃນເດືອນກໍລະກົດຜ່ານມາ ນັ້ນ, ເພາະວ່າພວກເຈົ້າໜ້າທີ່ຍັງກຳລັງ"ຢູ່ໃນຂັ້ນຕອນໄດ້ຮັບການຝຶກອົບຮົມຢູ່."
ການຕີຄວາມໝາຍໃໝ່ຂອງຄຳສັ່ງແນະນຳໃຫ້ສົ່ງອອກຈາກປະເທດໂດຍດ່ວນ ເຮັດໃຫ້ການເນລະເທດຄົນເຂົ້າເມືອງທີ່ບໍ່ມີເອກະສານຢູ່ທຸກແຫ່ງຫົນໃນສະຫະລັດທີ່ບໍ່ສາມາດໃຫ້ຫລັກຖານພິສູດໄດ້ວ່າເຂົາເຈົ້າໄດ້ເຂົ້າມາອາໄສຢູ່ໃນປະເທດນີ້ຢ່າງຕໍ່ເນື່ອງເປັນເວລາສອງປີແລ້ວນັ້ນ ໄວຂຶ້ນກວ່າເກົ່າ. ຜົນໄດ້ຮັບທີ່ອາດເປັນໄປໄດ້ກໍຄືການເນລະເທດຈະເກີດຂຶ້ນກ່ອນໜ້າທີ່ຄົນເຂົ້າເມືອງທີ່ບໍ່ມີເອກະສານ ຈະມີໂອກາດໄດ້ພົບກັບຜູ້ພິພາກສາດ້ານຄົນເຂົ້າເມືອງ.
ພວກເຈົ້າໜ້າທີ່ລັດຖະບານກາງເວົ້າວ່າ ພວກທີ່ຖືກຄຸມຂັງໃນວັນພຸດຜ່ານມານັ້ນ ຖືກຖາມວ່າ ເຂົາເຈົ້າມີລູກທີ່ເຂົ້າໂຮງຮຽນ ຫລືຢູ່ໃນບ່ອນລ້ຽງເດັກທີ່ຕ້ອງໄດ້ໄປຮັບເອົາບໍ່.
ພວກທີ່ຖືກກັກຂັງໄດ້ຮັບໂທລະສັບມືຖື ເພື່ອຕິດຕໍ່ຫາຄົນເພື່ອຈັດແຈງກ່ຽວກັບ ເລື້ອງລູກຂອງເຂົາເຈົ້າ. ບັນດາເຈົ້າໜ້າທີ່ອົງການ ICE ເວົ້າວ່າ ພວກຄົນເຂົ້າເມືອງທຳອິດແມ່ນຖືກນຳໄປໄວ້ຢູ່ໃນຄ້າຍທະຫານແຫ່ງນຶ່ງ ເພື່ອດຳເນີນການຕ່າງໆ. ບາງຄົນຖືກໃຫ້ໃສ່ເຄື່ອງຕິດຕາມອີເລັກໂທຣນິກຢູ່ຂໍ້ຂາ ໃນຂະນະທີ່ ເຂົາເຈົ້ຳລໍຖ້າວັນຂຶ້ນສານ.