ສະຫະລັດ ໄດ້ກ່າວໃນວັນເສົາວານນີ້ວ່າ ຕົນໄດ້ສືບຕໍ່ຮັບເອົາຄຳຮ້ອງທີ່ອະນຸຍາດໃຫ້
ໂຄງການເລື່ອນເວລາແກ່ພວກເດັກນ້ອຍເຂົ້າມາໃນປະເທດນີ້ທີ່ເອີ້ນວ່າ ດາກາ ນັ້ນ
ໃຫ້ຄືນໄດ້.
ຄຳປະກາດຂອງ ພະແນກຄົນເຂົ້າເມືອງ ແລະໂອນສັນຊາດຂອງ ສະຫະລັດ ໄດ້ມີຂຶ້ນ
ລຸນຫຼັງຫົວໜ້າສານທ່ານນຶ່ງໄດ້ໂຈະໄວ້ຊົ່ວຄາວ ການຕັດສິນໃຈຂອງປະທານາທິບໍດີ
ດໍໂນລ ທຣຳ ທີ່ໃຫ້ຍົກເລີກ ໂຄງການດັ່ງກ່າວໃນທ້າຍປີກາຍນີ້. ອົງການທີ່ວ່ານັ້ນ ໄດ້
ເວົ້າຢູ່ຖະແຫຼງການຂອງຕົນໃນເວັບໄຊທ໌ວ່າ “ ...ຈົນກວ່າຈະມີຄຳສັ່ງໃໝ່ອອກມາ
ນະໂຍບາຍກ່ຽວກັບ ດາກາ ຈະດຳເນີນໄປຕາມເງື່ອນໄຂເດີມ ກ່ອນມັນຈະຖືກງົດໃນ
ວັນທີ 5 ກັນຍາ ປີ 2017 ນັ້ນ.”
ຖະແຫຼງການດັ່ງກ່າວເວົ້າວ່າ ຄົນພວກຜູ້ທິີ່ໄດ້ຮັບອະນຸຍາດພາຍໃຕ້ໂຄງການເລື່ອນ
ເວລາ ດາກາ ທັງຫຼາຍອາດສາມາດຍື່ນຄຳຮ້ອງຂໍຄືນໃໝ່ໄດ້ ແຕ່ກໍຕື່ມໃສ່ວ່າ ທາງ
ອົງການຈະບໍ່ຮັບເອົາຄຳຮ້ອງຈາກຜູ້ໃດ ທີ່ບໍ່ເຄີຍໄດ້ຮັບອະນຸຍາດພາຍໃຕ້ໂຄງການ
ດາກາ ມາກ່ອນເລີຍ.
ໂຄງການເລື່ອນເວລາໃນ ດາກາ ອະນຸຍາດໄຫ້ພວກໄອຍະການທັງຫຼາຍພາກັນໃຊ້
ການວິນິດໃສຂອງຕົນເອງ ໃນການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ.
ໃນເດືອນກັນຍາ ປີ 2017 ປະທະນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ລົບລ້າງ
ໂຄງການ ດາກາ ທີ່ໄດ້ຖືກຈັດຕັ້ງຂຶ້ນມາໂດຍອະດີດ ປະທານາທິບໍດີ ບາຣັກ ໂອບາມາ
ເພື່ອປ້ອງກັນ ພວກຄົນເຂົ້າເມືອງເກືອບ 800,000 ຄົນ ທີ່ຖືກນຳເອົາເຂົ້າມາໃນ
ສະຫະລັດ ເວລາຍັງເປັນເດັກນ້ອຍຢູ່ ແລ້ວໃຊ້ຊີວິດຢູ່ຕໍ່ຢ່າງຜິດກົດໝາຍ ບໍ່ໃຫ້ຖືກເນ
ລະເທດ. ໂຄງການ ດາກາ ອະນຸຍາດໃຫ້ພວກເຂົາເຈົ້າຢູ່ໄດ້, ເຮັດວຽກໄດ້ ແລະ ເຂົ້າ
ໂຮງຮຽນຢູ່ໃນ ສະຫະລັດ. ພວກຊາວໜຸ່ມເຫຼົ່ານີ້ຫຼາຍຄົນ ຊຶ່ງມັກຖືກເອີ້ນກັນວ່າ ພວກ
ນັກຝັນນັ້ນຮູ້ແຕ່ວ່າ ສະຫະລັດ ບ່ອນດຽວເທົ່ານັ້ນ ທີ່ເປັນບ້ານເກີດເມືອງນອນຂອງ
ເຂົາເຈົ້າ.
ໃນການປະກາດຍົກເລີກ ໂຄງການດັ່ງກ່າວນັ້ນ ທ່ານ ທຣຳ ໄດ້ໃຫ້ເວລາແກ່ ສະພາ
ໄປຈົນເຖິງວັນທີ 5 ມີນາ ເພື່ອໃຫ້ຕົກລົງກັນ ກ່ຽວກົດໝາຍທີ່ຈະມີຄຸນຄ່າເທົ່າທຽມກັນ
ເພື່ອປ້ອງກັນເຂົາເຈົ້າ ທີ່ອະນຸຍາດໃຫ້ຢູ່ ພາຍໃຕ້ ໂຄງການ ດາກາ.