ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຽງບັນທຶກ ທີ່ຮ້ອງໄຫ້ ຂອງພວກເດັກນ້ອຍ ຢູ່ຊາຍແດນ ຖືກນຳອອກເຜີຍແຜ່


ສະມາຊິກຄົນນຶ່ງ ຂອງຂະບວນຄົນເຂົ້າເມືອງ ຈາກອາເມຣິກາກາງ ອູ້ມເດັກນ້ອຍ ຫຼຽວອອກໄປເບິ່ງຮົ້ວຢູ່ຊາຍແດນສະຫະລັດ.
ສະມາຊິກຄົນນຶ່ງ ຂອງຂະບວນຄົນເຂົ້າເມືອງ ຈາກອາເມຣິກາກາງ ອູ້ມເດັກນ້ອຍ ຫຼຽວອອກໄປເບິ່ງຮົ້ວຢູ່ຊາຍແດນສະຫະລັດ.

ສຽງບັນທຶກ​ທີ່​ນຳອອກ​ເຜີ​ຍ​ແຜ່ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຍິນ​ສຽງ​ພວກ​ເດັກນ້ອຍ​ພາ ກັນ​ຮ້ອງ​
ໄຫ້​ແລະ​ຮ້ອງຫາພໍ່ແມ່ຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ເຂົາເຈົ້າໄດ້​ຖືກແຍກ​ໂດຍ ພວກ​ເຈົ້າ​ໜ້າ​ທີ່​
ກວດ​ຄົນ​ເຂົ້າ​ເມືອງ ຢູ່ທີ່ເຂດ​ຊາຍ​ແດນທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ເຮັດ​ໃຫ້​ເກີດ​ຄວາມ
ໂກດ​ແຄ້ນ ຕໍ່​ຕ້ານ​ລັດຖະບານ ​ປະທານາທິບໍດີ ​ດໍໂນ​ລ ທຣໍາ​ແລະ​ນະ​ໂຍບາຍ​ໃໝ່ “ທີ່ບໍ່
ມີການຜ່ອນຜັນ ຫຼື zero tolerance” ​ຕໍ່ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ.

ສຽງ​ບັນທຶກທີ່ຍາວເກືອບ​ແປດ​ນາ​ທີ ໄດ້ນຳອອກ​ເຜີຍ​ແຜ່​ໂດຍ ​ໂປຣປາບລິ​ກາ ທີ່​ເປັນ
ເວັບໄຊທ໌ຂ່າວ ແລະການ​ສືບສວນອິດສະຫຼະ. ​ໂປຣປາບລິ​ກາ ກ່າວ​ວ່າ ​ຜູ້​ເປີດທີ່ບໍ່ຍອມ
ເປີດເຜີຍຊື່ ​ໄດ້ມອບສຽງ​ບັນທຶກ​ນີ້ ໃຫ້​ແກ່​ທະນາຍຄວາມ​ປົກ​ປ້ອງ​ສິດທິ​ພົນລະເມືອງ ຜູ້​
ທີ່ໄດ້​ນຳເອົາມາລົງ​ເວັບ​ໄຊທ໌.

ຮວມຢູ່​ໃນສຽງທີ່ໜ້າ​ລົບ​ກວນ ທີ່​ໄດ້​ຍິນ​ຢູ່​ໃນສຽງ​ບັນທຶກນັ້ນ​ແມ່ນ​ສຽງເດັກນ້ອຍ​ທີ່​ ​ໂປຣ
ປາບລິ​ກາ ລະບຸວ່່າ ​ເປັນ​ສຽງ​ເດັກນ້ອຍ​ແມ່ຍິງ​ອາຍຸ​ຫົກ​ປີ​ ຈາກ ​ແອ​ລຊາລ​ວາ​ດໍ ຮ້ອງຂໍ
​ໃຫ້​ເຈົ້າ​ໜ້າ​ທີ່​ເປັນ​ພາສາ​ສະ​ແປ​ນິສ ​ໃຫ້​ໂທລະ​ສັບ ຫາ​ປ້າ​ຂອງ​ລາວ​ມາ​ຮັບ​ເອົາລາວ
ອອກຈາກ​ສູນ​ກາງ​ກັກ​ຂັງ.

