ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄອບຄົວ ຄົນເຂົ້າເມືອງ ຜິດກົດໝາຍ ອາດຖືກ ນຳໄປພັກ ຢູ່ຖານທັບຕ່າງໆ ຂອງ ສຫລ


ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທີ່ທຳນຽບຫ້າແຈ ຫຼື Pentagon, ວັນທີ 20 ມິຖຸນາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທີ່ທຳນຽບຫ້າແຈ ຫຼື Pentagon, ວັນທີ 20 ມິຖຸນາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ກອງທັບສະຫະລັດ ກຽມພ້ອມທີ່ຈະສະໜອງບ່ອນພັກອາໄສ ໃຫ້ແກ່ພວກຜູ້ຊາຍ ແມ່ຍິງ
ແລະເດັກນ້ອຍ ທີ່ໄດ້ຖືກຄວບຄຸມໂຕ ໃນຂະນະທີ່ພະຍາຍາມເຂົ້າປະເທດ ຢ່າງຜິດກົດ
ໝາຍ ຢູ່ຕາມເຂດຊາຍແດນ ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ.

ດຳລັດທີ່ໄດ້ເຊັນໂດຍ ປະທານາທິບໍດີ ດໍໂນລ ທຣຳ ເມື່ອວັນພຸດວານນີ້ ຮຽກຮ້ອງໃຫ້
ລັດຖະມົນຕີປ້ອງກັນປະເທດ “ເອົາທຸກມາດຕະການທີ່ມີຢູ່ ຢ່າງຖືກຕ້ອງຕາມກົດໝາຍ”
ເພື່ອສະໜອງທີ່ພັກອາໄສ ແກ່ພວກຄົນເຂົ້າເມືອງທັງຫຼາຍ ບໍ່ວ່າ ຈະຢູ່ສະຖານທີ່ ທີ່ມີຢູ່
ແລ້ວ ຫຼືສະຖານທີ່ ທີ່ປຸກສ້າງຂຶ້ນໃໝ່ ຖ້າຫາກວ່າມີຄວາມຕ້ອງການ.

“ພວກເຮົາສະໜັບສະໜູນ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ສະຫະລັດ
ຫຼື DHS”
ທ່ານແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນໜ້ານີ້ໃນມື້ດຽວກັນ ກ່ອນທີ່
ທ່ານຈະໄປປະຊຸມຢູ່ທີ່ ທຳນຽບຫ້າແຈ ກັບລັດຖະມົນຕີປ້ອງກັນປະເທດຂອງເຢຍຣະມັນ.

ທ່ານ ໄດ້ເວົ້າຕື່ມວ່າ “ອັນນີ້ ເປັນການນຳພາຂອງພວກເຂົາເຈົ້າ. ພວກເຮົາຈະຕອບ
ສະໜອງ ຖ້າຮ້ອງຂໍມາ.”

ຖານທັບ 3 ແຫ່ງຢູ່ໃນລັດເທັກຊັສ ແລະອີກນຶ່ງແຫ່ງ ໃນລັດ ອາແຄນຊໍ ແມ່ນພ້ອມແລ້ວ
ແລະກຳລັງຖືກພິຈາລະນາ ເບິ່ງຄວາມເປັນໄປໄດ້ເຖິງສະຖານທີ່ຕັ້ງຂອງມັນ ເພື່ອເປັນ
ບ່ອນພັກອາໄສ ແກ່ພວກເດັກນ້ອຍ ທີ່ຖືກຄວບຄຸມໂຕ ຢູ່ເຂດຊາຍແດນ.

ບັນດາເຈົ້າໜ້າທີ່ ທຳນຽບຫ້າແຈ ກ່າວວ່າ ເຖິງເວລານີ້ ສະຖານທີ່ ຢູ່ຖານທັບ ຟອຣ໌ຕ
ບລິສ (Bliss) ຖານທັບອາກາດ ດາຍແອັສ (Dyess) ແລະຖານທັບອາກາດ
ກູດແຟລໂລ (Goodfellow) ໃນລັດເທັກຊັສ ແລະ ຢູ່ຖານທັບອາ ກາດລິດໂຕ ຣັອກ
(Little Rock) ໃນລັດ ອາແຄນຊໍ ໄດ້ພຽງແຕ່ຖືກປະເມີນ ໃຫ້ເປັນສະຖານທີ່ ທີ່ອາດ
ເປັນໄປໄດ້ ແລະອັນນັ້ນ ກໍຍັງບໍ່ເປັນການກຳນົດຂັ້ນສຸດທ້າຍເທື່ອ.

ພວກເພິ່ນຍັງກ່າວອີກວ່າ ຖ້າສະຖານທີ່ກ່າວເຫຼົ່ານັ້ນ ໄດ້ຖືກນຳໃຊ້ ກອງທັບ ຈະບໍ່ຮັບ
ຜິດຊອບ ໃນການສະໜອງດ້ານຄວາມປອດໄພ ຫຼື ດ້ານບໍລິການອື່ນໆ.

ທ່ານແມັດຕິສ ໄດ້ໃຫ້ຂໍ້ສັງເກດວ່າ ອັນນີ້ ບໍ່ແມ່ນຄັ້ງທຳອິດ ທີ່ກອງທັບ ໄດ້ຖືກຮ້ອງຂໍ
ໃຫ້ຊ່ອຍ ໃນການສະໜອງບ່ອນພັກອາໄສ ໃຫ້ແກ່ພົນລະເຮືອນ.

“ພວກເຮົາໄດ້ໃຫ້ບ່ອນພັກອາໄສ ແກ່ພວກອົບພະຍົບ. ພວກເຮົາໄດ້ໃຫ້ບ່ອນພັກ
ອາໄສ ແກ່ພວກຄົນ ທີ່ຖືກຍົກຍ້າຍອອກຈາກເຮືອນຊານຂອງເຂົາເຈົ້າ ຍ້ອນໄພ
ແຜ່ນດິນໄຫວ ແລະ ພາຍຸເຮີຣີເຄນ”
ທ່ານແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານ
ກ່າວຕໍ່ໄປວ່າ “ພວກເຮົາຈະເຮັດທຸກສິ່ງທຸກຢ່າງ ທີ່ເປັນຜົນປະໂຫຍດສູງສຸດ ແກ່
ປະເທດຊາດ.”

ທຳນຽບຫ້າແຈ ບໍ່ໄດ້ມີບົດບາດໂດຍກົງ ໃນການແກ້ໄຂສະຖານະການ ຢູ່ຕາມຊາຍແດນ
ຂອງປະເທດ ທີ່ຕິດກັບປະເທດເມັກຊິໂກ ແຕ່ກໍໄດ້ອຳນວຍຄວາມສະດວກ ໃນການສົ່ງ
ກຳລັງ ພິທັກຊາດ ຫຼື National Guard ໄປປະຈຳການຢູ່ ເຂດຊາດແດນຂອງແຕ່ລະລັດ.

US Immigration
please wait
Embed

No media source currently available

0:00 0:01:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG