ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດໂລກ ຈະຂະຫຍາຍໂຕ ຊ້າເກີນຄາດໃນປີໜ້າ


ທ່ານ Olivier Blanchard ຫົວໜ້າຝ່າຍເສດຖະກິດ ປະຈໍາ ກອງທຶນສາກົນ ຫລື IMF
ທ່ານ Olivier Blanchard ຫົວໜ້າຝ່າຍເສດຖະກິດ ປະຈໍາ ກອງທຶນສາກົນ ຫລື IMF

ກອງທຶນສາກົນ ຫລື IMF ເວົ້າວ່າການຂະຫຍາຍຕົວຂອງເສດຖະກິດໂລກໃນປີ 2011 ນີ້ ມີແນວໂນ້ມວ່າຈະຊ້າກວ່າທີ່ໄດ້ຄາດຄະເນໄວ້ ໃນເມື່ອກ່ອນ ຍ້ອນວ່າພວກປະເທດທີ່ພັດທະ ນາແລ້ວນັ້ນ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງເສດຖະກິດຢູ່. ເຖິງແມ່ນວ່າ ການຂະ ຫຍາຍໂຕໄວກວ່າຢູ່ໃນບັນດາເສດຖະກິດທີ່ພວມໂຜ່ຕົວຂຶ້ນມານັ້ນ ຄາດກັນວ່າ ຈະຊົດເຊີຍ ຄວາມຝືດເຄືອງ ຢູ່ໃນພວກປະເທດທີ່ຈະເລີນແລ້ວກໍຕາມ ແຕ່ອົງການ IMF ກໍເຕືອນວ່າ ຫລາຍໆປະເທດ ເຊັ່ນຈີນນັ້ນ ຍັງຄົງກາງຕໍ່ເພິ່ງພາ ການສົ່ງອອກຫລາຍເກີນໄປຢູ່.

ເຖິງແມ່ນວ່າ ຈະມີການເຕີບໂຕຢ່າງຝືດ​ເຄືອງຢູ່ໃນສະຫະ​ລັດ ແລະປະເທດທີ່ຮັ່ງມີໃນຢູ​ໂຣບ ກໍ​ຕາມ ກອງ​ທຶນ​ສາກົນ ຫລື IMF ​ກໍ​ທໍານາຍວ່າ ເສດຖະກິດໂລກຈະ​ເຕິ​ບໂຕຂຶ້ນ​ໃນ​ອັດຕາ 4.8 ເປີເຊັນໃນປີນີ້, ​ໂດຍ​ຄາດ​ວ່າຕົວເລກດັ່ງກ່າວຈະຫລຸດ​ຕໍ່າລົງ ໃນປີ 2011.

ທ່ານ Olivier Blanchard ທີ່ປຶກສາດ້ານເສດຖະກິດຂອງ IMF ກ່າວວ່າ ການເຕີບໂຕ ສ່ວນໃຫຍ່​ແມ່ນຈະມາຈາກບັນດາ ເສດຖະກິດທີ່ຫາກໍ່​ໂຜ່​ຕົວຂຶ້ນໃໝ່ໂດຍສະເພາະໃນພາກ ພື້ນ ເອເຊຍ ຊຶ່ງທ່ານ​ກ່າວ​ວ່າ:

"ການຄາດຄະເນຂອງພວກເຮົາ ສໍາລັບພວກປະເທດທີ່ກໍາລັງໂຜ່ໂຕຂື້ນມາດ້ານ
ເສດຖະກິດ ແລະທີ່ກໍາລັງພັດທະນາທັງຫລາຍ ໂດຍລວມແລ້ວ ແມ່ນ 7.1 ເປີ
ເຊັນ ສໍາລັບປີ 2010 ແລະ 6.4 ເປີເຊັນ ສໍາລັບປີ 2011. ສ່ວນສໍາລັບຂົງເຂດ
ເອເຊຍທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາ ພວກເຮົາທໍານາຍ​ວ່າ ການເຕີບໂຕໃນຂົງເຂດ
ເອເຊຍ ທີ່ກໍາລັງໂຜ່ໂຕນັ້ນ ຈະສູງ​ຮອດ 9.4 ເປີເຊັນໃນປີນີ້ແລະ 8.4 ເປີເຊັນ ໃນປີໜ້າ."

