ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາຄົນເຂົ້າເມືອງໃໝ່ຢູ່ Silicon Valley ສ່ຽງຕໍ່ການເລີ້ມລົງທຶນອຸດສາຫະກຳ ແລະປະສົບຜົນສຳເລັດ


Immigrants Successful in Silicon Valley’s Venture Capital & Start-up Industry
please wait

No media source currently available

0:00 0:02:23 0:00

Immigrants Successful in Silicon Valley’s Venture Capital & Start-up Industry

​ເຂດ​ ​Silicon Valley ຢູ່ລັດ California ທີ່ຮູ້​ກັນ​ດີ​ວ່າ ​ເປັນສູນ​ກາງ​ນະ​ວັດຕະ​ກໍາ​ເທັ​ກ​ໂນ​ໂລ​ຈີຂອງ​ໂລກ​ນັ້ນ ຍັງ​ເປັນ​ບ່ອນ​ທີ່ສະ​ແດງ​ໃຫ້​ເຫັນ​ເຖິງ​ເລື່ອງລາວ​ໃນ​ການ​ປະສົບຜົນສຳ​ເລັດ ຂອງ​ພວກ​ຄົນ​ເຂົ້າ​ເມືອງ. ໃນປີ 2013 ສອງ​ບໍລິ​ສັດທີ່​ເລີ້ມ​ຕົ້ນໃໝ່ໂດຍພວກ​ຄົນ​ເຂົ້າ​ເມືອງ ​ແມ່ນຮວມຢູ່ໃນຫ້າບໍລິສັດໃຫ້​ເງິນ​ກູ້​ຢືມ​ ທີ່​ໃຫຍ່​ທີ່​ສຸດ ​ໃນ​ເຂດ​ Silicon Valley ແລະປັດຈຸບັນນີ້ ເຂົາເຈົ້າ​ໄດ້​ກາຍ​ເປັນ​ຜູ້ທີ່​ມີ​ການຈັດຕັ້ງເຂັ້ມແຂງ​ແລ້ວ. Saquib Ui Islam ຈະ​ພາ​ທ່ານ​ສຳ​ຫຼວດເບິ່ງວ່າ ພວກທີ່ມາຮອດອາ​ເມຣິກາໃໝ່ໆເຫລົ່ານີ້ ປະສົບຜົນ ສຳເລັດ​ໄດ້​ແນວ​ໃດ ​ໃນອຸດສາຫະກໍາເທັກໂນໂລຈີ ທີ່​ມີ​ການ​ແຂ່ງຂັນ​ກັນນັ້ນ. ກິ່ງ​ສະຫວັນ ມີ​ລາຍ​ລະ ອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ເຂດ​ Silicon Valley ໃນລັດ California ເປັນເວທີຫັນປ່ຽນຄວາມຝັນໃຫ້ກາຍເປັນ ຄວາມຈິງ. ສຳລັບພວກ​ຄົນ​ເຂົ້າ​ເມືອງ ຫລາຍຄົນ​ແລ້ວ ພຽງແຕ່ວ່າມາເຖິງສະຫະລັດກໍ​ແມ່ນເປົ້າໝາຍ​ຂອງ​ເຂົາ​ເຈົ້າ. ​ແຕ່​ສຳລັບ​ຄົນອື່ນໆນັ້ນ ຍັງ​ມີ ​ຄວາມ​ໄຝ່ຝັນໃຫຍ່​ໄປກວ່າ ນັ້ນອີກ.

ທ່ານ Qasar Younis ທີ່ປາກ​ພາສາ​ປັນ​ຈາບ ແມ່ນໂຕຢ່າງຄົນນຶ່ງ. ປັດຈຸບັນນີ້ລາວເປັນ ເຈົ້າໜ້າທີ່ ຫົວໜ້າບໍລິຫານບໍລິສັດ​ໃຫ້​ເງິນ​ກູ້​ຢືມທີ່ໃຫຍ່ສຸດຢູ່ໃນ​ເຂດ Silicon Valley ຄື​ບໍລິສັດ Y Combinator. ແຕ່ວ່າ​ໃນ​ເມື່ອ​ກ່ອນ ທ່ານເຄີຍເປັນພຽງເດັກນ້ອຍຄົນນຶ່ງ ທີ່ ມາຈາກບ້ານ ທີ່ຢູ່ໂດດດ່ຽວຫ່າງ​ໄກ ໃນ​ແຂວງ​ປັນ ຈາບ ປະເທດປາກິສຖານ. ທ່ານ Younis ກ່າວວ່າ ລາວຮູ້ຢູ່ສະເໝີວ່າລາວສາ ມາດກາຍ​ເປັນ​ບຸກຄົນ​ສຳຄັນ ຢູ່ທີ່ເຂດ​ Silicon Valley.

ທ່ານ Younis ກ່າວວ່າ “ຂ້າພະເຈົ້າຄິດວ່າ ​ເຂດ Silicon Valley ​ເປັນພາກສ່ວນນຶ່ງທີ່​ແຕກ​ຕ່າງ​ຂອງ​ປະສົບ​ພະກາ​ນຂ້າພະເຈົ້າ ນອກເໜືອໄປຈາກອາເມຣິກາ ແລະຖ້າຫາກ ທ່ານເບິ່ງຄືນ​ໄປ​ຍັງ​ເຂດ Silicon Valley ແລ້ວຫລາຍກວ່າເຄິ່ງນຶ່ງຂອງບັນດາບໍລິສັດ ຢູ່ໃນ​ເຂດ Silcon Valley ​ແມ່ນຕັ້ງຂຶ້ນມາໂດຍພວກ​ຄົນ​ເຂົ້າ​ເມືອງ.”

ຄັ້ງນຶ່ງ ທ່ານກໍ​ເຄີຍເປັນ​ເຈົ້າຂອງ​ບໍລິສັດ​ທີ່​ຕັ້ງ​ໃໝ່ ຊຶ່ງ​ຕ້ອງການທຶນ​ເພື່ອ​ບໍລິຫານທຸລະກິດ ຕົນເອງ ​ໃນ​ເວລາ​ນີ້ ທ່ານ Younis ເປັນຫົ​ວໜ້າບໍລິຫານຂອງບໍລິສັດ Y Combinator ທີ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ບໍລິສັດ​ຕັ້ງ​ໃ​ໝ່ ຂະຫຍາຍ​ທຸລະ​ກິດ ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Younis ເປັນຜູ້​ໃຫ້​ເງິນ​ກູ້​ຢືມ​ໃນ​ການ​ຕັ້ງບໍລິສັດ​ທີ່​ມີ​ຄວາມ​ສ່ຽງ ເປັນນັກລົງທຶນຜູ້ທີ່ ເຊື່ອວ່າບໍລິສັດ​ທີ່​ຕັ້ງ​ໃໝ່ຈະປະສົບຜົນສຳເລັດແລະໃຫ້​ເງິນ​ກູ້ຢືມ​ເພື່ອ ​ແລກປ່ຽນ​ກັບ​ການ​ມີ​ຮຸ້ນ​ສ່ວນ​ຢູ່​ໃນ​ບໍລິສັດ​ທີ່​ຕັ້ງ​ໃ​ໝ່. ທ່ານ Younis ທີ່​ເລີ້ມຈາກ ການ​ເປັນ​ເຈົ້າຂອງ​ບໍລິສັດ​ທີ່​ຕັ້ງ​ໃໝ່ມາເປັນຜູ້​ໃຫ້​ເງິນ​ກູ້​ຢືມ​ແບບ​ມີ​ຄວາມ​ສ່ຽງ ແຕ່ວ່າ ຊາວປາກິສຖານອີກຄົນນຶ່ງ ທ່ານ Dilawar Sayed ​ແມ່ນໄດ້ເຮັດ​ໃນ​ອີກ ທາງນຶ່ງ​ທີ່​ແຕກ​ຕ່າງ​ກັນ.

ບໍລິສັດ Freshdesk ແມ່ນບໍລິສັດຊອບ​ແວ ​ທີ່ໃຊ້ cloud ​ເປັນ​ຫລັກ ຊຶ່ງ​ມີ​ສຳ ນັກ​ງານ​ຢູ່ນະຄອນ San Francisco ​ໄດ້ຊ່ວຍບັນດາທຸລະກິດຕ່່າງໆບໍລິຫານງານ ຮັບໃຊ້ພວກ ລູກຄ້າຂອງ​ຕົນ.ທ່ານ Dilawar Sayed ປະທານຂອງ​ບໍລິ ສັດ ກ່າວວ່າ ​ເຂດ Silicon Valley ​ແມ່ນ​ມີ​ຄວາມ​ສຳຄັນໄປກວ່າທີ່ຕັ້ງ ມັນເປັນໝາກຫົວໃຈ ທີ່ໃຫ້ໂອກາດອັນໃຫຍ່ ແກ່ພວກ​ຄົນ​ເຂົ້າ​ເມືອງ.

ທ່ານ Sayed ກ່າວວ່າ “ຂ້າພະເຈົ້າຄິດວ່າ ​ເຂດ Silicon Valley ​ແມ່ນ​ແຕກຕ່າງ ເພາະ ວ່າຢູ່ໃນລະບົບທີ່​ສະທ້ອນ ມີສ່ວນຊ່ວຍໃຫ້ຄົນພັດທະນາເຂົາເຈົ້າເອງ ຊຸກຍູ້ໃຫ້ເຂົເຈົ້າຮັບ​ເອົາ​ຄວາມສ່ຽງ ມັກລົ້ມແຫລວຢູ່​ເລື້ອຍໆ ​ແລະ​ຫຼັງຈາກ​ນັ້ນກໍມັກ
ຈະປະສົບກັບຜົນສຳ ເລັດ ​ໃນ​ແບບ​ທີ່​ໂດ່​ງດັງ​ເປັນ​ພິ​ເສດ.”

ເພາະສະນັ້ນມີຫຍັງລີ້ລັບຢູ່ເບື້ອງຫລັງ ທີ່ເຮັດໃຫ້ຍິ່ງມີ​ການ​ປະສົບ​ຄວາມ​ສຳ​ເລັດຢ່າງ ໃຫຍ່ໃນ​ເຂດ Silicon Valley?

ທ່ານ Dilawar ກ່າວວ່າ “ຮັບເອົາການສ່ຽງ ແລະຢ່າຢ້ານກົວ ຕໍ່ການລົ້ມແຫລວ.”

ທ່ານ Younis ກ່າວວ່າ “ນຶ່ງ ເປັນນັກວິສະວະກອນ ສອງເລີ້ມຢ່າງໃດຢ່າງ ນຶ່ງດ້ວຍ​ຕົວ​ທ່ານ​ເອງ ແທນທີ່ຈະເຮັດວຽກໃຫ້ແກ່ຄົນ​ອື່ນ.”

ເລື່ອງຂອງຜູ້ສຳເລັດສອງຄົນນີ້ຢູ່​ເຂດ Silicon Valley ຫວັງວ່າຈະກະຕຸ້ນໃຈໃຫ້ແກ່ພວກ​ນັກ​ວິ​ສາ​ຫະກິດລຸ້ນຕໍ່ໆໄປ.

XS
SM
MD
LG