​ໃນ​ຕອນ​ນຶ່ງ​ຂອງສຽງ​ບັນທຶກ​ ຜູ້​ຊາຍ​ຄົນ​ນຶ່ງ​ ທີ່ລະບຸວ່າ​ເປັນ​ເຈົ້າ​ໜ້າ​ທີ່ຊາຍ​ແດນ ກ່າວ​
ເປັນ​ພາສາ​ສະ​ແປ​ນິສ ​ຕໍ່​ພວກ​ເດັກນ້ອຍ ​ທີ່​ພາກັນ​ຮ້ອງ​ໄຫ້ ນັ້ນ​ວ່າ “ດີ​ລະ ພວກ​ເຮົາ​ມີ
​ການ​ຮ້ອງ​ເພງ​ໝູ່​ຢູ່​ທີ່​ນີ້. ອັນທີ່​ຂາດ​ໄປ​ນັ້ນ ​ກໍ​ຄື​ດົນ​ຕີ.”

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ກ່າວປ້ອງ​ກັນ​ນະ​ໂຍບາຍ​ຂອງລັດຖະບານທ່ານ​ທີ່ບັງ
ຄັບ​ໃຫ້​ແຍກ​ພວກ​ເດັກນ້ອຍ ​ອອກ​ຈາກ​ພໍ່ແມ່ຢູ່ຊາຍ​ແດນ​ສະຫະລັດ ຕິດ​ກັບ​ເມັກ​ຊິ​ໂກ
​ ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ກ່າວ​ວ່າ “ສະຫະລັດຈະ​ບໍ່​ເປັນ​ສູນ​ພວກ​ຄົນ ເຂົ້າ​ເມືອງ ​ແລະ​
ຈະ​ບໍ່​ເປັນ​ສະຖານ​ທີ່ກັກຂັງ​ພວກ​ແກ່​ອົບ​ພະຍົບ.

ປະທາ​ນາ​ທິບໍດີ​ທຣໍາ ກ່າວ​ຢູ່​ຫ້ອງຕາ​ເວັນ​ອອກ​ຂອງ​ທຳນຽບຂາວ​ລະຫວ່າງ​ກອງ​ປະຊຸມ
​ສະພາ​ອະວະກາດແຫ່ງຊາດ ໂດຍ​ໄດ້​ເຕືອນ​ວ່າ “ສິ່ງ​ທີ່​ເກີດ​ຢູ່​ໃນ​ຢູ​ໂຣບ ພວກ​ເຮົາ​ບໍ່​ສາ
ມາດ​ອະນຸຍາດ​ໃຫ້​ເກີດ​ຂຶ້ນຢູ່ໃນ​ສະຫະລັດໄດ້ ບໍ່ແມ່ນພາຍໃຕ້ລັດ ຖະບານຂອງ​ຂ້າ
ພະ​ເຈົ້າ.”

ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ​ ​ໃນການ​ຂຽນ​ຂໍ້ຄວາມລົງ​ໃນທວິດ​ເຕີນັ້ນ ປະທານາທິບໍ
ດີ​ເວົ້າຢ່າງ​ຜິດພາດ​ໃນການເອົາເລື້ອງ​ຄົນ​ເຂົ້າເມືອງ​ຢູ່​ໃນ​ເຢຍຣະມັນໄປ ເຊື່ອມໂຍງ ໃສ່ອາຊະຍາກຳທີ່ເພີ້ມຂຶ້ນ. ຄວາມ​ຈິງ​ແລ້ວ ສະຖິຕິ​ເທື່ອຫ​ລ້າ​ສຸຸດ ຂອງລັດຖະບານ​ເຢຍຣະມັນສະ​ແດງ​ໃຫ້​ເຫັນວ່າ ລາຍງານການກໍ່ອາຊະຍາກຳນັ້ນ ແມ່ນ​ຕໍ່າ​ທີ່​ສຸດ
ໃນ​ຮອບ 30 ປີ.

​ພວກເດັກນ້ອຍ​ເກືອບ 2,000 ຄົນ​ໄດ້ຖືກ​ສົ່ງ​ໄປ​ກັກ​ຂັງ​ໄວ້​ຢູ່​ສູນຕ່າງ​ໆ ຫຼື​ບ່ອນ​ເບິ່ງ​

ແຍງເດັກນ້ອຍ​ ນັບແຕ່​ກາງ​ເດືອນ​ເມສາ ຫາ​ທ້າຍ​ເດືອນ​ພຶດສະພາ ອີງ​ຕາມ​ບັນດາ​
ເຈົ້າ​ໜ້າ​ທີ່​ລັດຖະບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Immigration Children
please wait

No media source currently available

0:00 0:01:40 0:00

XS
SM
MD
LG