ກໍາມະກອນໂຮງງານຕັດຫຍິບຈີນ ແຫ່ງນຶ່ງທີ່ສົ່ງສິນຄ້າອອກ ໄປຂາຍ ໃນຢູໂຣບ ແລະ ສະຫະລັດ (AP Photo)
ກໍາມະກອນໂຮງງານຕັດຫຍິບຈີນ ແຫ່ງນຶ່ງທີ່ສົ່ງສິນຄ້າອອກ ໄປຂາຍ ໃນຢູໂຣບ ແລະ ສະຫະລັດ (AP Photo)

ເພື່ອຈະ​ເຮັດ​ໃຫ້ສິ່ງທີ່ທ່ານ​ເອີ້ນວ່າ ການຟື້ນຕົວຄືນທີ່ບໍ່ທົ່ວ
ເຖິງ​ກັນແລະບອບ​ບາງ​ນັ້ນ ຍັ້ງຍືນຢູ່ໄດ້ ທ່ານ Blanchard
ແນະນໍາວ່າ ເສດຖະກິດໂລກຕ້ອງການສ້າງ​ ໃຫ້ມີຄວາມດຸ່ນ ດ່ຽງ ຫລື ກໍ້າ​ເກິ່ງກັນຄືນອີກ. ທ່ານຊີ້​ແຈງ​ວ່າ:


"ຄໍາ​ຖາມ​ມີ​ຢູ່​ວ່າ ພວກ​ເຮົາ​ຈະ​ສາມາດ​ບັນລຸ​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ ​ແບບມີ​ຄວາມ​ກໍ້າ​ເກິ່ງ​ກັນ​ຫລາຍ​ຂຶ້ນ​ກ່ວາ​ເກົ່າ​ໄດ້​ຫລື​ບໍ່? ຄໍາ​ຕອບ​ກໍ​ແມ່ນ​ວ່າ ​ໄດ້. ​ແຕ່​ມັນຕ້ອງ​ມີ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ກໍ້າ​ເກິ່ງ​ກັນ​ຄືນ​ໃໝ່ທີ່​ສະ​ລັບ​ຊັບ​ຊ້ອນ ​ໃນລະດັບ​ໂລກ ສອງ​ຢ່າງ​ດ້ວຍ​ກັນ. ຄວາມ​ຈິງ​ແລ້ວ ການ​ສ້າງ​ຄວາມສົມ​ດູ​ນຄືນ​ໃໝ່ ​ແມ່ນ​ນຶ່ງ​ໃນ​ຫົວ​ຂໍ້​ທີ່​ສໍ​າຄັນຕ່າງໆ​ຂອງ​ລາຍ​ງານ​ ຂອງ​ພວກ​ເຮົາ ​ແລະ​ແນວ​ຄິດ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ໂລກ ​ໃນ​ເວລາ​ນີ້."

ທ່ານ Blanchard ກ່າວຕໍ່​ໄປວ່າ ເພື່ອໃຫ້ບັນລຸເປົ້າໝາຍນັ້ນ​ໄດ້ ພວກປະເທດທີ່ຮັ່ງມີ ເຊັ່ນ ສະຫະລັດ ຈະຕ້ອງ​ເພີ່ມ​ທະວີການສົ່ງອອກ ໃນຂະນະທີ່ບັນດາເສດຖະກິດທີ່​ເຕີບໂຕ​ໄວ​ກວ່າ ຕ້ອງຫລຸດຜ່ອນການກາງ​ຕໍ່ອາ​ໃສຕະຫຼາດຕ່າງປະເທດ​ສໍາລັບ​ການ​ສົ່ງ​ອອກຂອງ​ຕົນ ພ້ອມໆ ກັບ​ກະຕຸ້ນ​ໃຫ້​ມີຄວາມ​ຕ້ອງການສິນຄ້າ​ຢູ່ ພາຍໃນປະເທດ​ຫລາຍຂຶ້ນ.

ທ່ານ Timothy Geithner ລັດຖະມົນຕີ​ການຄັງ​ຂອງ​ສະຫະລັດ ກ່າວຢູ່ສະຖາບັນ Brooking ໃນນະ ຄອນຫລວງ Washington ໃນຫົວຂໍ້ "The Path to Global Recovery" ໃນວັນພຸດ ທີ 6 ຕຸລາ, 2010 (AP Photo/Manuel Balce Ceneta)
ທ່ານ Timothy Geithner ລັດຖະມົນຕີ​ການຄັງ​ຂອງ​ສະຫະລັດ ກ່າວຢູ່ສະຖາບັນ Brooking ໃນນະ ຄອນຫລວງ Washington ໃນຫົວຂໍ້ "The Path to Global Recovery" ໃນວັນພຸດ ທີ 6 ຕຸລາ, 2010 (AP Photo/Manuel Balce Ceneta)

ການຊອກຫາຄວາມດຸ່ນດ່ຽງ ຫລື​
ກໍ້າ​ເກິ່ງ​ກັນ ກໍຢູ່ໃນຄວາມຄິດ
ຂອງ ທ່ານ Timothy Geith-
ner ລັດຖະມົນຕີ​ການຄັງ​ຂອງ
ສະຫະລັດ ທີ່ກ່າວຢູ່ສະຖາບັນ
Brooking ໃນນະຄອນຫລວງ
Washington ນັ້ນເ​ຊັ່ນ​ກັນ.
ໂດຍບໍ່​ໄດ້​ເອີ່ຍຊື່ປະເທດຈີນ,
ທ່ານ Geithner ຊຸກຍູ້ໃຫ້ຈີນ
ເຄື່ອນ​ໄຫວໃຫ້ໄວ​ຂຶ້ນ​ໃນການ
ຂຶ້ນຄ່າເງິນຕາ​ຂອງຕົນ​ນັ້ນ.
ທ່ານ​ກ່າວ​ດັ່ງນີ້:


"ພວກເຮົາເຊື່ອວ່າ ມັນເປັນ ການສໍາຄັນຫລາຍທີ່ຈະຕ້ອງ ​ມີ​ການ​ທໍາຄວາມກ້າວໜ້າເພີ່ມ ຂື້ນອີກ ໂດຍພວກເສດຖະ ກິດໃຫຍ່ໆ ​ທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາທັງຫລາຍ ໄປສູ່ລະບົບແລກປ່ຽນ​ເງິນຕາ ທີ່ອີງ​ ໃສ່ຕະຫລາດ​ແລະປັບປ່ຽນໄດ້. ນີ້​ແມ່ນສໍາຄັນ​ຫລາຍ​ເປັນ​ພິ​ເສດ ສໍາລັບພວກປະ ເທດ ທີ່ມີຄ່າເງິນຕາຂອງພວກຕົນຕໍ່າກ່ວາ ຕະ​ຫລາດຫລາຍນັ້ນ."

ລັດຖະບານສະຫະລັດ​ເຊື່ອວ່າ ລັດຖະບານຈີນກົດຄ່າເງິນຢວນຂອງຕົນ ​ໃຫ້ຕໍ່າກ່ວາ​ສະ ພາບ​ໂຕ​ຈິງ ເພື່ອ​ເຮັດໃຫ້ສິນຄ້າສົ່ງອອກ ຂອງ​ຈີນມີລາຄາ​ຖືກ ​ແລະ​ສາມາດແຂ່ງຂັນ​ໃນ​ຕະຫລາດ​ໂລກ​ໄດ້ ໃນຂະນະທີ່ສິນຄ້າ​ຂາເຂົ້າຈາກ​ຕ່າງປະເທດ​ໄປ​ຍັງຈີນ​ນັ້ນກັບ ມີ​ລາຄາແພງກວ່າ.

ອົງການ IMF ກ່າວວ່າ ບັນຫາອັດຕາແລກປ່ຽນ​ເງິນຕາ ແລະ​ການເຮັດ​ໃຫ້ເສດຖະກິດໂລກ ມີ​ການ​ດຸ່ນດ່ຽງຄືນອີກ ຈະ​ເປັນ​ຫົວ​ຂໍ້ສູງສຸດ ຂອງວາລະການປະຊຸມ​ ເວລາ 20 ປະເທດທີ່​ມີ​ເສດຖະກິດທີ່ໃຫຍ່ທີ່ສຸດຂອງ​ໂລກ​ ໄປ​ປະຊຸມ​ກັນ ​ທີ່ເກົາຫຼີໃຕ້ ໃນທ້າຍປີນີ້.

XS
SM
MD
LG