ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະ​ດີດ ​ເຈົ້າໜ້າທີ່​ ກວດ​ຄົນ​ເຂົ້າ​ເມືອງ ລັກ​ໃຊ້ ​​ຂໍ້​ມູນ ປະ​ຈໍາ​ຕົວ​ ຂອງ ​ພວກ​ຄົນ​ເຂົ້າ​ເມືອງ ​ຜິດ​ກົດໝາຍ


ທ່ານ ​ໂທ​ມັສ ​ໂຮ​ແມນ (Thomas Homan) ຮອງ​ຫົວໜ້າອົງການ ICE ​ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວປະຈໍາວັນ ທີ່ທໍານຽບຂາວ ໃນວັນທີ 27 ກໍລະກົດ, 2017.
ທ່ານ ​ໂທ​ມັສ ​ໂຮ​ແມນ (Thomas Homan) ຮອງ​ຫົວໜ້າອົງການ ICE ​ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວປະຈໍາວັນ ທີ່ທໍານຽບຂາວ ໃນວັນທີ 27 ກໍລະກົດ, 2017.

ອະ​ດີດ​ເຈົ້າໜ້າທີ່​ກວດ​ຄົນ​ເຂົ້າ​ເມືອງຄົນນຶ່ງ ຮັບ​ສາລະພາບ​ຜິດ ​ໃນ​ວັນ​ພະຫັດ​ວານ​ນີ້
ວ່າ ​ໄດ້​ລັກ​ເອົາ​ສິ່ງຕ່າງໆ​ທີ່ເປັນຂໍ້​ມູນປະ​ຈໍາ​ຕົວ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ
ທີ່​ກໍາລັງ​ລໍ​ຖ້າ​ການ​ເນລະ​ເທດຢູ່ນັ້ນ​ ​ເພື່ອໄປ​ຢືມ​ເງິນແລະ​ຂໍບັດສິນເຊື່ອຫຼືບັດ​ເຄຣດິດ.

ທ່ານ Raphael Sanchez ​ເປັນ​ຫົວໜ້າທີ່ປຶກສາ​ປະ​ຈໍາ​ຫ້ອງການ​ກວດ​ຄົນ​ເຂົ້າ​ເມືອງ
​ແລະ​ພາສີ ຫລື ICE. ລາວ​ຮັບຜິດຊອບ ​ໃນ​ການ​ເນລະ​ເທດ​ ພວກທີ່ບໍ່ມີເອກກະສານ
​ຢູ່​ທີ່ລັດອາແ​ຄນ​ຊໍ, ​ໄອ​ດາ​ໂຮ, ອໍເຣກອນ ​ແລະ​ວໍ​ຊິງ​ຕັນ.

ທ່ານ Sanchez ໄດ້​ຖືກ​ກ່າວ​ຫາວ່າ​ ໃຊ້​ຊື່​ຂອງ​ພວກຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ 7 ຄົນ
ທີ່​ມີກໍານົດ​ວ່າ​ຈະ​ຖືກ​ເນລະ​ເທດ. ລາວ​ໄດ້​ໃຊ້​ສິ່ງ​ທີ່ເປັນຂໍ້​ມູນປະ​ຈໍາ​ຕົວ​ທີ່​ຂີ້ລັກ​ເອົາ​ນັ້ນ
​ໄປ​ຂໍ​ເອົາ​ບັດ​ສິນເຊື່ອ​ແລະ​ຢືມ​ເງິນ​ ​ເພື່ອຈ່າຍ​ຄ່າສິນຄ້າ​ແລະ​ການບໍລິການ​ໃຫ້ສ່ວນ​ຕົວ
ທີ່​ມີ​ມູນ​ຄ່າ​ເກືອບ​ 200,000 ​ໂດ​ລາ.

ທ່ານ Sanchez ຍັງ​ໄດ້ອ້າງ​ເອົາພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍສາມ​ຄົນ ເປັນ​ຜູ້​ຢູ່​ໃນ
​ການ​ອຸປະຖໍາຂອງ​ຕົນ​ເວລາເຮັດລາຍ​ງານເລື່ອງພາສີ ​ເພື່ອເຮັດ​ໃຫ້​ຕົນ​ເອງ​ໄດ້​ເສຍ​ພາສີໜ້ອຍລົງ ​ແລະ​ໄດ້​ຮັບການ​ຊ່ວຍ​ເຫລືອ​ອື່ນໆ.

ທ່ານ ​ໂທ​ມັສ ​ໂຮ​ແມນ (Thomas Homan) ຮອງ​ຫົວໜ້າອົງການ ICE ​ເວົ້າ​ໃນ​ວັນ​
ພະຫັດ​ວານ​ນີ້ວ່າ "ຢູ່ໃນ​ບັນດາກົດຄວາມ​ເຊື່ອ​ຫລັກທີ່​ສູງ​ສຸດຂອງ​ອົງການ ICE ​ນັ້ນ
​ຄວາມ​ຊື່ສັດ​ຕໍ່ໜ້າທີ່ ທີ່ພະນັກງານ​ຂອງ​ພວກ​ເຮົາ​ຕ້ອງ​ໄດ້ຖື​ເອົາ​ຄວາມ​ຊື່ສັດ ​ແລະ​ການ​ປະຕິບັດງານ​ຢ່າງ​ມີ​ວິຊາ​ການ​ ເປັນລະດັບ​ມາດຕະຖານ​ສູງ​ສຸດຂອງ​ຕົນ ​ແມ່ນຫລັກ
ການ​ທີ່​ຢູ່​ສູງ​ກວ່າໝູ່​ເລີຍ."

ທ່ານ ​ໂຮ​ແມນ​ກ່າວ​ອີກ​ວ່າ ທ່ານ​ຮູ້ສຶກ​ "ຕົກ​ໃຈ" ຕໍ່ການ​ກະທໍາ​ຜິດ​ທາງ​ອາຍາ​ຂອງ​ທ່ານ Sanchez.

ມີ​ກໍານົດ​ວ່າ ທ່ານ Sanchez ຈະ​ຖືກ​ຕັດສິນ​ລົງ​ໂທດ​ ​ໃນ​ເດືອນ​ພຶດສະພານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG