ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໝາຍໃໝ່ ຂອງລັດ ອາຣີໂຊນາ


ປະທານາທິບໍດີ ສະຫະຣັດ ທ່ານບາຣັກ ໂອບາມາ ໄດ້ຕຳ ໜິຕິຕຽນ ຢ່າງແຮງ ຕໍ່ກົດໝາຍ ວ່າດ້ວຍ ຄົນເຂົ້າເມືອງ ທີ່ເຄັ່ງຄັດ ສະບັບໃໝ່ ຂອງຣັດ ອາຣີໂຊນາ ທີ່ຫາກໍ ໄດ້ມີການເຊັນກັນ ໃນມື້ວັນສຸກວານນີ້. ທ່ານໂອບາມາ ເວົ້າວ່າ ກົດໝາຍ ຊຶ່ງໄດ້ລະບຸວ່າ ມັນເປັນຄວາມຜິດ ທາງອາຍາ ພາຍໃຕ້ ກົດໝາຍຂອງລັດ ທີ່ພວກຄົນເຂົ້າເມືອງ ໄດ້ເຂົ້າມາຢູ່ ໃນສະຫະລັດ ແບບຜິດກົດໝາຍນັ້ນ ແມ່ນເປັນໄພຂົ່ມຂູ່ ທີ່ຈະບ່ອນທຳລາຍ ຕໍ່ພື້ນຖານ ໃນຄວາມນຶກຄິດ ກ່ຽວກັບ ຄວາມຍຸຕິທຳ ທີ່ຊາວອະເມຣິກັນ ເທີດທູນ ທະນຸຖະໜອມນັ້ນ. ຮວມຢູ່ໃນ ບັນດາມາຕະການຕ່າງໆນັ້ນ ກົດໝາຍໃໝ່ ບັງຄັບໃຫ້ ພວກຄົນເຂົ້າເມືອງ ຢູ່ລັດອາຣີໂຊນາ ຖືເອກກະສານຈົດທະບຽນ ຕິດໂຕຢູ່ທຸກເວລາ ແລະບັງຄັບໃຫ້ ຕຳຫລວດ ໃນລັດດັ່ງກ່າວ ສອບຖາມ ຜູ້ຄົນໄດ້ ຖ້າຫາກມີເຫດຜົນ ທີ່ພາໃຫ້ເຊື່ອວ່າ ພວກກ່ຽວ ເປັນຄົນເຂົ້າເມືອງ ຜິດກົດໝາຍ. ຜູ້ປົກຄອງ ລັດອາຣີໂຊນາ ທ່ານນາງ JAN BREWER ທີ່ໄດ້ລົງນາມ ໃນຮ່າງກົດໝາຍ ສະບັບດັ່ງກ່າວ ໃນມື້ວານນີ້ ເວົ້າວ່າ ມັນຈະໃຫ້ ການປົກປ້ອງຄຸ້ມຄອງ ປະຊາຊົນ ໃນລັດອາຣີໂຊນາ ຈາກການກໍ່ ອາຊະຍາກຳ ໃນເມັກຊິໂກ ທີ່ພວມເພີ້ມ ທະວີຂຶ້ນນັ້ນ. ສ່ວນພວກຄັດຄ້ານ ຕໍ່ກົດໝາຍສະບັບນີ້ ເວົ້າວ່າ ມັນຈະພາໃຫ້ເກີດ ທ່າທີຈຳແນກຕໍ່ກຸ່ມຄົນ ທາງດ້ານເຊື້ອຊາດຜິວພັນ ໂດຍບັງຄັບ ໃຫ້ຕຳຫລວດ ປະຕິບັດຕໍ່ຜູ້ຄົນ ຍ້ອນຜິວພັນ ຫລືເຊື້ອຊາດ ໂດຍພື້ນຖານ ຂອງພວກເຂົາເຈົ້າ. ທ່ານໂອບາມາ ກ່າວວ່າ ທ່ານໄດ້ສັ່ງໃຫ້ ລັດຖະບານຂອງທ່ານ ກວດສອບເບິ່ງວ່າ ກົດໝາຍດັ່ງກ່າວ ຂອງລັດອາຣີໂຊນາ ຖືກຕ້ອງ ຕາມກົດໝາຍ ຂອງສະຫະລັດ ຫລືບໍ່.

XS
SM
MD
LG